ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ

ຄຈສພ ປັບປຸງການຈັດຕັ້ງ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ
ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃນ ຄຈສພ ໄລຍະຜ່ານມາ ແລະ ປັບປຸງການຈັດຕັ້ງ ພາຍໃນສຳນັກງານຈຳນວນໜຶ່ງ ຂຶ້ນໃນວັນທີ 16 ມິຖຸນາຜ່ານມາ ຢູ່ທີ່ສະໂມສອນ ຄຈສພ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວສໍານັກງານ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຈສພ ປບປງການຈດຕງ ແລະ ສະຫບການຈດຕງປະຕບດວຽກງານພາຍໃນ - image 1
 

ໃນວາລະກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ເຜີຍແຜ່ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍຸບເລີກອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 540/ຄລສພ, ລົງວັນທີ 12 ມິຖຸນາ 2025; ແຈ້ງການກ່ຽວກັບການຮັບຮອງເອົາການອອກພັກການ-ຮັບອຸດໜູນບໍານານຂອງພະນັກງານ ຄຈສພ ສະບັບເລກທີ 642/ຄຈສພ, ລົງວັນທີ 12 ມິຖຸນາ 2025 ຈໍານວນ 10 ສະຫາຍ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄຈສພ ເລກທີ 25/ຄປພ. ຄຈສພ ລົງວັນທີ 16 ມິຖຸນາ 2025 ວ່າດ້ວຍການສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ພາຍໃນ ຄຈສພ.

 ລາຍຊື່ພະນັກງານອອກພັກການ-ຮັບອຸດໜູນບໍານານ 10 ສະຫາຍ ມີດັ່ງນີ້: 1. ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, 2. ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, 3. ສະຫາຍ ນາງ ສີບານ ສີສະອາດ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ, 4. ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ, 5. ສະຫາຍ ນາງ ວິໄລ ອຸ່ນມີໄຊ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ, 6. ສະຫາຍ ນາງ ແກ້ວໃຈ ແສງມີໄຊ ຮອງຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ, 7. ສະຫາຍ ທອງຈັນຊະ ຢ່າທໍ່ຕູ້ ຮອງຫົວໜ້າສູນພັດທະນາວຽກງານຈັດຕັ້ງ, 8. ສະຫາຍ ບັນນາວົງ ດ້ວງປັນຍາ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, 9. ສະຫາຍ ຄໍາສອນ ສຸເທບມະນີ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, 10. ສະຫາຍ ວຽງສະອາດ ຈິດຕິລາດ ຮອງຫົວໜ້າກົມກໍ່ສ້າງພັກ.

ຄຈສພ ປບປງການຈດຕງ ແລະ ສະຫບການຈດຕງປະຕບດວຽກງານພາຍໃນ - image 2
 

ສັບຊ້ອນພະນັກງານ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຮັບໜ້າທີ່ໃໝ່ ພາຍໃນຄະນະຈັດຕັ້ງສູນກາງພັກ ຈໍານວນ 16 ສະຫາຍ ດັ່ງນີ້: ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການ ຄຈສພ ມີ 10 ສະຫາຍ ຄື: 1. ສະຫາຍ ຄອນຄໍາ ໂສລັດຕະນະວົງ ຮອງຫົວໜ້າກົມ, 2. ສະຫາຍ ນາງ ຄໍາສະຫວັນ ພົມມະວົງ ຫົວໜ້າພະແນກ, 3. ສະຫາຍ ເຄນດີ ທໍາມະວອນ ຫົວໜ້າພະແນກ, 4. ສະຫາຍ ນາງ ແສງແກ້ວ ພົມມະວົງ ຮັກສາການຫົວໜ້າພະແນກ, 5. ສະຫາຍ ນາງ ລັດດາວັນ ສີຫານຸວົງ ຮອງຫົວໜ້າພະແນກ, 6. ສະຫາຍ ແສງອາລຸນ ຈັນທາທອນ ຮອງຫົວໜ້າພະແນກ, 7. ສະຫາຍ ນາງ ວິລະສະໄໝ ບົດບຸນມີ ວິຊາການ, 8. ສະຫາຍ ນາງ ພິດສະໄໝ ວິໄລຮັກ ວິຊາການ, 9. ສະຫາຍ ບານ ມູນປະເສີດ ວິຊາການ, 10. ສະຫາຍ ນາງ ອານຸລັກ ຈິດຕິລາດ ວິຊາການ. ໄປຮັບໜ້າທີ່ໃໝ່ຢູ່ ສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ 3 ສະຫາຍ ຄື: 1. ສະຫາຍ ນາງ ແກ້ວຕາ ພັນດານຸວົງ ຮອງຫົວໜ້າກົມ, 2. ສະຫາຍ ນາງ ຈັນອາລີຈິດ ສໍພາບມີໄຊ ວິຊາການ, 3. ສະຫາຍ ສໍສົດໃສ ດວງປັນຍາ ວິຊາການ. ໄປຮັບໜ້າທີ່ໃໝ່ຢູ່ກົມກໍ່ສ້າງພະນັກງານ 2 ສະຫາຍ ຄື: 1. ສະຫາຍ ນາງ ແສງວອນ ແກ້ວນີນັນລັດ ຫົວໜ້າພະແນກ, 2. ສະຫາຍ ພອນສະຫວັນ ລາດຊະບັນເທົາ ວິຊາການ. ໄປຮັບໜ້າທີ່ໃໝ່ຢູ່ກົມຄຸ້ມຄອງພະນັກງານ 1 ສະຫາຍ ຄື: ສະຫາຍ ນາງ ແສງຄໍາ ຈິດຕະວົງ ວິຊາການ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງ ແລະ ບຸກຄົນ ທີ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ລວມທັງບັນດາສະຫາຍ ທີ່ໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານ ໄດ້ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້-ຄວາມສາມາດ ຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ປະກອບສ່ວນເຂົ້າໃນພາລະກິດລວມຂອງພັກ ຂອງຊາດ ກໍຄືຂອງ ຄຈສພ ມາໂດຍຕະຫຼອດ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ-ພະນັກງານ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ສືບຕໍ່ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ຮັບປະກັນເຮັດຫຼ້ອນໜ້າທີ່ອັນມີກຽດສະຫງ່າຕາມການມອບໝາຍ.

(ແຫຼ່ງຂ່າວ: ຄຈສພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ