ໃນຖານະເປັນສູນການເງິນສາກົນທີ່ປະຕິບັດ “ປະເທດດຽວສອງລະບອບ”, ເຂດຮົງກົງ ໄດ້ອະນຸມັດໃຫ້ເງິນທຶນເຂົ້າ-ອອກຢ່າງເສລີ ແລະມີລະບຽບການໂປ່ງໃສ, ໂດຍໄດ້ສະໜອງສະພາບແວດລອມດ້ານການດໍາເນີນທຸລະກິດທີ່ໂປ່ງໃສ, ໝັ້ນທ່ຽງ ແລະ ສາມາດຄາດຄະເນໄດ້ໃຫ້ແກ່ເງິນທຶນທົ່ວໂລກ. ນອກຈາກນີ້, ຮົງກົງຍັງໄດ້ຈັດຕັ້ງທີມງານບໍລິການແບບມືອາຊີບໃນດ້ານຕ່າງໆ ຄື: ການເງິນ, ກົດໝາຍ, ການຈໍລະຈອນສິນຄ້າ ແລະ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີເປັນຕົ້ນ ເພື່ອລົງເລິກການຮ່ວມມືເສດຖະກິດການຄ້າໃນພາກພື້ນ ແລະ ເປີດປະຕູສູ່ພາຍນອກຢ່າງມີຄຸນນະພາບສູງ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
ຄໍາເຫັນ