ແຂ່ງຂັນຮ້ອງເພງຈີນຮອບຊິງຊະນະເລີດ

ແຂ່ງຂັນຄົນລາວຮ້ອງເພງຈີນ ຮັດແໜ້ນການຮ່ວມມືສອງປະເທດ

ແຂ່ງຂັນຄົນລາວຮ້ອງເພງຈີນ ຮັດແໜ້ນການຮ່ວມມືສອງປະເທດ
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານແຂ່ງຂັນຮ້ອງເພງຈີນຮອບຊິງຊະນະເລີດ

 ພາຍໃຕ້ຫົວຂໍ້ “ຄົນລາວຮ້ອງເພງຈີນ” ຄັ້ງທີ 3 ແລະ ງານວາງສະແດງຮູບພາບຄົບຮອບ 10 ປີ ຂອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຂຶ້ນໃນວັນທີ 18 ພະຈິກ ຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ຄະນະກໍາມະການ ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຊາວຈີນ ອາໃສ ຢູ່ລາວ ເຂົ້າຮ່ວມ.

ການແຂ່ງຂັນຄົນລາວຮ້ອງເພງຈີນ ໃນຄັ້ງນີ້, ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 12 ຄົນ, ຜ່ານການແຂ່ງຂັນ ຮຸ່ນເຍົາວະຊົນ ລາງວັນທີ 1 ໄດ້ແກ່ ທ້າວ ອິນທະວົງ ຫົງພັກດີ ໄດ້ຮັບເງິນລາງວັນ 18,000, 000 ກີບ, ພ້ອມໃບຢັ້ງຢືນ, ພ້ອມທັງ ໄດ້ຮັບ ລາງວັນຂວັນໃຈມວນຊົນ ໄດ້ຮັບ ໂທລະສັບມືຖື ມູນຄ່າ 8,000,000 ກີບ ພ້ອມໃບຢັ້ງຢືນ; ລາງວັນທີ 2 ໄດ້ແກ່ນາງ ຟ້າປະດັບເພັດ ພົງພິລັກ ໄດ້ຮັບເງິນລາງວັນ 10,000, 000 ກີບ ພ້ອມໃບຢັ້ງຢືນ; ລາງວັນທີ 3 ໄດ້ແກ່ ນາງ ອາລຸນນີ ອິນທະວົງ ໄດ້ເງິນລາງວັນ 5,000, 000 ກີບ, ພ້ອມໃບຢັ້ງຢືນ. ສຳລັບ ຮຸ່ນໄວໜຸ່ມ ລາງວັນທີ 1 ໄດ້ແກ່ ທ້າວ ບຸນສຸກ ຄັງໄຊ ໄດ້ຮັບເງິນລາງວັນ 18,000, 000 ກີບ ພ້ອມໃບຢັ້ງຢືນ; ລາງວັນທີ 2 ໄດ້ແກ່ ທ້າວ ກຸນ ຈິດຕະສອນ ໄດ້ເງິນລາງວັນ 10,000, 000 ກີບ, ພ້ອມໃບຢັ້ງຢືນ; ລາງວັນທີ 3 ໄດ້ແກ່ ນາງ ຈິນດາ ພິມພາ ໄດ້ຮັບເງິນລາງວັນ 5,000, 000 ກີບ, ພ້ອມໃບຢັ້ງຢືນ.

ໂອກາດດັ່ງກ່າວ, ທ່ານ ວັນສີ ກົວມົວ ກ່າວວ່າ: ງານແຂ່ງຂັນຮ້ອງເພງໃນຄັ້ງນີ້, ເປັນອີກກິດຈະກຳໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຍິ່ງຂອງການແລກປ່ຽນວັດທະນະທໍາ ລາວ-ຈີນ ຜ່ານການຮ້ອງເພງ. ພ້ອມທັງ ສະແດງຄວາມຂອບໃຈຕໍ່ ສູນວັດທະນະທໍາຈີນ ທີ່ໄດ້ສ້າງໂອກາດໃຫ້ເຍົາວະຊົນ ແລະ ໄວໜຸ່ມລາວ ທີ່ມີພອນສະຫວັນ ດ້ານການຮ້ອງເພງ ໄດ້ສະແດງຄວາມສາມາດຢ່າງເຕັມທີ່. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງສູນວັດທະນະທຳ ສປ ຈີນ ປະຈຳ ສປປ ລາວ ຕະຫຼອດໄລຍະ 10 ປີຜ່ານມາ (2014-2024) ໃນການເຮັດໜ້າທີ່ເປັນຂົວຕໍ່ທາງ ດ້ານວັດທະນະທຳ ລະຫວ່າງສອງປະເທດ ລາວ-ຈີນ-ຈີນ-ລາວ.

ທ່ານ ນາງ ຫຼີຢີ່ຜິງ ໄດ້ກ່າວວ່າ: ໃນໄລຍະ 10 ປີຜ່ານມາ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ສຸມໃສ່ 7 ໜ້າທີ່ຫຼັກ ຄື: ເຜີຍແຜ່ສະພາບການປະເທດຈີນ, ຈັດກິດຈະກໍາດ້ານວັດທະນະທໍາ, ການສົນທະນາດ້ານວັດທະນະທໍາ ການສົ່ງເສີມການທ່ອງທ່ຽວ, ຊຸກຍູ້ເຜີຍແຜ່ຂະແໜງການດ້ານວັດທະນະທໍາ ແລະ ທ່ອງທ່ຽວ, ການສິດສອນ ແລະ ການຝຶກອົບຮົມ, ການໃຫ້ບໍລິການດ້ານຂໍ້ມູນ, ໄດ້ຈັດກິດຈະກໍາແລກປ່ຽນວັດທະນະທໍາ ແລະ ທ່ອງທ່ຽວ ທັງໝົດ 305 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 200,000 ຄົນ, ໃນໄລຍະ 3 ປີ ສື່ມວນຊົນຫຼັກຂອງລາວ ແລະ ຈີນໄດ້ລາຍງານຂ່າວສານລວມທັງໝົດ 413 ບົດຂ່າວ. ສູນວັດທະນະທໍາຈີນ ໄດ້ກາຍເປັນປ່ອງປະຕູອັນສຳຄັນ ເພື່ອໃຫ້ປະຊາຊົນລາວໄດ້ສຳຜັດກັບວັດທະນະທໍາຈີນ, ເປັນເວທີສໍາຄັນເພື່ອລົງເລິກການຮ່ວມມືດ້ານວັດທະນະທໍາ ແລະ ທ່ອງທ່ຽວ ລາວ-ຈີນ, ເປັນຂົວຕໍ່ທີ່ສຳຄັນໃນການເພີ່ມທະວີ ການແລກປ່ຽນວັດທະນະທໍາ ແລະ ການຮຽນຮູ້ຊຶ່ງກັນ ດ້ານອາລິຍະທໍາ ຂອງສອງປະເທດ ແລະ ເພີ່ມທະວີການໄປມາຫາສູ່ທີ່ດີລະຫວ່າງປະຊາຊົນສອງຊາດ, ປະກອບສ່ວນສໍາຄັນໃນການຊຸກຍູ້ການຮ່ວມມືແລກປ່ຽນວັດທະນະທໍາ ແລະ ທ່ອງທ່ຽວ ລາວ-ຈີນ ແລະ ປະກອບສ່ວນສໍາຄັນໃນການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.

ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າ, ເຮືອນສາຍໃຈ ທີ່ເຂດຊາຍແດນລາວ-ຫວຽດນາມ, ລະບົບໄຟເຍືອງທາງ ພ້ອມທັງການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາ ຊົນ ກຸ່ມບ້ານລະໂກ ຈັດຂຶ້ນໃນວັນທີ 24 ຕຸລາຜ່ານມາ, ທີ່ບໍລິເວນຫຼັກໝາຍຊາຍແດນ 591 ບ້ານຕາລຸງ ຕາແສງເຮືອງເລິບ ແຂວງກວາງຈິ ສສ ຫວຽດນາມ, ໂດຍມີທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງເຊໂປນ, ທ່ານ ພັນໂທ ດິງຊວນຮຸ່ງ ເລຂາຄະນະພັກ ຫົວໜ້າການເມືອງ ກຳມະການພັກເມືອງ ຄະນະກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມ.
ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ໃນວັນທີ 26 ຕຸລານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກ ຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກຊູແອດປະຈຳ ສປປ ລາວ, ມີສຳນັກ ງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ເພີ່ມເຕີມ