ແຂ່ງຂັນມວຍລາວ ຊີງແຊັມສາຍແອວກຽດຕິຄຸນທ່ານນາຍົກ

ແຂ່ງຂັນມວຍລາວ ຊີງແຊັມສາຍແອວກຽດຕິຄຸນທ່ານນາຍົກ
ການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ຊີງແຊັມສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຄັດເລືອກເອົານັກກິລາມວຍດາວເດັ່ນໜຶ່ງດຽວຂອງ ສປປ ລາວ ໃນແຕ່ລະຮຸ່ນ ກຽມສົ່ງເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ແລະຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024. 
ການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນຄັ້ງນີ້ ໄດ້ມີຂຶ້ນເມື່ອບໍ່ດົນຜ່ານມາ ທີ່ເວທີມວຍຊົ່ວຄາວເດີ່ນສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຊົມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ເອກະພັນ ພະພິທັກ ປະທານສະຫະພັນມວຍລາວແຫ່ງຊາດ ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ທັງເປັນຮອງປະທານສະຫະພັນມວຍລາວຕະຫຼອດຮອດກອງເຊຍເຂົ້າຮ່ວມແບບເຊິ່ງໜ້າ  ແລະ ຊົມຜ່ານທາງອອນລາຍ.
ການແຂ່ງຂັນມວຍລາວໃນຄັ້ງນີ້ ແມ່ນເປັນການແຂ່ງຂັນຮອບທຳອິດ ຫຼັງຈາກນັ້ນຈະຄັດເລືອກຜູ້ຊະນະເລີດພຽງໜຶ່ງດຽວໃນ 3 ຮຸ່ນ ດັ່ງກ່າວ ເພື່ອແຂ່ງຂັນຍາດສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມື້ເປີດການແຂ່ງຂັນກັນມີທັງໝົດ 14 ຄູ່ ໃນນີ້ເປັນມວຍຮອບ 10 ຄູ່ ແລະ ມວຍປະກອບລາຍການ 4 ຄູ່.
ຜ່ານການແຂ່ງຂັນຜົນປະກົດວ່າ: ຄູ່ທໍາອິດ ຮຸ່ນ 57 ກິໂລ ທົ່ວໄປຊາຍ ສວງ ຊຽນສານຝັນ ຊະນະ ຄຸນເພັດ ສສ ໂວວີນາມ ຮຸ່ນ 50 ກິໂລ ທົ່ວໄປຊາຍ ນາລຸໂຕະ ມວຍລາວລ້ານຊ້າງ ເສຍໃຫ້ ໜຶ່ງພະຍັກ ປະກາຍທອງຢີມ ຮຸ່ນ 46 ກິໂລ ທົ່ວໄປຊາຍ ເພັດຕາວັນ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ຊະນະ ສືບທອດ ແດນຈຳປາ ຮຸ່ນ 51 ກິໂລ ມວຍຮອບ ມັງກອນຂາວ ເສ້ຍປ໋ອງ ສວນຢາງພາລາຫຼັກ 19 ຊະນະ ຄອມພິວເຕີ ສິດຊຽນນິຍົມ ຮຸ່ນ 51 ກິໂລ ມວຍຮອບ ນ້ອງເບຍ ຂຸນວັງຫຼວງ ຊະນະ ຄາວີ ສິດຄູອ໋ອດ ເມືອງໂພນທອງ ຮຸ່ນ 51 ກິໂລ ມວຍຮອບ ຫຼ່ຽມເພັດເຫຼັກ ຊີເອັດຊີ ຊະນະ ອາຊັນ ສູນຝຶກກິລາວູຊູແຫ່ງຊາດ ຮຸ່ນ 51 ກິໂລ ມວຍຮອບ ຄຳພີ ແຂວງສາລະວັນ ເສຍໃຫ້ ຍອດສາລະວັນ ສິດຂຸນຊ້າງ ຮຸ່ນ 65 ກິໂລ ມວຍວີໄອພີ ຫັດສະໄນ ຊີເອັດຊີ ເສຍໃຫ້ ໂຈພັນລ້ານ ເອໄອດີຊີ ຮຸ່ນ 57 ກິໂລ ມວຍຮອບ ເພັດຈຳປາ ສະໂລຄອບຟີ ສເຊກອງ ເສຍຟາວໃຫ້ ໃຈເພັດ ຊີເອັດຊີ (ເພັດຈຳປາ ນ້ຳໜັກເກີນ) ຮຸ່ນ 57 ກິໂລ ມວຍຮອບ ເທບຫຼວງ ສິດພຣະອາຈານດາວ ຊະນະ ສິນໄຊ ສອນທອງຄຳ ຮຸ່ນ 57 ກິໂລ ມວຍຮອບ ກ້ອງໂພໄຊ ເອໄອດີຊີ (ປະກາຍທອງຢີມ) ຊະນະ ແສນເກັ່ງ ຄ້າຍມວຍ ຈໍ 11 ຮຸ່ນ 57 ກິໂລ ມວຍຮອບ ເພັດນຸສອນ ສະຖາບັນກິລາ-ກາຍະກຳ ເສຍໃຫ້ ເພັດພັນແທ້ ລູກບ້ານດຸງ ຮຸ່ນ 65 ກິໂລ ມວຍຮອບ ລຳນ້ຳຂອງ ເຈດີບີ ສິດຄ້ຳຄູນ ຊະນະ ບຸນພິຊິດ ຂວັນໃຈສີໂຄດ ແລະ ຮຸ່ນ 65 ກິໂລ ມວຍຮອບ ນ້ອງໂອ ວິທະຍາຄານ ວສປ (ເສ້ຍຕ້າ ຂຸນວັງຫຼວງ) ຊະນະ ບຸນຈັນ ຄ້າຍມວຍລາວ-ຈີນ ແຂວງບໍ່ແກ້ວ.
ສ່ວນປະເພດເງິນລາງວັນ ຮຸ່ນນ້ຳໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ທີທ1 ໄດ້ຮັບສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມເງິນລາງວັນ 100 ລ້ານກີບ ແລະ ທີ2 ໄດ້ຮັບເງິນລາງວັນ 50 ລ້ານກີບ ສ່ວນຮຸ່ນນໍ້າໜັກ 51 ກິໂລ ທີ1 ໄດ້ຮັບສາຍແອວ ພ້ອມເງິນລາງວັນ 60 ລ້ານກີບ ແລະ ທີ2 ໄດ້ຮັບເງິນລາງວັນ 30 ລ້ານກີບ.
ຂ່າວ:ວຽງຈັນໃໝ່

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ