ກອງທຶນເພື່ອເດັກນ້ອຍ ອົງການສະຫະປະຊາຊາດ ໃຫ້ຮູ້ວ່າ: ມີໂຮງຮຽນ 18 ແຫ່ງໃນເຂດປະສົບໄພຖືກທໍາລາຍທັງໝົດ, ນອກນີ້ ຍັງມີໂຮງຮຽນເປ່ເພອີກ 20 ແຫ່ງ, ເດັກນ້ອຍໄວຮຽນປະມານ 10,000 ຄົນບໍ່ສາມາດເຂົ້າຮຽນໄດ້. ອົງການອະນາໄມໂລກ ເຕືອນວ່າ: ການຍົກຍ້າຍປະຊາຊົນຂະໜາດໃຫຍ່ ແລະ ຈຸດຈັດສັນມີຄົນຫຼາຍເກີນໄປອາດຈະເຮັດໃຫ້ຂາດແຫຼ່ງນ້ຳ ແລະ ຂາດການບໍລິການດ້ານສາທາລະນະສຸກ ຊຶ່ງຈະເພີ່ມຄວາມສ່ຽງໃນການເກີດພະຍາດຕິດແປດ.
ອີງຕາມໂຕເລກຂໍ້ມູນຫຼ້າສຸດທີ່ເຈົ້າໜ້າທີ່ຕຳຫຼວດຂອງເນປານເປີດເຜີຍ, ນັບມາຮອດເວລາ 6 ໂມງຂອງວັນທີ 29 ສິງຫາ ຜ່ານມາ ຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດຍ້ອນນ້ຳປ່າຊຸທັ່ງຈາກພູດອຍທີ່ເກີດຂຶ້ນຢູ່ພາກເໜືອຂອງເນປານໄດ້ເພີ່ມຂຶ້ນເປັນ 616 ຄົນ.
ຄໍາເຫັນ