ເຂດພັດທະນາກວມລວມໄຊເສດຖາດຶງດູດການລົງທຶນຈາກພາຍໃນ-ຕ່າງປະເທດ

ເຂດພັດທະນາກວມລວມໄຊເສດຖາດຶງດູດການລົງທຶນຈາກພາຍໃນ-ຕ່າງປະເທດໄດ້ທັງໝົດ 155 ບໍລິສັດ

ເຂດພັດທະນາກວມລວມໄຊເສດຖາດຶງດູດການລົງທຶນຈາກພາຍໃນ-ຕ່າງປະເທດໄດ້ທັງໝົດ 155 ບໍລິສັດ
ເຂດພັດທະນາກວມລວມໄຊເຊດຖາ ເປັນເຂດຮ່ວມມື ລະຫວ່າງ 2 ລັດຖະບານ ລາວ-ຈີນ, ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະທດ 128 ບໍລິສັດ,

 

  ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ),

ເຂດພັດທະນາກວມລວມໄຊເຊດຖາ ມີຈຸດປະສົງພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະທັນສະໄໝ, ເຂດການຄ້າ-ການບໍລິການ ແລະ ການຂົນສົ່ງ LOGISTIC. ເຂດດັ່ງກ່າວ ຖືກສ້າງຂຶ້ນໃນປີ 2010 ບົນພື້ນຖານຂອງການປະຕິບັດຕາມຂອບສັນຍາວ່າດ້ວຍການຮ່ວມທຶນ ລະຫວ່າງ ລັດຖະບານ ສປປ ລາວ ກັບ ລັດຖະບານ ສປ ຈີນ. ພ້ອມກັນນີ້ ກໍກໍານົດເອົາເຂດພັດທະນາກວມລວມໄຊເຊດຖາ ເປັນເຂດຮ່ວມມື ລະຫວ່າງ 2 ລັດຖະບານ ລາວ-ຈີນ, ໂດຍມອບໃຫ້ ອໍານາດການປົກຄອງນະຄອນຫຼວງວຽງຈັນ ເປັນຕົວແທນລັດຖະບານ ສປປ ລາວ ຖືຫຸ້ນ 25% ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ, ສປ ຈີນ ຖືຮຸ້ນ 75% ຮ່ວມກັນພັດທະນາ. ມາເຖິງປັດຈຸບັນທາງເຂດ,ໄດ້ມີການລົງທຶນ ເຊັ່ນ:ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະທດ 128 ບໍລິສັດ, ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ), ມີທຶນທັງໝົດ 2.8 ຕື້ກວ່າໂດລາ, ມີທຶນຈົດທະບຽນ 595 ລ້ານກວ່າໂດລາ ແລະ ມີການລົງທຶນຕົວຈິງໄປແລ້ວ 2.3 ຕື້ກວ່າໂດລາ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 262 ຕື້ກວ່າກີບ, ການນຳເຂົ້າສິນຄ້າມີມູນຄ່າ 4.2 ຕື້ກວ່າໂດລາ ແລະ ສົ່ງອອກສິນຄ້າມີມູນຄ່າ 599 ລ້ານກວ່າໂດລາ.

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ລາຍງານຕໍ່ພິທີ ຕ້ອນຮັບຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ທີ່ເຂດພັດທະນາກວມລວມໄຊເຊດຖາ ເມື່ອບໍ່ດົນມານີ້ ໄດ້ໃຫ້ຮູ້ອີກວ່າ: ນະຄອນຫຼວງວຽງຈັນ ມີເຂດເສດຖະກິດພິເສດ 5 ເຂດ ຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດຕາມສັນຍາສຳປະທານ 2,360 ເຮັກຕາ, ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 276 ບໍລິສັດ (ຕ່າງປະທດ 211 ບໍລິສັດ, ພາຍໃນ 43 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 22 ບໍລິສັດ), ມີທຶນທັງໝົດ 6.7 ຕື້ກວ່າໂດລາ, ມີທຶນຈົດທະບຽນ 1.1 ຕື້ກວ່າໂດລາ ແລະ ມີການລົງທຶນຕົວຈິງໄປແລ້ວ 3.3 ຕື້ກວ່າໂດລາ,ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 366 ຕື້ກວ່າກີບ; ມີແຮງງານທັງໝົດ 9,546 ຄົນ, ໃນນັ້ນແຮງງານລາວ 6,603 ຄົນ, ແຮງງານຕ່າງປະເທດ 2,971 ຄົນ, ການນຳເຂົ້າສິນຄ້າມີມູນຄ່າ 4.4 ຕື້ກວ່າໂດລາ ແລະ ສົ່ງອອກສິນຄ້າ ມູນຄ່າ 599 ລ້ານກວ່າໂດລາ, ຜະລິດຕະພັນສິນຄ້າທີ່ບັນດາໂຮງງານພາຍໃນເຂດຜະລິດປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຜະລິດຕະພັນຢາ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ, ຫົວອາຫານສັດ, ນ້ຳມັນເຊື້ອໄຟ, ຜະລິດຕະພັນອາຫານສຳເລັດຮູບ-ເຄື່ອງດື່ມ ແລະ ອື່ນໆ.

ທ່ານ ທະນົງໄຊ ຄຸດໄພທູນ ລາຍງານຕື່ມວ່າ: ສະເພາະປີ 2024 ມີບໍລິສັດສ້າງຕັ້ງໃໝ່ 25 ບໍລິສັດ, ໃນນັ້ນຕ່າງປະເທດ 18 ບໍລິສັດ, ພາຍໃນ 5 ບໍລິສັດ ແລະ ພາຍໃນ+ຕ່າງປະເທດ 2 ບໍລິສັດ, ມີທຶນທັງໝົດ 309 ລ້ານກວ່າໂດລາ ແລະ ທຶນຈົດທະບຽນ 152 ລ້ານກວ່າໂດລາ, ມີມູນຄ່າການລົງທຶນຕົວຈິງ 72 ລ້ານກວ່າໂດລາ; ປະຕິບັດພັນທະອາກອນເຂົ້າງົບປະມານລັດໄດ້ 58 ຕື້ກວ່າກີບ; ນໍາເຂົ້າສິນຄ້າມູນຄ່າ 402 ລ້ານກວ່າໂດລາ ແລະ ສົ່ງອອກສິນຄ້າມູນຄ່າ 245 ລ້ານກວ່າໂດລາ, ມີແຮງງານທັງໝົດ 7,520 ຄົນ,ໃນນັ້ນລາວ 4,721 ຄົນ ແລະ ຕ່າງປະເທດ 2,827 ຄົນ; ການປ້ອງກັນຄວາມສະຫງົບມີພະນັກງານ ປກສ, ລປພ ລວມມີ 60 ຄົນ. ສຳລັບການພັດທະນາມີ 3 ໄລຍະຄື: ໄລຍະທີ 1 ສຳເລັດການກໍ່ສ້າງໂຄງລ່າງພື້ນຖານໄຟຟ້າ, ນ້ຳປະປາ, ເສັ້ນທາງພາຍໃນເຂດ ແລະ ເຕັກນິກການສື່ສານ. ໄລຍະທີ 2 ສຸມໃສ່ການພັດທະນາການຄ້າ, ການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ ໃນນັ້ນ, ສຳເລັດວຽກງານວິສະວະກຳທີ່ພັກອາໄສ (ໂຄງການຮ່ວມມືໃຕ້ໃຕ້) ໄລຍະທີ 2 ແມ່ນສຳເລັດແລ້ວ 98% ແລະ ໂຄງການສວນສາທາລະນະໜອງນ້ຳໃຕ້ສຳເລັດແລ້ວ 68%.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ