ແຜນລວມດັ່ງກ່າວລະບຸວ່າ: ໄດ້ມອບສິດເປັນເຈົ້າຕົນເອງດ້ານການປະຕິຮູບໃຫ້ແກ່ເຂດທົດລອງການຄ້າເສລີມົງໂກໃນ, ສົ່ງເສີມໃຫ້ນຳໜ້າທົດລອງໄປກ່ອນ, ດຳເນີນການຄົ້ນຄວ້າແບບປະດິດສ້າງຄັ້ງທຳອິດ ລວມສູນ ແລະ ມີຄວາມແຕກຕ່າງໃນຂົງເຂດກວ້າງຂວາງກວ່າເກົ່າ ແລະ ໃນລະດັບເລິກເຊິ່ງກວ່າເກົ່າ.
ແຜນລວມດັ່ງກ່າວເນັ້ນໜັກວ່າ: ເຂດປົກຄອງຕົນເອງມົງໂກໃນຕ້ອງເພີ່ມທະວີ ການນຳພາດ້ານການຈັດຕັ້ງ, ພາກສ່ວນທີ່ກ່ຽວຕ້ອງເຕົ້າໂຮມກຳລັງແຮງໃນການເຮັດວຽກ, ຮັບປະກັນມາດຕະການປະຕິຮູບທັງໝົດຈະໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ກົນໄກການປະຊຸມຮ່ວມຂ້າມຂະແໜງກ່ຽວກັບວຽກງານເຂດທົດລອງການຄ້າເສລີຕ້ອງເສີມຂະຫຍາຍບົດບາດໃນການປະສານງານເປັນເອກະພາບກັນໃຫ້ດີ ແລະ ຕິດຕາມຊຸກຍູ້ການປະຕິບັດໜ້າທີ່ຈຸດທົດລອງປະຕິຮູບຕ່າງໆຢ່າງແທ້ຈິງ.
ຄໍາເຫັນ