ຄິວລົດສາຍໃຕ້ກຽມພ້ອມ ໃຫ້ບໍລິການຜູ້ໂດຍສານ

ຄິວລົດສາຍໃຕ້ກຽມພ້ອມ ໃຫ້ບໍລິການຜູ້ໂດຍສານ

ຄິວລົດສາຍໃຕ້ກຽມພ້ອມ ໃຫ້ບໍລິການຜູ້ໂດຍສານ
ໄລຍະເລີ່ມຫຼິ້ນບຸນປີໃໝ່ລາວ 2025, ວັນທີ 14, 15, 16 ແລະ ຫຼັງຫຼິ້ນປີໃໝ່, ຄິວລົດໂດຍສານສາຍໃຕ້ ແມ່ນກຽມຄວາມພ້ອມ 100% ເພື່ອບໍລິການຂົນສົ່ງຜູ້ໂດຍສານກັບບ້ານໃຫ້ປອດໄພ.

ທ່ານ ສຸກສະຫວາດ ສີສຸກ ຜູູ້ຈັດການສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້ ນະຄອນຫຼວງວຽງຈັນ ໃຫ້ສໍາພາດ ຕໍ່ຜູ້ສື່ຂ່າວ ໃນວັນທີ 9 ເມສານີ້ ທີ່ຄິວລົດສາຍໃຕ້ ວ່າ: ປີໃໝ່ລາວ 2025 ນີ້ ຄິວລົດໂດຍສານທາງໄກສາຍໃຕ້ ແມ່ນມີຄວາມພ້ອມ 100% ໃນການໃຫ້ບໍລິການຂົນສົ່ງຜູ້ໂດຍສານ ທີ່ຈະເດີນທາງໄປຍັງພາກໃຕ້. ໄລຍະຜ່ານມາ ແມ່ນໄດ້ມີການປະຊາສໍາພັນໃຫ້ບັນດາຜູ້ປະກອບການ ຂອງແຕ່ລະບໍລິສັດ ໃນການກວດກາລົດ, ກວດກາເຕັກນິກລົດ ຂອງຕົນ ເພື່ອໃຫ້ບໍລິການລູກຄ້າໄດ້ຢ່າງປອດໄພ ໄລຍະກະກຽມຫຼິ້ນບຸນປີໃໝ່, ນັບແຕ່ ວັນທີ 11, 12, 13 ແມ່ນໄດ້ເພີ່ມຖ້ຽວລົດ ຈາກປົກກະຕິ 60 ກວ່າຖ້ຽວ ມາເປັນ 80 ກວ່າຖ້ຽວ ໝາຍຄວາມວ່າ 1 ມື້ ຢ່າງໜ້ອຍສຸດ 20 ຖ້ຽວ/ມື້. ໂອກາດນີ້ ທ່ານ ສຸກສະຫວາດ ສີສຸກ ຍັງໄດ້ແນະນໍາມາຍັງຜູ້ໂດຍສານ ທີ່ຈະເດີນທາງນໍາລົດສາຍໃຕ້ ໃຫ້ບັນດາທ່ານ ເພື່ອເວລາໄວ້ລ່ວງໜ້າ ຈັກ 2 ຊົ່ວໂມງ ບາງຄັ້ງ ການອອກເດີນທາງຕາມເວລາທີ່ໄດ້ລະບຸໄວ້ນັ້ນ ອາດຈະບໍ່ຕົງໂມງ ຍ້ອນວ່າ ຖ້າຫາກວ່າ ລົດຄັນດັ່ງກ່າວ ມີຈໍານວນຜູ້ໂດຍສານຂຶ້ນເຕັມ ກໍແມ່ນອອກລົດເລີຍ. ຕົວຢ່າງ ຜູ້ໂດຍສານເຄີຍເດີນທາງ 9 ໂມງ, ອາດຈະໄປໃຫ້ໄວກວ່ານັ້ນ 19 ໂມງ ຫຼື 19 ໂມງ 30 ຖ້າຜູ້ໂດຍສານມີຄວາມພ້ອມກໍຢາກໃຫ້ເດີນທາງວັນທີ 9-10 ເມສານີ້ ການເດີນທາງຈຶ່ງຈະບໍ່ໄດ້ແອອັດ, ການສັ່ງຈ່ອງປີ້ VIP ສາມາດຈອງໄດ້ລ່ວງໜ້າ, ສ່ວນຜູ້ໂດຍສານທີ່ຈະເດີນທາງດ້ວຍລົດທໍາມະດາ ແມ່ນໄປຊື້ປີ້ ແລ້ວຂຶ້ນລົດເລີຍ, ຈໍານວນຜູ້ໂດຍສານ ທີ່ເຄີຍຂີ່ລົດນໍາບໍລິສັດໃດກໍໃຫ້ສັ່ງຈອງນໍາບໍລິສັດນັ້ນໆກໍໄດ້ ແລະ ທີ່ສໍາຄັນ ແມ່ນໃຫ້ບັນດາທ່ານຄໍານຶງວ່າ ເມື່ອຊື້ປີ້ແລ້ວ ຄວນເບິ່ງເວລາໃຫ້ລະອຽດ ລົດຈະອອກໂມງໃດແທ້ ກົງກັນຂ້າມ ສໍາລັບທ່ານໃດຊື້ປີ້ ແຕ່ບໍ່ໄດ້ລະບຸເວລາໃສ່ໃນປີ້ນັ້ນ ແມ່ນສາມາດຂຶ້ນລົດເລີຍ, ຂໍຝາກນໍາທ່ານຜູ້ໂດຍສານວ່າ ຖ້າທ່ານບໍ່ແນ່ໃຈ ຫຼື ບໍ່ພ້ອມ ຈະເດີນທາງເວລາໃດແທ້ ບໍ່ຄວນເອົາເຄື່ອງຂຶ້ນລົດເທື່ອ ເພາະວ່າເຄື່ອງ ແລະ ຜູ້ໂດຍສານອາດຈະບໍ່ໄດ້ໄປພ້ອມກັບລົດຄັນດັ່ງກ່າວ. ຖ້າຫາກວ່າ ມີກໍລະນີ ຜູ້ໂດຍສານຢາກຂຶ້ນກາງທາງ ກໍຄວນເບີ່ງວ່າ ລົດຄັນດັ່ງກ່າວນັ້ນເຕັມແລ້ວບໍ ຖ້າຫາກວ່າ ເຕັມແລ້ວ ຄວນຈະລໍຖ້າຄັນຕາມຫຼັງມາ ເພາະວ່າ ລົດຈະແລ່ນທຸກໆ 15 ນາທີ ຫຼື ທຸກໆ 20 ນາທີ, ລາຄາປີ້ລົດ ແມ່ນລາຄາຕາມປົກກະຕິຄືເກົ່າ ທີ່ໄດ້ປະຕິບັດມາ ຕັ້ງແຕ່ວັນທີ 13/10/2023, ລົດເມອອກຖ້ຽວທໍາອິດ ແມ່ນເວລາ 4 ໂມງເຊົ້າ ຈົນຮອດ 21 ໂມງ ຫຼື ບາງມື້ ກໍຮອດເວລາ 22 ໂມງ. ວຽງຈັນ-ສະຫວັນ ລົດທໍາມະດາ ລາຄາ 200,000 ກີບ, ລົດດ່ວນ VIP2 230,000 ກີບ, ລົດດ່ວນ VIP1 250,000 ກີບ, ວຽງຈັນ-ປາກເຊ ລົດທໍາມະດາ ລາຄາ 270,000 ກີບ, ລົດດ່ວນ VIP2 300,000 ກີບ, ລົດດ່ວນ VIP1 320,000 ກີບ, ລາຍລະອຽດ ໂທ: 020 77766651, 020 22740521.

ໂອກາດດີປີໃໝ່ລາວ 2025, ທ່ານ ສຸກສະຫວາດ ສີສຸກ ໄດ້ຝາກຄໍາອວຍພອນມາຍັງທ່ານຜູ້ໂດຍສານທຸກໆທ່ານ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ການງານ, ສົມດັ່ງປາຖະໜາທຸກປະການ ປີໃໝ່ ຂໍໃຫ້ສິ່ງທີ່ດີໆເຂົ້າມາໃນຊີວິດຂອງພວກທ່ານດ້ວຍ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈໍາກັດຜູ້ດຽວ ຈະເລີ່ມສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ກະສິກຳ (ປູກໄມ້ໃຫ້ໝາກ) ເປັນສິນຄ້າ ເພື່ອຈໍາໜ່າຍ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ທີ່ບ້ານຄໍາເຕີຍ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ,
ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕົກລົງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ ສນຫລ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະປະທານ ສນຫລ, ພະນັກ ງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກອາຄານ ທະນາຄານພັດທະນາລາວ (ທພລ) ຫຼັງໃໝ່ ສາຂາຄຳມ່ວນ ຈັດຂຶ້ນໃນວັນທີ 6 ມີຖຸນານີ້ ທີ່ບ້ານຈອມທອງ ເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວເມືອງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ. ໂດຍການ ເຂົ້າຮ່ວມຂອງ ສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີ.
ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ວັນທີ 4 ມິຖຸນາຜ່ານມານີ້, ອົງການກາແດງແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຸກລະດົມຂົນຂວາຍບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ວາງແຜນຮັບບໍລິຈາກເລືອດ ຮ່ວມກັບພາກສ່ວນກຳລັງ ປກຊ-ປກສ ຂຶ້ນທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຜູ້ຊີ້ນຳວຽກອົງການກາແດງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ