![]() |
ຈຸດປະສົງໃນການລົງເຄື່ອນໄຫວ ເຮັດວຽກຄັ້ງນີ້ ເພື່ອຕິດຕາມ ກວດກາເບິ່ງຄວາມພ້ອມໃນການຮັບໃຊ້ບັ້ນເລືອກຕັ້ງ ແລະ ແຜນການກະກຽມໃນດ້ານຕ່າງໆ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ເມືອງ.
ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລາຍງານກ່ຽວກັບການກະກຽມການເຄື່ອນໄຫວວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ X ແລະ ສະພາປະຊາຊົນແຂວງຊຸດທີ V ຂອງຄະນະກໍາມະການເລືອກຕັ້ງແຂວງຫົວພັນ ວ່າ: ໄດ້ສຳເລັດການເກັບກໍາສະຖິຕິຈໍານວນພົນລະເມືອງທົ່ວແຂວງຫົວພັນ ຕາມຂໍ້ມູນເບື້ອງຕົ້ນມີທັງໝົດ 321,677 ຄົນ ຍິງ 154,849 ຄົນ, ເພີ່ມຂຶ້ນ 5,788 ຄົນ, ໃນນີ້ຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059ຄົນ ຍິງ 79,103 ຄົນ, ເພີ່ມຂຶ້ນ 22,914 ຄົນ ແລະ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 472 ໜ່ວຍ, ເພີ່ມຂຶ້ນ 53 ໜ່ວຍ, ປະສານສົມທົບກັບອະນຸກໍາມະການກ່ຽວຂ້ອງ ຜະລິດປ້າຍໂຄສະນາ, ຫີບປ່ອນບັດ, ປ້າຍຄໍາຂວັນ, ທຸງຊາດ, ສັ່ງພິມບັດປະເພດຕ່າງໆ, ແບບຟອມເອກະສານ ແລະ ຈັດຊື້ອຸປະກອນຮັບໃຊ້ການເລືອກຕັ້ງສຳເລັດໂດຍພຶ້ນຖານ, ສຳເລັດການຂຶ້ນແຜນລົງຕິດຕາມຊຸກຍູ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງໃນການຈັດຕັ້ງປະຕິບັດວຽກງານຕ່າງໆຕາມຄວາມຮັບຜິດຊອບ ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ໃນ 10 ເມືອງທົ່ວແຂວງ, ສໍາເລັດການປະກາດຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 8 ແລະ ສະມາຊິກສະພາປະຊາຊົນແຂວງຫົວພັນ ຊຸດທີ V ແລະ ຈັດສົ່ງຊີວະປະຫວັດຂອງຜູ້ລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ອະນຸກໍາມະການໂຄງປະກອບບຸກຄະລາກອນ ແລະ ຄະນະກໍາມະການເລືອກຕັ້ງລະດັບຊາດທັນຕາມກຳນົດເວລາ, ສຳເລັດການຈັດແບ່ງງົບປະມານບໍລິຫານຮັບໃຊ້ວຽກງານເລືອກຕັ້ງໃຫ້ 10 ເມືອງ ແລະ ສອງກອງບັນຊາການ ປກຊ-ປກສ ແຂວງ, ເມືອງ ແລະ ບັນດາອະນຸກໍາມະການຕ່າງໆ ໃນການເຄື່ອນໄຫວວຽກງານວຽກງານຂອງຕົນ.
ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນເພື່ອປຶກສາຫາລືແລກປ່ຽນຄຳຄິດເຫັນກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ແນໃສ່ຮັບປະກັນການດໍາເນີນບັ້ນເລືອກຕັ້ງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນຕາມລະດັບຄາດໝາຍ ພ້ອມທັງຮັບປະກັນ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນ 100%, ຮັບປະກັນການໃຊ້ສິດມີຄວາມຖືກຕ້ອງ 100%, ຮັບປະກັນຄວາມສະຫງົບຄວາມປອດໄພ 100% ແລະ ຮັບປະກັນຄວາມໂປ່ງໃສ 100%.
ທ່ານ ຈະເລີນ ເຢຍປາວເຮີ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກ ແຕ່ນີ້ຮອດ ວັນທີ 22 ກຸມພາ 2026 ວຽກງານຈຸດສຸມ ແມ່ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າຮັບຮູ້ສິດ, ພັນທະ ແລະ ຜົນປະໂຫຍດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອຮັບປະກັນ 100%, ເອົາໃຈໃສ່ກະກຽມຄວາມພ້ອມຕ່າງໆເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ດໍາເນີນໄປຢ່າງຖືກຕ້ອງ ແລະ ມີຜົນສໍາເລັດຢ່າງຈົບງາມ, ໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງ ສືບຕໍ່ສຶກສາອົບຮົມ ຜູ້ມີສິດເລືອກຕັ້ງໃຫ້ທົ່ວເຖິງ, ກຳແໜ້ນກ່ຽວກັບລະບຽບການເລືອກຕັ້ງໃຫ້ລະອຽດຊັດເຈນ, ໃຫ້ແຕ່ລະອະນຸກໍາມະການສືບຕໍ່ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ, ໃຫ້ເກັບກໍາຜູ້ທີ່ມີສິດລົງສະໝັກເລືອກຕັ້ງມີຈຳນວນທໍໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນແຂວງມີຈໍານວນທໍ່ໃດ, ຈຳນວນຜູ້ເຖົ້າບໍ່ສາມາດມາປ່ອນບັດໄດ້ມີຈໍາວນທໍ່ໃດ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ແຂວງໄປປ່ອນຢູ່ບ່ອນອື່ນມີຈໍານວນທໍ່ໃດ, ໃຫ້ປະສານສົມທົບກັບບັນດາບໍລິສັດຕ່າງໆ ຢູ່ພາຍໃນແຂວງໃຫ້ການຮ່ວມມື, ສະເພາະ 2 ກຳລັງ ປກສ-ປກຊ ຕ້ອງເພີ່ມທະວີການນໍາພາ - ຊີ້ນໍາ ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເພື່ອເຮັດໃຫ້ບັ້ນເລືອກຕັ້ງມີຄວາມສະຫງົບ, ເປັນລະບຽບຮ້ອຍ ແລະ ແກ້ໄຂໜໍ່ແໜງປະກົດການຫຍໍ້ທໍ້ຕ່າງໆທີ່ເປັນປັດໃຈກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍທີ່ຫວັງທໍາລາຍຕໍ່ກັບວຽກງານເລືອກຕັ້ງ ແລະ ຕ້ອງໄດ້ປ່ອນກ່ອນ ເພາະຮອດວັນທີ 22 ກຸມພາ 2026, 2 ກໍາລັງດັ່ງກ່າວແມ່ນປ້ອງກັນຄວາມສະຫງົບ ແລະ ເຮັດໜ້າທີ່ບໍລິການໃຫ້ຄວາມສະດວກ ແລະ ເປັນລະບຽບຮຽບຮ້ອຍ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ທວງທັນເວລາຕາມລະດັບຄາດໝາຍທີ່ວາງໃວ້,
ຂ່າວ-ພາບ: ບຸນຕອມ.

ຄໍາເຫັນ