ແຂວງຫຼວງພະບາງ ປະຕິບັດວຽກງານໂພຊະນາການມີບາດກ້າວດີຂຶ້ນ

ແຂວງຫຼວງພະບາງ ປະຕິບັດວຽກງານໂພຊະນາການມີບາດກ້າວດີຂຶ້ນ
ໂດຍ: ບຸນຕອມ
ແຂວງຫຼວງພະບາງ ແມ່ນແຂວງໜຶ່ງທີ່ພວມດໍາເນີນການຈັດຕັ້ງປະຕິບັດວຽກງານການສົ່ງເສີມໂພຊະນາການຂອງແມ່-ເດັກ ເພື່ອແນໃສ່ໃຫ້ບັນລຸແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ 3 (2021-2025) (ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ) ແລະ ຈາກການເອົາໃຈໃສ່ປະຕິບັດຢ່າງແຂງແຮງໃນໄລຍະຜ່ານ ສາມາດເຮັດໃຫ້ວຽກງານໂພຊະນາການພາຍໃນແຂວງມີບາດກ້າວນັບມື້ດີຂຶ້ນ.
ທ່ານ ຫຸມພັນ ຈິລະສັກ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ໃຫ້ສໍາພາດໃນວັນທີ 26 ກັນຍາ ນີ້ ກ່ຽວກັບສະພາບພົ້ນເດັ່ນການປະຕິບັດວຽກງານໂພຊະນາການ ແລະ ສົ່ງເສີມສຸຂະພາບ, ໂດຍຍົກໃຫ້ເຫັນວ່າ: ໃນໄລຍະຜ່ານມາ, ພະແນກສາທາລະນະສຸກແຂວງ ກໍຄືພະນັກງານແພດໝໍທົ່ວແຂວງ ໄດ້ຖືເອົາວຽກອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ເພື່ອເຮັດໃຫ້ຊີວິດ ແລະ ສຸຂະພາບຂອງປະຊາຊົນດີຂຶ້ນ, ໂດຍຖືເປັນວຽກບຸລິມະສິດ ຊຶ່ງໄດ້ຈັດຕັ້ງປະຕິບັດໃນທຸກລະດັບ, ເປົ້າໝາຍຫຼຸດຜ່ອນອັດຕາການຕາຍຂອງເດັກອາຍຸລຸ່ມ 1 ປີ, ລຸ່ມ 5 ປີ ແລະ ແກ້ໄຂການຕາຍຂອງແມ່. ໄດ້ສຸມໃສ່ຈັດຕັ້ງປະຕິບັດບາງໂຄງການເຊັ່ນ: ໂຄງການສັກຢາກັນພະຍາດ ແລະ ວັກຊິນປ້ອງກັນພະຍາດໂຄວິດ-19. ໂຄງການສົ່ງເສີມສຸຂະພາບແມ່ຍິງໄວຈະເລີນພັນ ແລະ ໄວ ໜຸ່ມ. ໂຄງການນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ. ໂຄງການປ້ອງກັນການຕິດເຊື້ອຈາກແມ່ຫາລູກ. ໂຄງການຄຸ້ມຄອງເຊື່ອມສານພະຍາດເດັກ. ໂຄງການຈັດຫານໍ້າສະອາດ ແລະ ນໍ້າປອດໄພ. ໂຄງການສົ່ງເສີມຈູລະສານອາຫານ ແລະ ຢາຂ້າແມ່ທ້ອງ ແລະ ໃນປີ 2023 ນີ້ກໍມີຄວາມອາດສາມາດຈະບັນລຸໄດ້ຫຼາຍຄາດໝາຍ, ໂດຍສະເພາະທຽບໃສ່ 11 ຕົວຊີ້ບອກຂອງລັດຖະບານວາງອອກແມ່ນສາມາດບັນລຸໄດ້ທັງໝົດໃນປີ 2022. ໂດຍໃນປີ 2022 ອັດຕາເດັກລຸ່ມ 5 ປີ ທີ່ມີນ້ຳໜັກຫຼຸດມາດຕະຖານ ຢູ່ທີ່ 7,7% ຂອງເດັກເກີດມີຊີວິດ, ເດັກເຕ້ຍແມ່ນ 10,5 % ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກລຸ່ມ 1 ປີແມ່ນ 11,5/1.000 ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກລຸ່ມ 5 ປີ ແມ່ນ 13,2/1.000 ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງແມ່ແມ່ນ 72,8/100.000 ຂອງເດັກເກີດມີຊີວິດ, ການເກີດລູກຢູ່ສະຖານທີ່ບໍລິການ ແລະ ການເກີດຢູ່ບ້ານທີ່ມີແພດຊ່ວຍ ກໍສາມາດບັນລຸຕາມຄາດໝາຍເຊັ່ນດຽວກັນ. ຂະນະກຽວກັນອັດຕາການສັກຢາວັກຊິນກັນພະຍາດ ກໍກວມອັດສ່ວນສູງຂຶ້ນເປັນລໍາດັບ, ບັນດາຜົນສຳເລັດດັ່ງກ່າວຍ້ອນພື້ນຖານຕາໜ່າງສາທາລະນະສຸກແມ່ນທົ່ວເຖິງ, ໂດຍທົ່ວແຂວງ ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 12 ແຫ່ງ ແລະ ສຸກສາລາ 83 ແຫ່ງ, ບວກກັບເຮົາມີອາສາສະໝັກສາທາລະນະສຸກຂັ້ນບ້ານທີ່ໄດ້ຜ່ານການຝຶກອົບຮົມເປັນຈຳນວນຫຼາຍ, ປະຊາຊົນມີຄວາມຕື່ນຕົວ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານການຮັກສາສຸຂະພາບຫຼາຍຂຶ້ນ, ພະແນກກ່ຽວຂ້ອງຂອງແຂວງໄດ້ມີງົບປະມານສຳລັບການລົງເຄື່ອນທີ່ເຊື່ອມສານວຽກງານແມ່ ແລະ ເດັກ, ສັກຢາກັນພະຍາດ ແລະ ໂພຊະນາການບໍ່ໄດ້ຂາດ, ອັນສໍາຄັນແມ່ນໃນແຕ່ລະບ້ານເຂດຫ່າງໄກສອກຫຼີກແມ່ນໄດ້ຮັບການບໍລິການຈາກທີມແພດເຄື່ອນທີ່ບໍ່ຕໍ່າກ່ວາ 4-6 ຄັ້ງຕໍ່ປີ, ບາງບ້ານມີເຖິງ 8 ຄັ້ງ. ນອກຈາກນີ້ ພະນັກງານຢູ່ຂັ້ນພື້ນຖານໄດ້ມີຄວາມຫ້າວຫັນ ແລະ ໄດ້ຮັບການຍົກລະດັບຄວາມສາມາດຢ່າງເປັນ ປົກະຕິ. ໂຄງການນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມາຈາກອົງການອຸຍນີເຊັບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ເປີດນໍາໃຊ້ແຫຼ່ງທໍລະນີສາດ ຖໍ້າຝາມື

ຄໍາມ່ວນ ເປີດນໍາໃຊ້ແຫຼ່ງທໍລະນີສາດ ຖໍ້າຝາມື

ວັນທີ 8 ມິຖຸນາ 2026 ຢູ່ທີ່ບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຈັດພິທີເປີດນໍາໃຊ້ແຫ່ງທໍລະນີສາດ ຖໍ້າຝາມື ( ມໍລະດົກທາງບູຮານວິທະຍາ ແລະ ສິລະປະຖໍ້າ ) ເຊິ່ງແຫຼ່ງທໍລະນີດັ່ງກ່າວແມ່ນຢູ່ຫ່າງຈາກບ້ານຄູນເງິນໄປທາງທິດຕາເວັນອອກສຽງໃຕ້ປະ
ສສ​ຊ ເຂດ 6 ເຄື່ອນ​ໄຫວ ແລະ ເຮັດ​ວຽກ ຢູ່ເມືອງໂພນໄຊ

ສສ​ຊ ເຂດ 6 ເຄື່ອນ​ໄຫວ ແລະ ເຮັດ​ວຽກ ຢູ່ເມືອງໂພນໄຊ

ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ນໍາໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ ເມືອງໂພນໄຊ ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້ ໂດຍມີການນຳ, ພະນັກງານການນໍາຫຼັກແຫຼ່ງ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນບ້ານປາກງາ ໃຫ້ການຕ້ອນຮັບ.
ຄໍາມ່ວນ ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາສັ່ງກ່ຽວກັບວຽກງານແຮ່ທາດ

ຄໍາມ່ວນ ເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາສັ່ງກ່ຽວກັບວຽກງານແຮ່ທາດ

ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບວຽກງານແຮ່ທາດໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້ ທີ່​ແຂວງ​ຄຳ​ມ່ວນ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກົມຕຳຫຼວດຄວບຄຸມລະບົບວົງຈອນປິດ ຕິດຕາມເຫດການ ແລະ ຄົ້ນຫາເປົ້າໝາຍ ໄດ້ 138 ເລື່ອງ

ກົມຕຳຫຼວດຄວບຄຸມລະບົບວົງຈອນປິດ ຕິດຕາມເຫດການ ແລະ ຄົ້ນຫາເປົ້າໝາຍ ໄດ້ 138 ເລື່ອງ

ໃນຍຸກແຫ່ງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແມ່ນມີຄວາມຈໍາເປັນຕ້ອງໄດ້ຫັນປ່ຽນໄປສູ່ຄວາມທັນສະໄໝ. ໃນນັ້ນ, ລະບົບກ້ອງວົງຈອນປິດ (CCTV) ແລະ ສາຍດ່ວນ 1191 ໄດ້ກາຍມາເປັນເຄື່ອງມືອັນສຳຄັນ ແລະ ເປັນຕາທິບໃຫ້ແກ່ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ໃນການສະກັດກັ້ນ, ຕິດຕາມເຫດການ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນສັງຄົມໄດ້ຢ່າງທັນການ, ຊຶ່ງຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 1 ປີຜ່ານມາ ກົມຕໍາຫຼວດຄວບຄຸມລະບົບວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດສ້າງຜົນງານອັນພົ້ນເດັ່ນ ໂດຍສະເພາະແມ່ນການຕິດຕາມເຫດການ ແລະ ຄົ້ນຫາເປົ້າໝາຍຕ່າງໆ ໄດ້ 138 ເລື່ອງ.
ຫາລື ໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນ ຫຼວງພະບາງ

ຫາລື ໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນ ຫຼວງພະບາງ

ກອງປະຊຸມປຶກສາຫາລືວຽກງານໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ນະຄອນ ຫຼວງພະບາງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້ ໂດຍເປັນປະທານຂອງ ທ່ານ ຈີນດາວົງ ໂພສີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ມີ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ-ຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍພາກສ່ວນກ່ຽວ​ຂ້ອງ ເຂົ້າຮ່ວມ.
ປະຊາຊົນເປັນນໍ້າ ກອງທັບເປັນປາ ຮ່ວມສາຍສຳພັນສ້າງສາປະເທດຊາດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງສີວິໄລ

ປະຊາຊົນເປັນນໍ້າ ກອງທັບເປັນປາ ຮ່ວມສາຍສຳພັນສ້າງສາປະເທດຊາດ ມີຄວາມເຂັ້ມແຂງ ແລະ ໝັ້ນຄົງສີວິໄລ

ກອງທັບ ກັບ ປະຊາຊົນ ແມ່ນສອງພາກສ່ວນທີ່ມີຄວາມຜູກພັນກັນຢ່າງແໜ້ນແຟ້ນ ບໍ່ອາດແຍກອອກຈາກກັນໄດ້ ຄຳກ່າວທີ່ວ່າ “ກອງທັບກັບປະຊາຊົນຄືປາກັບນໍ້າ” ແມ່ນຄໍາປຽບທຽບທີ່ມີຄວາມໝາຍເລິກເຊິ່ງ, ປາຈະມີຊີວິດຢູ່ໄດ້ກໍຕ້ອງອາໄສນໍ້າ, ຖ້າຂາດນໍ້າປາກໍຢູ່ບໍ່ໄດ້, ກອງທັບກໍເຊັ່ນດຽວກັນ ການເກີດຂຶ້ນ, ການເຕີບໃຫຍ່ ແລະ ຄວາມເຂັ້ມແຂງຂອງກອງທັບ ລ້ວນແຕ່ອາໄສການສະໜັບສະໜູນ, ຮັກແພງ ແລະ ການຮ່ວມແຮງຮ່ວມໃຈຈາກປະຊາຊົນ.
ວິທະຍາຄານສັນຕິບານປະຊາຊົນ ປາຖະກະຖາ 3 ວັນປະຫວັດສາດ

ວິທະຍາຄານສັນຕິບານປະຊາຊົນ ປາຖະກະຖາ 3 ວັນປະຫວັດສາດ

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ຂຶ້ນໃນວັນທີ 9 ມິຖຸນານີ້, ໃຫ້ກຽດປາຖະກະຖາໂດຍສະຫາຍ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການ ວສປ, ມີຄະນະພັກ-ຄະນະອຳນວຍການ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ

ຢູນີເທວ ໄດ້ຮັບລິຂະສິດຖ່າຍທອດສົດບານໂລກ 2026 ໃຫ້ປະຊາຊົນລາວຮັບຊົມໂດຍບໍ່ເສຍຄ່າ

ພິທີເປີດໂຕຢ່າງເປັນທາງການລິຂະສິດຖ່າຍທອດສົດບານໂລກ FIFA World Cup 2026 ທີ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາຜ່ານມາ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນປະທານສະພາບໍລິຫານ ບໍລິສັດ ສະຕາໂທລະຄົມ (ຢູນີເທວ), ມີທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຄະນະອໍານວຍການບໍລິສັດຢູນີເທວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ

ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ໃນວັນທີ 8 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຄະນະກຳມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສອງກຳມາທິການ ຊຸກຍູ້ວຽກງານກູ້ໄພ-ກູ້ຊີບ

ສອງກຳມາທິການ ຊຸກຍູ້ວຽກງານກູ້ໄພ-ກູ້ຊີບ

ພິທີມອບ-ຮັບເງິນຊຸກຍູ້ວຽກງານກູ້ໄພ-ກູ້ຊີບ (ກໍ່ສ້າງອາຄານປະຈຳການຈຸດນາເລົ່າ) ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈຳນວນ 230 ລ້ານກີບ ຈາກກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມກັບກຳມາທິການສາທາລະນູປະການສູນກາງ ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ທີ່ສຳນັກງານສູນກາງແນວລາວສ້າງຊາດ. ກ່າວມອບໂດຍພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະ ທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ຫົວໜ້າກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ແລະ ພະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຮອງປະທານສູນກາງ ອພສ ຫົວໜ້າກຳມາທິການສາທາລະນູປະການສູນກາງ ແລະ ກ່າວຮັບໂດຍທ່ານ ນາງ ສີສະຫຼຽວ ທຳມະເທວາ ປະ ທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, ມີພະເຖລານຸເຖລະ, ເຈົ້າອະທິການວັດ, ຫົວໜ້າກົມ-ຮອງກົມສາສະໜາ, ແນວລາວສ້າງຊາດເມືອງນາຊາຍທອງ, ເຈົ້າສັດທາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ