ປາຖະກະຖາວັນສ້າງຕັ້ງ ອົງການໄອຍະການປະຊາຊົນ

ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງ ອົງການໄອຍະການປະຊາຊົນ

ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງ ອົງການໄອຍະການປະຊາຊົນ
ວັນທີ 13 ມັງກອນນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ອົງການໄອຍະການປະຊາຊົນ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (9 ມັງກອນ 1990-9 ມັງກອນ 2025)

 ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ສໍສຸກັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ບຸນທະວີ ສໍສຸກັນ ໄດ້ຂຶ້ນປາຖະກະຖາວ່າ: ອົງການໄອຍະການປະຊາຊົນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 9 ມັງກອນ 1990 ໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດຊຸດທີ II ໃນວັນທີ 23 ພະຈິກ ປີ 1989 ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ແຫ່ງ ສ ປ ປ ລາວ ສະບັບທຳອິດ ແລະ ປະກາດໃຊ້ໂດຍດຳລັດຂອງປະທານປະເທດເລກທີ 5 ລົງວັນທີ 9 ມັງກອນປີ 1990 ເປັນຂີດໝາຍປະຫວັດສາດສໍາຄັນຂອງອົງການໄອຍະການປະຊາຊົນ ແລະ ໄດ້ກາຍເປັນວັນສ້າງຕັ້ງ ອົງການໄອຍະການປະຊາຊົນລາວ ຊຶ່ງເປັນອົງການອຳນາດລັດ, ມີພາລະບົດບາດກວດກາການປະຕິບັດກົດໝາຍໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນທຸກກະຊວງ, ຄະນະກຳມະການແຫ່ງລັດ, ສຳນັກງານ, ວິສາຫະກິດ, ອົງການຈັດຕັ້ງອື່ນໆ ຂອງລັດ ແລະ ສັງຄົມ.

ໃນໂອກາດນີ້, ໄດ້ມອບໃບຍ້ອງຍໍ ຜົນງານ 5 ປີ (2019-2024) ໃຫ້ແກ່ ກົມກອງ ແລະ ບຸກຄົນ ຂອງອົງການໄອຍະການປະຊາຊົນແຂວງຜົ້ງສາລີ ທີ່ມີຜົນງານ, ຄຸນງາມຄວາມດີປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຕະຫຼອດໄລຍະຜ່ານມາ ແລະ ປະກອບສ່ວນເຂົ້າໃນວຽກງານ ອົງການໄອຍະການປະຊາຊົນ ຄົບຮອບ 35 ປີ, ຊຶ່ງປະເພດກົມກອງລວມໝູ່ມີ 3 ກົມກອງຄື: ອົງການໄອຍະການປະຊາຊົນແຂວງຜົ້ງສາລີ; ອົງການໄອຍະການປະຊາຊົນເຂດ I; ອົງການໄອຍະການປະຊາຊົນ ເຂດ II ແລະ ປະເພດບຸກຄົນ ໄດ້ຮັບໃບ ຍ້ອງຍໍມີ 54 ທ່ານ, ຍິງ 22 ທ່ານ ເປັນກຽດຂຶ້ນມອບໂດຍທ່ານ ບຸນທະວີ ສໍສຸກັນ.

(ພາບ-ຂ່າວ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ເຂົ້າຮ່ວມກິດຈະກໍາໃນມື້ບຸນອອກພັນສາປະວໍຣະນາ ໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ວັດ ອົງຕື້ວໍຣະມະຫາວິຫານ. ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ສຸມາລີ ທໍາມະວົງ ຄະນະປະຈໍາພັກ ນວ ເລຂາຄະນະພັກເມືອງ ຫົວໜ້າຄະນະສະມາຊິກສະພາ ນວ ຊຸດທີ V ປະຈໍາເຂດເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ມີພໍ່, ແມ່, ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນໄປເທດສັ່ງສອນອອກຕົນຍາດໂຍມ ບວດລູກ-ຫຼານຊາວບ້ານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າ ຕະຫຼອດມາຈົນເຖິງທຸກວັນນີ້.
ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 26 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຢ້ຽມຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2026. ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພັນລະຍາການນໍາແຂວງເຂົ້າຮ່ວມ.
ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີ ເອດທີ ກຼຸບ (PPST Group) ໄດ້ມອບເງິນ 2.5 ຕື້ກີບ ໃຫ້ແຂວງຄໍາມ່ວນເພື່ອປະກອບສ່ວນກໍ່ສ້າງຫ້ອງການຕາແສງ ແນໃສ່ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບການບໍລິການປະຊາຊົນຢູ່ຂັ້ນຮາກຖານ.
ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ມວນຊົນຈໍານວນຫຼາຍໄດ້ພ້ອມໃຈ ກັນຫຼັ່ງໄຫຼເຂົ້າຮ່ວມປະເພນີການໄຫຼເຮືອໄຟ (ລອຍກະໂທງ) ໃນງານບຸນ ອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ໃນຄໍ່າຄືນຂອງວັນທີ 26 ຕຸລາຜ່ານມາ ຊຶ່ງເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ຈັດຂຶ້ນໃນມື້ເພັງ 15 ຄໍ່າ (ວັນສິນໃຫຍ່) ເພື່ອເປັນການສະແດງຄວາມເຄົາລົບ ແລະ ຂໍຂະມາຕໍ່ພະແມ່ ຄົງຄາ ​ຕາມຄວາມເຊື່ອທາງພຸດທະສາສະໜາ.
ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ, ໃນ​ວັນ​ທີ 25 ຕຸ​ລາ​ຜ່ານ​ມາ, ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ ໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບັນຍາກາດການສະຫຼອງງານບຸນອອກພັນສາປະວໍຣະນາ ປະຈຳປີ 2026 ນີ້ ທີ່ນະຄອນຫຼວງວຽງຈັນ ຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຳຄັນທາງດ້ານຈິດໃຈຂອງພຸດທະສາສະນິກະຊົນລາວ ແລະ ສາກົນ ທີ່ໄດ້ພ້ອມກັນປະພຶດ ປະຕິບັດຕາມຫຼັກທຳຄຳສອນທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ພະອາຈານພວງປະເສີດ ພູມມາວົງ ຮອງປະທານ, ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ໄດ້ໃຫ້ສໍາພາດຕໍ່ທີມຂ່າວ ທີ່ວັດອົງຕື້ວໍຣະມະຫະວິຫານ ວ່າ: ຄວາມໝາຍ ແລະ ຄວາມສຳຄັນຂອງວັນບຸນອອກພັນສາ ປະວໍຣະນາ (ວັນອອກພັນສາ) ຫຼື ວັນມະຫາປະວໍຣະນາ ຖືເປັນວັນສິ້ນສຸດການຈໍາພັນສາ, ຕະຫຼອດໄລຍະເວລາ 3 ເດືອນຂອງພະສົງ-ສາມະເນນ ຕາມພະວິນໂຍບັນຍັດ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ໃນວັນທີ 25 ຕຸລາ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງມືຮັບໃຊ້ການປະຕິບັດງານໃຫ້ອາສາສະໝັກຊາວໜຸ່ມ “ຕະລຸມບອນ” ທີ່ຮ່ວມປະຕິບັດໜ້າທີ່ໃນງານບຸນ ອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ປີ 2026 ແຂວງຈຳປາສັກ.
ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ