ກອງປະຊຸມປຶກສາຫາລື ການຫ້າງຫາກະກຽມຈັດງານບຸນຊ່ວງເຮືອ

ແຂວງວຽງຈັນ ກະກຽມຈັດງານບຸນຊ່ວງເຮືອ ປະຈໍາປີ 2024

ແຂວງວຽງຈັນ ກະກຽມຈັດງານບຸນຊ່ວງເຮືອ ປະຈໍາປີ 2024
ກອງປະຊຸມປຶກສາຫາລື ການຫ້າງຫາກະກຽມຈັດງານບຸນຊ່ວງເຮືອ ປະຈໍາປີ 2024 ຂອງແຂວງວຽງຈັນຂຶ້ນໃນວັນທີ 16 ຕຸລາຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງທຸລະຄົມ ແຂວງວຽງຈັນ

 ໂດຍການເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງດັ່ງກ່າວ, ມີ ທ່ານ ບຸນເລີດ ສີຫາປັນຍາ ປະທານຄະນະກໍາມະການບຸນຊ່ວງເຮືອປະເພນີ ແຂວງວຽງຈັນ 2024 ຂັ້ນເມືອງ, ມີບັນດາອະນຸກໍາມະການກ່ຽວຂ້ອງຂັ້ນເມືອງ, ຂັ້ນບ້ານ ເຂົ້າຮ່ວມ.

ທ່ານ ບຸນເລີດ ສີຫາປັນຍາ ໄດ້ລາຍງານການຫ້າງຫາກະກຽມຈັດງານບຸນດັ່ງກ່າວ, ຊຶ່ງພາຍຫຼັງໄດ້ຮັບແຈ້ງການຂອງຫ້ອງວ່າການ ກ່ຽວກັບການຕົກລົງຂອງການນໍາແຂວງວຽງຈັນ ໃຫ້ຈັດງານບຸນຊ່ວງເຮືອປະເພນີຂອງແຂວງວຽງຈັນ ປະຈໍາປີ 2024 ຢູ່ເມືອງທຸລະຄົມອີກ, ຄະນະນໍາເມືອງ ໄດ້ຜັນຂະຫຍາຍແຈ້ງການສະບັບດັ່ງກ່າວ ໂດຍໄດ້ອອກຂໍ້ຕົກລົງຂອງທ່ານເຈົ້າເມືອງ ເພື່ອແຕ່ງຕັ້ງຄະນະກໍາມະການຈັດງານບຸນຂັ້ນເມືອງ,

ງານບຸນຊ່ວງເຮືອປະເພນີແຂວງວຽງຈັນ ໄດ້ກໍານົດເອົາວັນທີ 3 ພະຈິກ 2024 ເປັນວັນແຂ່ງຂັນເຮືອຍາວປະເພນີປະເພດ 55 ສີພາຍ, ຕາມການສັງລວມຂໍ້ມູນມີເຮືອເຂົ້າແຂ່ງຂັນ ຈໍານວນ 17 ລໍາ, ເຮືອເມືອງທຸລະຄົມມີ 16 ລໍາ ແລະ ເຮືອບ້ານປາກກະຍຸງ ເມືອງວຽງຄໍາມີ 1 ລໍາ, ກ່ຽວກັບຂອງຂວັນລາງກໍານົດໄວ້ຄື: ລາງວັນເຮືອປະເພນີ 55 ສີພາຍ ລາງວັນທີ 1 ໄດ້ຮັບເງິນສົດ 50,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ ແລະ ຂັນເງິນໝູນວຽນ 1 ໜ່ວຍ, ລາງວັນທີ 2 ເງິນສົດ 40,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ, ລາງວັນທີ 3 ເງິນສົດ 30,000, 000 ກີບ ພ້ອມຂັນກິລາ 1 ໜ່ວຍ, ລາງວັນທີ 4 ເງິນສົດ 20,000,000 ກີບ ພ້ອມດ້ວຍຂັນກິລາ 1 ໜ່ວຍ. ນອກນັ້ນ, ຄະນະຮັັບຜິດຊອບຈັດງານ ໄດ້ຕົກລົງໃຫ້ເອົາເຮືອກິລາປະເພດ 12 ສີພາຍ ມາເຂົ້າຮ່ວມແຂ່ງຂັນ ຊຶ່ງມີເຮືອມາລົງທະບຽນແລ້ວ 50 ລໍາ, ກ່ຽວກັບຂອງຂວັນລາງວັນໄດ້ຕົກລົງຄື: ລາງວັນທີ 1 ໄດ້ຮັບເງິນສົດ 30,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ, ລາງວັນທີ 2 ເງິນສົດ 20,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ, ລາງວັນທີ 3 ເງິນສົດ 15,000,000 ກີບ, ລາງວັນທີ 4 ເງິນສົດ 10,000,000 ກີບ ພ້ອມຂັນກິລາ 1 ໜ່ວຍ.

ໃນໂອກາດ ທ່ານ ພູວົງ ບຸນຊູ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຈັດງານສືບຕໍ່ສຸມໃສ່ວຽກທີ່ຍັງຄົງຄ້າງໃຫ້ສໍາເລັດທ່ວງທັນກັບເວລາ, ເປັນຕົ້ນອະນຸກໍາມະການສະຖານທີ່, ພິທີການ, ປະດັບປະດາ, ອະນຸກໍາມະການເນື້ອໃນ, ເສດຖະກິດ, ລະດົມທຶນ, ຍ້ອງຍໍ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການດໍາເນີນການແຂ່ງຂັນ, ກອງເລຂາ, ສື່ມວນຊົນ, ອະນຸກໍາມະການຮັກສາສຸຂະພາບ, ຄວາມປອດໄພທາງນໍ້າ, ທາງບົກ, ການຈັດສັນລໍາລຽງລົດ, ອະນຸກໍາມະການກ່ຽວຂ້ອງ ແລະ ຊີ້ນໍາໃຫ້ເອົາໃຈໃສ່ຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃຫ້ງານທີ່ຈະຈັດຂຶ້ນປີນີ້ໃຫ້ຄວາມເບີກບານມ່ວນຊື່ນ, ມີຜົນສໍາເລັດຢ່າງຈົບງາມ ແລະ ເປັນພື້ນຖານໃຫ້ແກ່ປີຕໍ່ໄປ.

(ຂ່າວ: ຄໍາພອນ ຈັນທະວົງສັກ, ພາບ: ຫຼ້າທໍ່ ປາຈ້າທໍ່).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ຊາວນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ເມືອງມໍຣະດົກໂລກ ໄດ້ຈັດພິທີ ອາຣາດຖະນາອົງພະບາງພຸດທະຣາວັນ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາສະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ. ພິທີອາຣາດຖະນາ, ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ.
ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ໃນວັນທີ 16 ເມສານີ້, ແຂວງຄໍາມ່ວນ ໄດ້ແຫ່ ສົງການຕາມຕໍານານບູຮານລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ ພສ 2569 ຢ່າງຄຶກຄື້ນ ທີ່ເທສະບານເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມແຫ່ຂະບວນໂດຍທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍບັນດາການນໍາແຂວງ, ພະເຖລະນູເຖຣະ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026). ຄຊປປລ ມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະ ຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງ ການ ແລະ ທ້ອງຖິ່ນ. ຊາວໜຸ່ມລາວ ຍັງເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ.
ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.
ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ດ້ວຍການຫຼິ້ນບຸນກຸດສົງການ ປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ວັນທີ່ 13 ເມສານີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງໄດ້ຈັດພິທີແຫ່ຊ້າງຮຽງເກີຍ ຊຶ່ງເປັນພິທີກັມ ຄອບລາ ຫຼື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫຼື ສັງກາດປີໃໝ່ ຕາມຄວາມເຊື່ອຖື ທີ່ຊາວຫຼວງພະບາງສືບທອດກັນມາແຕ່ບູຮານນະການ.ພິທີແຫ່ຊ້າງຮຽງເກີຍນີ້, ຖືເປັນພິທີສ່ຽງ-ທວາຍວ່າ: ໃນປີນັ້ນ, ເປັນປີທີ່ດິນຟ້າອາກາດ, ສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫຼື ຫຍຸ້ງຍາກຫຍັງແດ່ ເກີດຂຶ້ນກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສດິນຟ້າອາກາດໃນການເຮັດກະສິກຳ, ກະກຽມຮັບມືກັບເຫດການອາດຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ).
ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ  ໃໝ່ລາວ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ ໃໝ່ລາວ

​ ຕາມການເລົ່າຂານຕໍ່ກັນມາໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ສະເຫຼີມສະຫຼອງບຸນກຸດສົງ ການ ຫຼື ຕຸດສົງການປີໃໝ່ລາວ ແມ່ນມີລັກສະນະເຈືອປົນກັນ ລະຫວ່າງສາສະໜາພາມ ແລະ ສາສະໜາພຸດຖືເປັນບຸນປະເພນີຂອງປະເທດລາວຂອງເຮົາທີ່ມີແຕ່ບູຮານນະການ ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ ແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ໂດຍກຳນົດ 3 ມື້ ຄື 14-15-16 ເມສາຂອງທຸກໆປີ
ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ ນີ້ ຊຶ່ງໂຄງການດັ່ງກ່າວ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ,
ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກທຸລະກິດ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ແຂວງຄຳມ່ວນ ແລະ ແກ້ໄຂຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 8 ເມສານີ້ ທີ່ສຳນັກງານນານົກລັດຖະມົນຕີ,ຕາງໜ້າຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ແລະ ທ່ານ ສິລີລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມເປັນສັກຂີພິຍານ.
ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີສະຫຼອງສົ່ງທ້າຍປີ ເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ຂຶ້ນໃນວັນທີ 9 ເມສານີ້, ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງ ພະອາຈານຖາວອນ ໄທພິມມະທອງ ປະທານສົງວັດຈັນທະບູລີສີສັດຕະນະພຸດ, ມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ພ້ອມ ດ້ອຍພັນລະຍາ, ມີພະເຖລານຸເຖລະ, ບັນ ດາຮອງຫົວໜ້າ ຄອສພ, ຫົວໜ້າກົມ-ຮອງ ກົມ, ອະດີດພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ, ແຂກຖືກເຊີນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ເພີ່ມເຕີມ