ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.
ວັນທີ 23 ເມສາຜ່ານນມາ, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026 ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2026 ຄົບຮອບ 51 ປີ, ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການອະໄພຍະໂທດລະດັບແຂວງວຽງຈັນ, ມີຮອງປະທານ, ມີຄະນະກຳມະການອະໄພຍະໂທດລະດັບແຂວງ ແລະ ກອງເລຂາຊ່ວຍວຽກຄະນະກຳມະການອະໄພຍະໂທດລະດັບແຂວງເຂົ້າຮ່ວມ.
ແຂວງວຽງຈນ ຄນຄວາ, ຄດເລອກ ນກໂທດທມເງອນໄຂອະໄພຍະໂທດ ປະຈຳປ 2026. - image 1
 

ທ່ານ ສີວຽງໄຊ ອໍລະບູນ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2026 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການທີ່ກົດໝາຍກໍານົດໄວ້. ໃນນີ້, ຄະນະກຳມະການອະໄພຍະໂທດລະດັບແຂວງ ແລະ ກອງເລຂາຊ່ວຍວຽກຄະນະກຳມະການອະໄພຍະໂທດລະຂັ້ນແຂວງ ຈະໄດ້ພ້ອມກັນເຊື່ອມຊຶມບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບ ວຽກງານອະໄພຍະໂທດໃຫ້ລະອຽດ, ຄົບຖ້ວນ ແລະ ເລິກເຊິ່ງ. ພ້ອມນີ້, ຈະໄດ້ພ້ອມກັນເຊື່ອມຊຶມ ແລະ ຄົ້ນຄວ້າລັດຖະບັນຍັດຂອງປະທານປະເທດສະບັບເລກທີ 001/ປບທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ. ເຊື່ອມຊຶມ ແລະ ຄົ້ນຄວ້າຄໍາແນະນໍາ ຂອງຄະນະກຳມະການອະໄພຍະໂທດລະດັບຊາດ ສະບັບເລກທີ 016/ຄອຊ, ລົງວັນທີ 24 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດລັດຖະບັນຍັດຂອງປະທານ ປະເທດວ່າດ້ວຍການໃຫ້ອະໄພຍະໂທດ. ຄົ້ນຄ້ວາຄັດເລືອກບັນດາລາຍຊື່ນັກໂທດຜູ້ທີ່ມີຜົນງານດີເດັ່ນ ແລະ ມີເງື່ອນໄຂອະໄພຍະໂທດ ເພື່ອນໍາສະເໜີໃຫ້ປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ນັກໂທດປະຈຳປີ 2026.

ທ່ານ ພັນໂທ ຄຳຕຸ່ນ ຈອມວິສານ ຫົວໜ້າຄ້າຍຄຸມຂັງດັດສ້າງ ປກສ ແຂວງວຽງຈັນ ໄດ້ຜ່ານບັນຊີລາຍຊື່ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2026 ຄົບຮອບ 51 ປີ ຊຶ່ງມີທັງໝົດ 183 ຄົນ ຍິງ 20 ຄົນ. ໃນນີ້, ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ 165 ຄົນ ຍິງ 18 ຄົນ; ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ 18 ຄົນ ຍິງ 2 ຄົນ. ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນໃສ່ບາງບັນຫາທີ່ເຫັນວ່າຈະໄດ້ສືບຕໍ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ທ່ານ ສີວຽງໄຊ ອໍລະບູນ ຍັງໄດ້ເນັ້ນບາງບັນຫາໃຫ້ຄະນະກຳມະການອະໄພຍະໂທດລະດັບແຂວງ ແລະ ກອງເລຂາຊ່ວຍວຽກຄະນະກຳມະການອະໄພຍະໂທດລະດັບແຂວງ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ບັນດາເອກະສານ ແລະ ນິຕິກຳຕ່າງໆກ່ຽວກັບການໃຫ້ອະໄພຍະໂທດ ໃຫ້ຄົບຖ້ວນ, ຮອບດ້ານ, ພາວະວິໄສ ເລິກເຊິ່ງເຖິງຖອງ, ລະອຽດຈະແຈ້ງ ແລະ ມີຄວາມເປັນເອກະພາບກັນ, ຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມລະບຽບຫຼັກການທີ່ກຳນົດໄວ້ ແລະ ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ, ຄັດເລືອກນັກໂທດ ຜູ້ທີ່ມີຜົນງານດີເດັ່ນມີເງື່ອນໄຂອະໄພຍະໂທດໃຫ້ຖືກຕ້ອງ, ມີຄວາມໂປ່ງໃສ ແລະ ຍຸຕິທຳ; ພ້ອມນີ້ ເຈົ້າໜ້າທີ່ຮັບຜິດຊອບຄ້າຍຄຸມຂັງ-ດັດສ້າງ ກໍໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມນັກໂທດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ. ເປັນຕົ້ນແມ່ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເປັນບ່ອນອີງ ໃນການສຶກສາອົບຮົມຕໍ່ນັກໂທດໃຫ້ເປັນປົກກະຕິຕໍ່ເນື່ອງ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ເພີ່ມເຕີມ