ແຂວງວຽງຈັນ ແລະ ແຂວງອຽນບາຍ ແລກປ່ຽນບົດຮຽນດ້ານການກວດ ແລະ ປິ່ນປົວສຸຂະພາບ

ແຂວງວຽງຈັນ ແລະ ແຂວງອຽນບາຍ ແລກປ່ຽນບົດຮຽນດ້ານການກວດ ແລະ ປິ່ນປົວສຸຂະພາບ
ກອງປະຊຸມແລກປ່ຽນຖອດຖອນບົດຮຽນເພື່ອຍົກສູງຄຸນນະພາບການບໍລິການກວດ ແລະ ປິ່ນປົວສຸຂະພາບລະຫວ່າງເມືອງຊະນະຄາມ ແຂວງວຽງຈັນ ສປປລາວ ແລະ ແຂວງອຽນບາຍ ສສ ຫວຽດນາມໄດ້ຈັດຂຶ້ິນໃນວັນທີ 26 ຕຸລາຜ່ານມາທີ່ຫ້ອງການສາທາລະນະສຸກ ເມືອງຊະນະຄາມ ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີທ່ານ ວູ້ຈ່ອງເຖືອງ ຮອງຫົວໜ້າພະແນກສາທາລະນະສຸກແຂວງອຽນບາຍ, ມີທ່ານໂພຄຳ ແສງລະດີ ຫົວໜ້າຫ້ອງການສາທາລະນະສຸກເມືອງຊະນະຄາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້ໄດ້ແລກປ່ຽນຖອດຖອນບົດຮຽນໃນຫຼາຍໆດ້ານເປັນຕົ້ນ ດ້ານຊັບພະຍາກອນມະນຸດ,ການຄຸ້ມຄອງ ແລະ ປັບປຸງໂຮງໝໍ, ການປັບປຸງຂະບວນການກວດພະຍາດ, ການປະເມີນພະຍາດ, ພື້ນຖານການຕິດເຊື້ອຢູ່ໂຮງໝໍ, ສະພາບການກວດພະຍາດ, ການພັດທະນາການບໍລິການ, ການພັດທະນາທາງດ້ານເຕັກນິກວິຊາການ, ຮູບແບບເຄື່ອງມີ, ການຄຸ້ມຄອງ ແລະ ວິທີການປັບປຸງຄຸນນະພາບຂອງອຸປະກອນການແພດ, ຊຸດເຄື່ອງມື, ການປະເມີນປັງປຸງຄຸນນະພາບໂຮງໝໍ, ຄວາມປອດໄພຂອງຄົນເຈັບກ່ອນຈະອອກໂຮງໝໍ, ປະສິດທິພາບດ້ານວິຊາການ, ການພັດທະນາຊັບພະຍາກອນມະນຸດຂອງໂຮງໝໍ ເພື່ອເປັນການຖອດຖອນບົດຮຽນ ຍົກສູງຄຸນນະພາບການບໍລິການກວດ ແລະ ປິ່ນປົວສຸຂະພາບຂອງສອງແຂວງວຽງຈັນ ແລະ ແຂວງອຽນບາຍໃຫ້ມີຄຸນນະພາບ, ທັນສະໄໝວ່ອງໄວຂຶ້ນກ່ວາເກົ່າ ເພື່ອເປັນການເພີ່ມທະວີການຮ່ວມມືທັງສອງຝ່າຍລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
       ຂ່າວ-ພາບ: ເມືອງຊະນະຄາມ

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ເຂົ້າຢ້ຽມອໍາລາ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວໃນວັນທີ 8 ພຶດສະພານີ້ ທີ່ທໍານຽບປະທານປະເທດ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ແນະນໍາວິ​ທີ​ການ​ສະ​ໝັກ​ ​ໂຄງການລາງວັນຮອນ​​ດາຢູ່ ສປປ ລາວ

ເພື່ອເຮັດໃຫ້ນັກສຶກສາ ປີທີ 2, 3 ແລະ4 ຂອງຄະນະຊັບພະຍາກອນນ້ຳ (ຄຊນ)ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບວິທີການສະໝັກເຂົ້າຮ່ວມໂຄງການລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025,ສະ​ຖາ​ບັນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ລາວ​-ຍີ່​ປຸ່ນ
ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ຄະນະນຳ ກອງບັນຊາການທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ

ວັນທີ 6 ພຶດສະພາ 2025 ນີ້, ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ - ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສປປ ລາວ ແລະ ທ່ານ ພັນເອກ ຕັ້ງດຶງແຕ່ງ ຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ, ມີທ່ານ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງຫຼວງ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ກະຊວງກະສິກຳ ແລະ ປ່າໄມ້ ມອບໃບຍ້ອງຍໍ ໃຫ້ໂຮງງານປຸງແຕ່ງປາສະຫວາຍ

ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບໃບຍ້ອງຍໍ ຂັ້ນກະຊວງ ໃຫ້ແກ່ໂຮງງານປຸງແຕ່ງປາສະຫວາຍ ທີ່ໄດ້ມີຜົນງານດີເດັ່ນ ໃນການປະກອບສ່ວນລົງທຶນລ້ຽງປາສະຫວາຍ ແບບອຸດສາຫະກໍາ ແລະ ໄດ້ສໍາເລັດການກໍ່ສ້າງໂຮງງານປຸງແຕ່ງ, ຕາງໜ້າມອບໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ຮັບໂດຍ ທ່ານ ຊູ ຈັນມິນ
ຄະນະຜູ້ແທນ ສນຊ ເຂົ້າຮ່ວມງານສະເຫຼີມສະຫຼອງວັນວິສາຄະບູຊາ ຂອງອົງການ ສປຊ ຄັ້ງທີ 20 ທີ່ ສສ ຫວຽດນາມ

ຄະນະຜູ້ແທນ ສນຊ ເຂົ້າຮ່ວມງານສະເຫຼີມສະຫຼອງວັນວິສາຄະບູຊາ ຂອງອົງການ ສປຊ ຄັ້ງທີ 20 ທີ່ ສສ ຫວຽດນາມ

ວັນທີ 4 ພຶດສະພາຜ່ານມາ, ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຈາກພະອາຈານ ເຖິດ ເຍິດ ທ່ຽນ ຮອງປະທານອົງການພຸດທະສາສະໜາ ສສ ຫວຽດນາມ ແລະ ທ່ານ ລອນພັນ ເພົ້າດາວັນ ກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈິມິນ ພ້ອມດ້ວຍຄະນະ.
ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ໄທ

ງານຖະແຫຼງຂ່າວ ຜົນການປະກວດຮູບແຕ້ມສະເຫຼີມສະຫຼອງ ຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ທີ່ກົງສູນໃຫຍ່ ແຫ່ງຮາຊະອານາຈັກໄທ ປະຈໍາແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ-ຈີນ ຮ່ວມມືຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງ

ລາວ-ຈີນ ຮ່ວມມືຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງ

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງລະຫວ່າງ ສະຖາບັນການແພດ ແລະ ການຢາພື້ນເມືອງກັບສະຖາບັນກວດກາຢາກິ່ງແຂວງສິບສອງພັນນາ ແລະ ບໍລິສັດ ສະຖາບັນຄົ້ນຄວ້າຢາຊົນເຜົ່າໄຕລື້ 12 ພັນນາສປ ຈີນໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາຜ່ານມາທີ່ນະຄອນຫຼວງວຽງຈັນ.
ສະຫຼອງຄົບຮອບ 1ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ

ສະຫຼອງຄົບຮອບ 1ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ

ພິທີສະເຫຼີມສະຫຼອງຄົບຮອບ 1 ປີການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ ຫຼື EIR ໃນສປປ ລາວ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂຄອີຊືມິ
ລັດຖະມົນຕີຕ່າງປະເທດ ພົບປະ ເລຂາທິການໃຫຍ່ ອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

ລັດຖະມົນຕີຕ່າງປະເທດ ພົບປະ ເລຂາທິການໃຫຍ່ ອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

ໃນຕອນເຊົ້າຂອງ ວັນທີ 2 ພຶດສະພາ ຜ່ານມາ ທີ່ ບາງກອກ ປະເທດໄທ; ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ມາດໄທສ ຄໍແມນ (Mathias Cormann) ເລຂາທິການໃຫຍ່ ຂອງອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ (OECD), ໃນໂອກາດ ນຳພາຄະນະຜູ້ແທນລາວ
ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ສປປລາວພ້ອມຄະນະຢ້ຽມຢາມບຣູໄນດາຣູຊາລາມ

ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ສປປລາວພ້ອມຄະນະຢ້ຽມຢາມບຣູໄນດາຣູຊາລາມ

ຄະນະຜູ້ແທນກະຊວງກະສິກຳແລະປ່າໄມ້ (ກປ)ສປປລາວນຳໂດຍທ່ານລິນຄຳດວງສະຫວັນລັດຖະມົນຕີກະຊວງກະສິກຳແລະປ່າໄມ້ໄດ້ຢ້ຽມຢາມແລະເຮັດວຽກຢູ່ປະເທດບຣູໄນດາຣູຊາລາມຢ່າງເປັນທາງການໃນລະຫວ່າງວັນທີ 27-31ເມສາ ຜ່ານມາ. ຈຸດປະສົງໃນການຢ້ຽມຢາມແລະເຄື່ອນໄຫວວຽກງານໃນຄັ້ງນີ້ແມ່ນເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືສອງຝ່າຍລາວ-ບຣູໄນຄັ້ງທີ2
ເພີ່ມເຕີມ