ແຂວງວຽງຈັນ ສາມາດຄໍ້າປະກັນສະບຽງອາຫານ ໄດ້ຢ່າງພຽງພໍ

ແຂວງວຽງຈັນ ສາມາດຄໍ້າປະກັນສະບຽງອາຫານ ໄດ້ຢ່າງພຽງພໍ
ການຜະລິດສະບຽງອາຫານໃນປີ 2023 ຜ່ານມາ, ແຂວງວຽງຈັນ ມີຜົນຜະລິດການປູກພືດ ລື່ນແຜນການທີ່ລະດັບ 143% ແລະ ການຜະລິດຊີ້ນ, ປາ, ໄຂ່ ກໍລື່ນແຜນການເລັກນ້ອຍ ທີ່ 100,1% ບວກກັບການຜະລິດເຂົ້າທີ່ມີຜົນຜະລິດດີສົມຄວນ ເຮັດໃຫ້ແຂວງນີ້ ຊຶ່ງເປັນ 1 ໃນ 10 ແຂວງ ຂອງໂຄງການຄໍ້າປະກັນສະບຽງອາຫານຂອງລັດຖະບານສາມາດຄໍ້າປະກັນສະບຽງອາຫານໄດ້ຢ່າງພຽງພໍ ແລະ ສາມາດຕອບສະໜອງເປັນສິນຄ້າໄດ້ຫຼວງຫຼາຍ.
    ທ່ານ ສົມອົກ ໜໍ່ຈະເລີນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ (ກປ) ແຂວງວຽງຈັນ ໄດ້ໃຫ້ສຳພາດ ໃນວັນທີ 3 ເມສາຜ່ານມາ ທີ່ຫ້ອງການພະແນກ ກປ ແຂວງໃຫ້ຮູ້ວ່າ: ແຂວງວຽງຈັນ ຜະລິດສະບຽງອາຫານໄດ້ຢ່າງພຽງພໍ ເພື່ອຄໍ້າປະກັນສະບຽງອາຫານພາຍໃນແຂວງ ພ້ອມນີ້ກໍຜະລິດເປັນສິນຄ້າສົ່ງອອກໄດ້ດີ ຖືວ່າເປັນບ່ອນຕອບສະໜອງສິນຄ້າປະເພດພືດຜັກ ແລະ ຊີ້ນ ໃຫ້ແກ່ນະຄອນຫຼວງວຽງຈັນ ພ້ອມທັງສາມາດຕອບສະໜອງເປັນວັດຖຸດິບປ້ອນໂຮງງານໄດ້ຫຼາຍສົມຄວນຊຶ່ງຜົນຜະລິດໃນປີຜ່ານມາສາມາດຜະລິດເຂົ້ານາປີ, ນາແຊງ, ການຜະລິດເຂົ້າຢູ່ເນີນສູງ ປະຕິບັດໄດ້ 65.988 ເຮັກຕາ ເທົ່າກັບ 96,70% ຂອງເນື້ອທີ່ແຜນການປີ (68.236 ເຮັກຕາ), ຜົນຜະລິດໄດ້ 281.195 ໂຕນ ເທົ່າກັບ 85,54% ຂອງແຜນການປີ (328.722 ໂຕນ), ສະເລ່ຍການຊົມໃຊ້ຕໍ່ຫົວຄົນໄດ້ 577 ກິໂລ/ຄົນ/ປີ ເທົ່າກັບ 84% ຂອງແຜນການ. ການປູກພືດປະຕິບັດໄດ້ທັງໝົດ 54.750 ເຮັກຕາ ເທົ່າກັບ 122% ຂອງແຜນການປີ (44.248 ເຮັກຕາ), ຜົນຜະລິດໄດ້ 741.512 ໂຕນ ເທົ່າກັບ 143% ຂອງແຜນການປີ (461.960 ໂຕນ), ສະມັດຖະພາບສະເລ່ຍ 12,30 ໂຕນ/ຮຕ. ການຜະລິດ ຊີ້ນ, ປາ ແລະ ໄຂ່ ປະຕິບັດໄດ້ 35.023 ໂຕນ (ຊີ້ນ 13.300 ໂຕນ, ປາ 10.145 ໂຕນ ແລະ ໄຂ່ 11.578 ໂຕນ) ເທົ່າກັບ 100,1%, ຂອງແຜນການປີ (34.988 ໂຕນ), ສະເລ່ຍການຊົມໃຊ້ຕໍ່ຫົວຄົນໄດ້ 66,54 ກິ ໂລ/ຄົນ/ປີ.
ປັດຈຸບັນ, ແຂວງວຽງຈັນ ມີການລ້ຽງສັດແບບເປັນຟາມທັງໝົດ 131 ຟາມ; ໃນນີ້, ຟາມງົວ 14 ຟາມ, ຟາມໝູ ພໍ່-ແມ່ພັນ 5 ຟາມ, ຟາມໝູຊີ້ນ 39 ຟາມ, ຟາມໄກ່ຊີ້ນ 24 ຟາມ, ຟາມໄກ່ໄຂ່ 29 ຟາມ, ຟາມເປັດ 8 ຟາມ, ຟາມປາກະຊັງ 12 ຟາມ. ພ້ອມນີ້, ກໍມີການລ້ຽງໝູຊີ້ນແບບເປັນຟາມ 2+3 ລະຫວ່າງຊາວກະສິກອນ ກັບບໍລິສັດຊີພີ ແລະ ບໍລິສັດເບທາໂກ; ໃນປີ 2023 ກຸ່ມສະມາຊິກ ບໍລິສັດຊີພີ ມີ 7 ຟາມ ລ້ຽງໝູຊີ້ນ 50.000 ໂຕ/ປີ,ສະມາຊິກ ບໍລິສັດ ເບທາໂກ 23 ຟາມ ລ້ຽງໝູຊີ້ນໄດ້ 35.000 ໂຕ/ປີ; ໝູດັ່ງກ່າວ 90% ສົ່ງເຂົ້າປ້ອນໂຮງງານຂ້າສັດນະຄອນຫຼວງວຽງຈັນ. ຟາມໄກ່ພັນຊີ້ນຂອງສະມາຊິກກຸ່ມ ບໍລິສັດເບທາໂກ 30 ຟາມ ມີໄກ່ 1.100.000 ໂຕ/ປີ; ຟາມໄກ່ໄຂ່ 29 ຟາມ ມີໄກ່ພັນໄຂ່ 130.000 ແມ່, ສາມາດຜະຜິດໄຂ່ໄດ້ 117.000 ໜ່ວຍ/ວັນ.
ທ່ານ ຫົວໜ້າພະແນກ ກປ ແຂວງວຽງຈັນ ຍັງໃຫ້ຮູ້ວ່າ: ການຜະລິດພືດສິນຄ້າ ໃນປີຜ່ານມາ, ສາມາດເປັນວັດຖຸດິບປ້ອນໂຮງງານໄດ້ 79.665,18 ໂຕນ ມີມູນຄ່າ 299.940,32 ລ້ານກີບ (ມີສາລີຫວານ, ສາລີແຂງ, ມັນຕົ້ນ ດິບ-ແຫ້ງ, ໝາກນັດ, ປາມ); ສາມາດຜະລິດພືດເປັນສິນຄ້າສົ່ງອອກໄດ້ທັງໝົດ 153.758 ໂຕນ ມູນຄ່າ 45.123 ລ້ານໂດລາ (ມີໝາກກ້ວຍຫອມ, ໝາກໂມ, ໝາກອຶ, ເຂົ້າເປືອກ, ຂີງ 85 ໂຕນ ມູນຄ່າ 11.000 ໂດລາ, ສາລີແຂງ, ມັນຕົ້ນດິບ, ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ໝາກເດືອຍ); ການສັດລ້ຽງ ສົ່ງເຂົ້າໂຮງຂ້າສັດ ເພື່ອຜະລິດຊີ້ນ ແມ່ນສາມາດປ້ອນເຂົ້າໂຮງຂ້າສັດຄື: ມີຄວາຍ 4.784 ໂຕ, ງົວ 10.162 ໂຕ, ໝູ 20.904 ໂຕ ມູນຄ່າທັງໝົດ 156.794ລ້ານກີບ; ສາມາດຈໍາໜ່າຍພາຍໃນ ແລະ ສົ່ງອອກສັດເປັນໂຕຄື: ຄວາຍ 293 ໂຕ, ງົວ 658 ໂຕ (ໃນນີ້ຜ່ານມາໄດ້ສົ່ງອອກງົວໄປ ສປ ຈີນ 120 ໂຕ ແລະ ຕ່າງແຂວງ 538 ໂຕ) ລວມມູນຄ່າທັງໝົດ 322.028 ລ້ານກີບ.
ນອກນີ້, ການຈໍາໜ່າຍພາຍໃນ ແລະ ສົ່ງອອກ ເຄື່ອງປ່າຂອງດົງ ມີ 10.346,68 ໂຕນ ລວມມູນຄ່າທັງໝົດ 50.798,59 ລ້ານກີບ (ມີດອກແຂມ, ຖ່ານຂາວ, ໝາກຕາວ, ເຄືອປານແດງ, ໄມ້ປ່ອງ, ຂີງແຄງປາກັ້ງ, ຫົວຕອມເງິນ, ຜະລິດຕະພັນ ຂີ້ຊີ, ຢາຫົວ, ໝາກກະເບົາຈັນໄດ, ໃບຊາ, ໃບໄມ້ໂລ້, ໝາກຂ່າໂຄມ, ໜໍ່ໄມ້). ການເກັບກູ້ຜົນຜະລິດຢາງພາລາ ທີ່ມີເນື້ອທີ່ປູກຢາງທັງໝົດ 23.188 ເຮັກຕາ, ເນື້ອທີ່ກີດຢາງໄດ້ 17.398 ເຮັກຕາ, ຜົນຜະລິດ 30.363 ໂຕນ ລວມມູນຄ່າ 197.025ລ້ານກີບ. ສ່ວນການຂຸດຄົ້ນໄມ້ສວນປູກ ເພື່ອສົ່ງອອກ ມີໄມ້ເກດສະໜາ, ໄມ້ໝາກມີ້, ໄມ້ຮິ້ງ, ໄມ້ສັກ ໄດ້ທັງໝົດ 11.208,77 ໂຕນ ມູນຄ່າ 225.395 ໂດລາ.
(ຂ່າວ: ສຸກສະຫວັນ;ພາບ: ບຸນອູ້ມ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ