ແຂວງໄຊຍະບູລີ ປະກາດການຈັດຕັ້ງ ແລະ ສັບຊ້ອນພະນັກງານການນໍາຫຼາຍຕໍາແໜ່ງ

ແຂວງໄຊຍະບູລີ ປະກາດການຈັດຕັ້ງ ແລະ ສັບຊ້ອນພະນັກງານການນໍາຫຼາຍຕໍາແໜ່ງ
ໃນວັນທີ 26 ທັນວາ ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດພິທີປະກາດພະນັກງານພັກການ-ຮັບອຸດໜູນບໍານານ ແລະ ຍົກຍ້າຍ-ແຕ່ງຕັ້ງພະນັກງານການນໍາຂັ້ນແຂວງຂຶ້ນ, ເຂົ້າຮ່ວມເປັນກຽດໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູງກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ, ມີເລຂາຄະນະພັກຮາກຖານພະແນກການ, ກົມກອງອ້ອມຂ້າງແຂວງ, ມີເລຂາພັກ 11 ເມືອງ, ມີເລຂາພັກບ້ານເທດສະບານເມືອງໄຊຍະບູລີ ເຂົ້າຮ່ວມ.
    ໃນພິທີ, ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ຈໍານວນ 3 ສະບັບຄື: ຄະນະເລຂາທິການສູນກາງພັກຕົກລົງໃຫ້ ສະຫາຍ ບຸນແທນ ທີແກ້ວ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ, ສະຫາຍ ນາງຄໍາມີ ຈັນທິບ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ສະຫາຍ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກລາຍ ອອກພັກການ-ຮັບອຸດໜູນບໍານານ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການອານຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ, ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນແຂວງ 15 ສະບັບຄື: ຕົກລົງໃຫ້ ທ່ານ ບຸນແທນ ທິແກ້ວ, ທ່ານ ນາງຄໍາມີ ຈັນທີບ, ທ່ານ ກອງສີ ວົງສີ ແລະ ທ່ານ ສົມພອນ ໄຊດວງຕາ ອອກພັກການ-ຮັບອຸດໜູນບໍານານ, ເຫັນດີຍົກຍ້າຍທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ ພະແນກແຜນການ ແລະ ການລົງທຶນ ພ້ອມທັງແຕ່ງຕັ້ງເປັນຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຍົກຍ້າຍທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກ ຍທຂ ໄປຮັບໜ້າທີ່ໃໝ່ຢູ່ພະແນກ ພະລັງງານ ແລະ ບໍ່ແຮ່, ພ້ອມທັງແຕ່ງຕັ້ງໃຫ້ເປັນຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຍົກຍ້າຍ ທ່ານ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄອບ ໄປຮັບໜ້າທີ່ໃໝ່ຢູ່ ພະແນກ ຍທຂ ພ້ອມທັງແຕ່ງຕັ້ງໃຫ້ເປັນຫົວໜ້າພະແນກ ຍທຂ ແຂວງ, ຍົກຍ້າຍທ່ານ ສີສຸກ ສີພານິດ ຫົວໜ້າ ຍທຂ ເມືອງໄຊຍະບູລີ ໄປຮັບໜ້າທີ່ໃໝ່ ພ້ອມທັງແຕ່ງຕັ້ງໃຫ້ເປັນຮອງຫົວໜ້າພະແນກ ຍທຂ ແຂວງ, ຕົກລົງແຕ່ງຕັ້ງ ທ່ານ ເສນ ພັນລັກ ຮອງເລຂາພັກເມືອງໄຊຍະບູລີ ເປັນວ່າການເຈົ້າເມືອງໄຊຍະບູລີ, ແຕ່ງຕັ້ງທ່ານ ສົມຊາຍ ແກ້ວບົວ ເປັນຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ, ແຕ່ງຕັ້ງ ພັນໂທ ແສງທອງ ສີດາຈັນ ເປັນຮອງປະທານ ສະຫະພັນນັກຮົບເກົ່າແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງໄຊຍະບູລີ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ, ຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາພະແນກການ, ເລຂາພັກເມືອງຄື: ບົ່ງຕົວແຕ່ງຕັ້ງ ສະຫາຍ ຄໍາເຫຼັກ ເປັນເລຂາຄະນະພັກຮາກຖານ ພະແນກ ແຜນການ ແລະ ການລົງທຶນ, ສະຫາຍ ຄໍາເພັດ ພົມມະລາດ ເປັນເລຂາຄະນະພັກຮາກຖານ ພະແນກ ພະລັງງານ ແລະ ບໍ່ແຮ່, ສະຫາຍ ແພງຊ້ອຍ ແພງເມືອງ ເປັນເລຂາຄະນະພັກຮາກຖານ ພະແນກ ຍທຂ, ສະຫາຍ ເສນ ພັນລັກ ເປັນເລຂາພັກເມືອງໄຊຍະບູລີ, ສະຫາຍ ສົມຊາຍ ແກ້ວບົວ, ສະຫາຍ ນາງ ບົວຈັນ ຄໍາຕາ ເປັນຄະນະພັກຮາກຖານພະແນກ ແຜນການ ແລະ ການລົງທຶນແຂວງ, ສະຫາຍ ສອນສະຫວັນ ຈັນທະວົງ ເປັນເລຂາໜ່ວຍພັກ ຂະແໜງສົ່ງເສີມການຮ່ວມມືສາກົນ ພະແນກແຜນການ ແລະ ການລົງທຶນແຂວງ ແລະ ສະຫາຍ ນາງ ບົວຈັນ ຄໍາຕາເປັນເລຂາໜ່ວຍພັກ ຫ້ອງການ-ສະຖິຕິ ພະແນກແຜນການ ແລະ ການລົງທຶນແຂວງ ໄຊຍະບູລີ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ