![]() |
ທ່ານ ນາງ ວິລະຄອນ ບັນທະເວີ ເວົ້າວ່າ: ການຈັດກິດຈະກໍາ ຂາຍສິນຄ້າຫຼຸດລາຄາທ້ອງຕະຫຼາດເທື່ອນີ້ ມີຈຸດປະສົງ ເພື່ອແນໃສ່ໃຫ້ພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຊື້ສິນຄ້າລາຄາຫຼຸດຜ່ອນກວ່າທ້ອງຕະຫຼາດທົ່ວໄປ ຊ່ວຍຫຼຸດຜ່ອນພາລະຄ່າໃຊ້ຈ່າຍ ຂອງຄອບຄົວ ໃນສະພາບເສດຖະກິດຝືດເຄືອງ ແລະ ລາຄາສິນຄ້າມີການເໜັງຕີງ ບາງປະເພດ ກໍມີລາຄາສູງຂຶ້ນ ໂດຍສິນຄ້າທີ່ນໍາວາງຂາຍ ປະກອບມີ: ອຸປະກອນການຮຽນ, ເຄື່ອງບໍລິໂພກ-ອຸປະໂພກ ຈໍານວນໜຶ່ງ; ໃນນັ້ນ ກໍມີ ປື້ມຂຽນ, ບິກ, ສໍ, ບັນທັດ, ຊຸດນັກຮຽນ, ແປ້ງນົວ, ນ້ຳຕານ, ຫົວຜັກບົ່ວແດງ, ຜັກທຽມ, ຊັອດ, ສະອິ໋ວ, ນໍ້າປາ, ໝີ່, ໄຂ່.
![]() |
ທ່ານ ນາງ ວິລະຄອນ ບັນທະເວີ ເວົ້າອີກວ່າ: ການຈັດກິດຈະກຳດັ່ງກ່າວນີ້, ເປັນການຈຳໜ່າຍສິນຄ້ານະໂຍບາຍ ຊຶ່ງມີລາຄາຫຼຸດທ້ອງຕະຫຼາດ ເພື່ອຊ່ວຍຫຼຸດຜ່ອນລາຍຈ່າຍຂອງປະຊາຊົນ ໃນຊ່ວງທີ່ມີຄວາມຈໍາເປັນ ໂດຍສະເພາະ ອຸປະກອນການຮຽນຂອງລູກ-ຫຼານ ໃນການກະກຽມເປີດສົກຮຽນໃໝ່ 2025-2026; ທັງນີ້ ກໍເປັນການຊຸກຍູ້ສົ່ງເສີມການເຂົ້າສຶກສາຮ່ຳຮຽນຂອງນ້ອງນັກຮຽນໃຫ້ຫຼາຍຂຶ້ນ ຕາມແນວທາງນະໂຍບາຍຂອງພັກ-ລັດ.
(ຂ່າວ: ອັດສະວິນ)


ຄໍາເຫັນ