ແຂວງເຊກອງ ລະດົມທຶນພັດທະນາໄດ້ 6 ພັນຕື້ກວ່າກີບ

ແຂວງເຊກອງ ລະດົມທຶນພັດທະນາໄດ້ 6 ພັນຕື້ກວ່າກີບ
ຕາມການລາຍງານ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ເມື່ອບໍ່ດົນວ່າ: ໃນປີ 2023 ແຂວງເຊກອງ ສາມາດລະດົມທຶນເຂົ້າໃນການພັດທະນາໄດ້ທັງໝົດ 6.702,13 ຕື້ກີບ ທຽບໃສ່ແຜນລື່ນແຜນ 30,75% (ແຜນ 797 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 73,13 ຕື້ກີບ ທຽບໃສ່ແຜນລື່ນແຜນ 87,51%; ທຶນຊ່ວຍເຫຼືອ-ກູ້ຢືມ 119 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 100%; ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6.510 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ເກີນແຜນ 11 ເທົ່າຕົວ.
ທ່ານ ຂັນຕີ ສີລະວົງສາ ກ່າວວ່າ: ການລົງທຶນຂອງລັດ ສະພາແຫ່ງຊາດ ອະນຸມັດທັງໝົດ 265 ໂຄງການ ມູນຄ່າລວມ 4.019,49 ຕື້ກີບ, ມູນຄ່າອະນຸມັດຕົວຈິງໃນປີຈໍານວນ 73,13 ຕື້ກີບ ຄື: ໂຄງການມູນຄ່າ 20 ຕື້ກີບຂຶ້ນໄປ ມີ 23 ໂຄງການ ມູນຄ່າລວມ 3.541,61 ຕື້ກີບ, ມູນຄ່າອະນຸມັດຕົວຈິງໃນປີຈໍານວນ 51,36 ຕື້ກີບ ແລະ ໂຄງການປົກກະຕິ 20 ຕື້ກີບລົງມາ ມີ 193 ໂຄງການ ມູນຄ່າລວມ 477,86 ຕື້ກີບ, ມູນຄ່າອະນຸມັດຕົວຈິງໃນປີຈໍານວນ 21,76 ຕື້ກີບ. ໃນນີ້, ບ້ວງທຶນປົກກະຕິອະນຸມັດ 9,14 ຕື້ກີບ; ບ້ວງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 2,25 ຕື້ກີບ; ບ້ວງຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນ 1,05 ຕື້ກີບ ແລະ ບ້ວງຟື້ນຟູໂຄງການໄພພິບັດ (ໂຄງການສືບຕໍ່ ແລະ ໂຄງການໃໝ່) 9,02 ຕື້ກີບ; ສ່ວນການລົງທຶນພາກເອກະຊົນ ອັນພົ້ນເດັ່ນແມ່ນໂຄງການໄຟຟ້າພະລັງລົມ ແລະ ໂຄງການພະລັງງານໄຟຟ້າເຊກອງ ຈໍາກັດ (ຖ່ານຫີນ).
ທ່ານຮອງເຈົ້າແຂວງເຊກອງ ກ່າວຕື່ມວ່າ: ໃນປີ 2024 ແຂວງມີຄວາມຕ້ອງການທຶນທັງໝົດ 1.223 ຕື້ກີບ. ໃນນີ້, ການລົງທຶນຂອງລັດ 73,38 ຕື້ກີບ; ທຶນຊ່ວຍເຫຼືອ-ກູ້ຢືມ 146,76 ຕື້ກີບ ແລະ ທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 1.003 ຕື້ກີບ. ພ້ອມນັ້ນ ກໍເອົາໃຈໃສ່ປັບປຸງກົນໄກການອະນຸຍາດ ແລະ ຄຸ້ມຄອງການລົງທຶນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. (ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ