ບົດລາຍງານລະບຸວ່າ: ກຸ່ມບໍລິສັດຂົນສົ່ງສິນຄ້າທາງເຮືອຕ້ອງຮັບຜິດຊອບຄ່າໃຊ້ຈ່າຍນໍ້າມັນເຊື້ອໄຟຫຼາຍກວ່າ 4.6 ຕື້ເອີໂຣນັບຕັ້ງແຕ່ວັນທີ 28 ກຸມພາ ຜ່ານມາ, ເມື່ອ ສະຫະລັດ ອາເມຣິກາ ແລະ ອິສຣາແອນ ເລີ່ມການໂຈມຕີຢ່າງໜັກໜ່ວງຕໍ່ອີຣານ, ໂດຍລາຄານໍ້າມັນເຊື້ອໄຟສຳລັບເຮືອໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ລາຄານໍ້າມັນເຊື້ອໄຟທີ່ມີກຳມະຖັນຕໍ່າໄດ້ເພີ່ມຂຶ້ນເປັນ 941 ເອີໂຣຕໍ່ໂຕນໃນສິງກະໂປ ຊຶ່ງເພີ່ມຂຶ້ນ 223% ນັບຕັ້ງແຕ່ຕົ້ນປີ 2026. ສ່ວນລາຄາອາຍແກ໊ສທຳມະຊາດແຫຼວ (LNG) ໄດ້ເພີ່ມຂຶ້ນ 72% ນັບຕັ້ງແຕ່ຕົ້ນເດືອນມີນາ ຊຶ່ງເຮັດໃຫ້ຕົ້ນທຶນການແລ່ນເຮືອຂົນສົ່ງສິນຄ້າເພີ່ມຂຶ້ນ.
ບົດລາຍງານກ່າວຕື່ມວ່າ: ອຸດສາຫະກຳການຂົນສົ່ງສິນຄ້າທາງເຮືອທົ່ວໂລກໄດ້ຮັບຜົນກະທົບໂດຍກົງຈາກຄວາມຜັນຜວນຂອງລາຄານໍ້າມັນເຊື້ອໄຟ ແລະ ການຢຸດສະງັກຂອງການສະໜອງ. ເນື່ອງຈາກວ່າ 99% ຂອງເຮືອຂົນສົ່ງສິນຄ້າທາງທະເລທົ່ວໂລກຍັງໃຊ້ນໍ້າມັນເຊື້ອໄຟຟອດຊິວ.
ທ່ານ ເອລອຍ ນໍເດ ຫົວໜ້ານະໂຍບາຍການຂົນສົ່ງຂອງກຸ່ມກ່າວວ່າ: ຄວາມວຸ້ນວາຍໃນຊ່ອງແຄບ ຮໍມຸສ ກຳລັງເຮັດໃຫ້ການຄ້າທາງທະເລທົ່ວໂລກເປັນຈຸດໃຈກາງຂອງຄວາມສົນໃຈ ແລະ ຜົນກະທົບຢ່າງກະທັນຫັນທີ່ສຸດແມ່ນມາຈາກຕະຫຼາດນໍ້າມັນ. ສົງຄາມເຮັດໃຫ້ອຸດສາຫະກຳການຂົນສົ່ງສິນຄ້າທາງເຮືອມີຕົ້ນທຶນເພີ່ມຂຶ້ນຫຼາຍລ້ານເອີໂຣທຸກໆມື້.
ທ່ານ ນໍເດ ກ່າວວ່າ: ວິກິດການໃນປັດຈຸບັນກຳລັງເລັ່ງການລົງທຶນດ້ານພະລັງງານສະອາດ, ໃນຂະນະທີ່ຄວາມກັງວົນກ່ອນໜ້ານີ້ທີ່ກ່ຽວກັບຕົ້ນທຶນສູງຂອງການຂົນສົ່ງສິນຄ້າທາງເຮືອທີ່ເປັນມິດກັບສິ່ງແວດລ້ອມເບິ່ງຄືວ່າມີຄວາມສຳຄັນໜ້ອຍກວ່າເມື່ອທຽບກັບບັນຫາໃຫຍ່ໆທີ່ອຸດສາຫະກຳການຂົນສົ່ງສິນຄ້າທາງເຮືອກຳລັງປະເຊີນຢູ່ໃນປັດຈຸບັນ.
ຄໍາເຫັນ