ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງນຳມາຊຶ່ງຜົນປະໂຫຍດອັນມະຫາສານ

ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງນຳມາຊຶ່ງຜົນປະໂຫຍດອັນມະຫາສານ
ໂດຍ: ພູວັນ
ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ນຳມາຊຶ່ງຜົນປະໂຫຍດອັນມະຫາສານຊຶ່ງເຫັນໄດ້ຢ່າງຊັດເຈນໃຫ້ແກ່ບັນດາປະເທດຕ່າງໆຕະຫຼອດເສັ້ນທາງດັ່ງກ່າວລວມທັງສປປລາວ. 
ທ່ານ ຫວາງຊາງ ອຸປະທູດ ສະຖານທູດ ສປຈີນ ປະຈຳລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມສຳມະນາຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງເມື່ອບໍ່ດົນມານີ້ວ່າ: ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ນຳມາຊຶ່ງຜົນປະໂຫຍດອັນມະຫາສານຊຶ່ງເຫັນໄດ້ຢ່າງຊັດເຈນໃຫ້ແກ່ບັນດາປະເທດຕ່າງໆຕະຫຼອດເສັ້ນທາງດັ່ງກ່າວ ລວມທັງສປປລາວ. ໃນໄລຍະ 10 ປີຜ່ານມາ, ຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ທີ່ຊີ້ນຳໂດຍທ່ານປະທານປະເທດ ສີຈິ້ນຜິງ ໄດ້ຍ້າຍຈາກຈີນໄປສູ່ໂລກ, ຈາກວິໄສທັດໄປສູ່ຄວາມເປັນຈິງ, ຈາກຮູບແບບ "ມືທີ່ເປົ່າວ່າງຂະໜາດໃຫຍ່" ໄປສູ່ "ຮູບແຕ້ມທີ່ພິຖີພິຖັນ" ທັງເປັນການລົງເລິກການສື່ສານນະໂຍບາຍລະຫວ່າງບັນດາປະເທດ ແລະ ການສົ່ງເສີມການມີບົດບາດສໍາຄັນໃນການເຊື່ອມຈອດກັນໃນທົ່ວໂລກ, ການປັບຮູບແບບການຄ້າສາກົນ ແລະ ກະຕຸ້ນການຂະຫຍາຍຕົວຂອງເສດຖະກິດໂລກ. ໃນກອງປະຊຸມສຸດຍອດການຮ່ວມມືສາກົນ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ 3 ທີ່ໄດ້ສິ້ນສຸດລົງໃນເດືອນຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ປະກາດດຳເນີນການ 8 ປະການເພື່ອສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງທີ່ມີຄຸນນະພາບສູງ. ໂດຍມີຕົວແທນຫຼາຍໝື່ນຄົນຈາກ 151 ປະເທດ ແລະ ອົງກອນລະຫວ່າງປະເທດ 41 ແຫ່ງເຂົ້າຮ່ວມ ແລະ ຊຸກຍູ້ການພັດທະນາຢ່າງບໍ່ຢຸດຢັ້ງຂອງການກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ, ສົ່ງຜົນໃຫ້ໄດ້ຮັບໝາກຜົນການຮ່ວມມື 458 ໂຄງການ, ບັນລຸມູນຄ່າ 97,2 ຕື້ໂດລາ ໃນສັນຍາຮ່ວມມືລະຫວ່າງວິສາຫະກິດຈີນກັບຕ່າງປະເທດ, ເປັນການສົ່ງສັນຍານທີ່ຊັດເຈນກ່ຽວກັບຄວາມສາມັກຄີ, ການຮ່ວມມື,ການເປີດກວ້າງ ແລະ ມີໄຊຊະນະຮ່ວມກັນຕໍ່ໂລກພາຍນອກ, ເອົາຄວາມໝັ້ນຄົງອັນລ້ຳຄ່າ ແລະ ພະລັງທາງບວກທີ່ເຂັ້ມແຂງເຂົ້າໃນການປ່ຽນແປງໃນສະຕະວັດທີ່ຕິດພັນກັບເຫດການທີ່ມີການປ່ຽນຕ່າງໆ. ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ຢູ່ ສປຈີນ ໄດ້ກ່າວໄວ້ວ່າ: ການຮ່ວມກັນກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ໄດ້ປະກອບສ່ວນສຳຄັນເຂົ້າໃນເສດຖະກິດໂລກ ແລະ ໄດ້ນຳມາຊຶ່ງການປ່ຽນແປງອັນສຳຄັນໃຫ້ແກ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ຍິນດີຮ່ວມມືກັບຝ່າຍຈີນເພື່ອປະຕິບັດຕາມ 8 ປະການຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງຢ່າງຄົບຖ້ວນ, ຊຶ່ງຈະສາມາດຊຸກຍູ້ການຮ່ວມມືກໍ່ສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ ສືບຕໍ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງຕໍ່ເນື່ອງ.ການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນະພາບສູງແມ່ນການຈັດຕັ້ງປະຕິບັດ ແລະ ເສັ້ນທາງທີ່ສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ໃນຖານະເປັນເພື່ອນມິດສັງຄົມນິຍົມທີ່ມີຄວາມໃກ້ຊິດ, ລາວ ແລະ ຈີນລ້ວນແຕ່ເປັນແນວໜ້າໃນການປະຕິບັດຂໍ້ລິເລີ່ມທີ່ສຳຄັນນີ້. ສອງຝ່າຍໄດ້ບັນລຸຍຸດທະສາດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳໃນລະດັບທະວິພາຄີ. ໃນປີ 2013ທ່ານເລຂາທິການໃຫຍ່ສີຈິ້ນຜິງ ໄດ້ລິເລີ່ມສ້າງປະຊາຄົມລາວ-ຈີນທີ່ມີອະນາຄົດຮ່ວມກັນ, ຊຶ່ງປີນີ້ຖືເປັນປີຄົບຮອບສິບປີອີກດ້ວຍ. ປີ 2019ການນຳຂັ້ນສູງຂອງສອງພັກ, ສອງປະເທດໄດ້ລົງນາມກ່ຽວກັບແຜນການປະຕິບັດການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ຊຸກຍູ້ແນວຄິດປະຊາຄົມອານາຄົດຮ່ວມກັນ. ນອກຈາກນີ້, ລາວຍັງເປັນປະເທດທຳອິດທີ່ສະໜັບສະໜູນຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ລົງນາມໃນເອກະສານຮ່ວມມືດ້ານການກໍ່ສ້າງກັບຈີນ,ຄວາມສຳເລັດການກໍ່ສ້າງຮ່ວມກັນຂອງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງເຊັ່ນ:ລົດໄຟລາວ-ຈີນໄດ້ຮັບຄວາມສົນໃຈຈາກທົ່ວໂລກ ແລະໄດ້ຊຸກຍູ້ການພັດທະນາປະຊາຄົມຮ່ວມຊາຕາກຳລາວ-ຈີນຢ່າງເຂັ້ມແຂງ.ຊຶ່ງສາມາດເວົ້າໄດ້ວ່າເປັນການເຊື່ອມຈອດ, ເປັນການບຸກເບີກ ແລະ ສະແດງໃຫ້ເຫັນຜົນປະໂຫຍດຮ່ວມກັນຂອງທັງສອງຝ່າຍ.
     ໃນລະຫວ່າງຂະບວນການທີ່ຈີນ ແລະ ລາວຮ່ວມກັນກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ ແລະ ລົງເລິກ,ການກໍ່ສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ໃນຄວາມເປັນຫ່ວງເປັນໄຍລະຫວ່າງຜູ້ນຳຂັ້ນສູງ, ໃນປີທີ່ຜ່ານມາ, ຜູ້ນໍາທັງສອງປະເທດລາວ-ຈີນໄດ້ພົບປະກັນ 2 ຄັ້ງ ແລະ ບັນລຸໄດ້ສັນທາມະຕິດ້ານຍຸດທະສາດໃນການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນທີ່ມີມາດຕະຖານ, ຄຸນນະພາບສູງ ແລະ ມີອະນາຄົດຮ່ວມກັນ. ໂດຍສະເພາະໃນວັນທີ 20 ເດືອນຕຸລາປີນີ້, ພາຍຫຼັງການນຳຂັ້ນສູງຂອງສອງພັກ ແລະ ສອງປະເທດໄດ້ພົບປະກັນຢູ່ນະຄອນຫຼວງປັກກິ່ງ,ໄດ້ຮ່ວມກັນລົງນາມໃນແຜນການເຄື່ອນໄຫວ 5 ປີໃໝ່ ເພື່ອສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນເກືອບ 7 ພັນຄຳ. ມີຂໍ້ສະເໜີສົ່ງເສີມການເມືອງ, ເສດຖະກິດ, ຄວາມໝັ້ນຄົງ, ມະນຸດສາດ, 40 ມາດຕະການຮ່ວມມືໃນ 5 ຂົງເຂດນິເວດວິທະຍາທີ່ສຳຄັນ.ແຜນການເຄື່ອນໄຫວນີ້ແມ່ນເອກະສານການຮ່ວມມືທະວິພາຄີພຽງສະບັບດຽວທີ່ການນຳຂັ້ນສູງລົງນາມກ່ອນ ແລະ ຫຼັງກອງປະຊຸມສຸດຍອດການຮ່ວມມືສາກົນ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ 3 ມີຄວາມໝາຍເປັນພິເສດ ແລະ ມີນ້ຳໜັກ, ເປັນຮູບແຕ້ມແຜນຮ່າງພັດທະນາການພົວພັນລະຫວ່າງລາວ-ຈີນໃນໄລຍະຕໍ່ໄປ. 
ທ່ານ ຫວາງຊາງ ໄດ້ກ່າວເນັ້ນຕື່ມອີກວ່າ: ພວກເຮົາຍິນດີທີ່ຈະຮ່ວມມືກັບປະເທດລາວໃນການປະຕິບັດການຕິດຕາມ, ຊຸກຍູ້ສັນທາມະຕິ ແລະ ມາດຕະການຕ່າງໆເພື່ອໃຫ້ເກີດໝາກຜົນໂດຍໄວ, ມີຜົນປະໂຫຍດຕໍ່ປະຊາຊົນ ແລະ ປະເທດຊາດ, ຮ່ວມກັນຍົກສູງມາດຕະການ, ຍົກສູງຄຸນນະພາບຂອງປະຊາຄົມລາວ-ຈີນ, ພະຍາຍາມຢ່າງຕັ້ງໜ້າ ແລະ ເປັນຕົ້ນແບບໃຫ້ແກ່ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຊາດ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ