ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026
ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ຮ່ວມລົງນາມລະຫວ່າງທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ແລະ ທ່ານ ວິລິດ ແສງດາລາ ຜູ້ອຳນວຍການບໍລິສັດ ລຽງເຮັງການຄ້າບໍລິການຈັດສັນຕະຫຼາດ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປັດຈຸບັນໂຄງການດັ່ງກ່າວໄດ້ມີຄວາມຄືບໜ້າ ແລະ ພ້ອມຈະເປີດໃຫ້ບໍລິການໃນຕົ້ນປີ 2026 ຖ້າໂຄງການກໍ່ສ້າງສຳເລັດ ຄາດວ່າຈະເປີດບໍລິການໃຫ້ສັງຄົມຢ່າງເຕັມຮູບແບບ.
ຄໍາເຫັນ