ໂຄງການຄໍ້າປະກັນສະບຽງອາຫານ (KFSP)

ໂຄງການKFSPສະໜອງນໍ້າລິນສະອາດ ເຮັດໃຫ້ປະຊາຊົນບ້ານໃໝ່ມີຊີວິດການເປັນຢູ່ດີຂຶ້ນ

ໂຄງການKFSPສະໜອງນໍ້າລິນສະອາດ ເຮັດໃຫ້ປະຊາຊົນບ້ານໃໝ່ມີຊີວິດການເປັນຢູ່ດີຂຶ້ນ
ໂດຍ: ວັນເພັງ ບ້ານໃໝ່ ເປັນໜຶ່ງບ້ານເປົ້າໝາຍຂອງອົງການແຄຣນາໆຊາດ ປະຈໍາ ສປປ ລາວ ກໍຄືໂຄງການຄໍ້າປະກັນສະບຽງອາຫານ (KFSP) ເມືອງຂວາ ແຂວງຜົ້ງສາລີ ຊຶ່ງໄດ້ຮັບການສະໜັບສະໜູນ ຈາກສະຫະພາບເອີຣົບ ເຂົ້າມາຊ່ວຍເຫຼືອປະຊາຊົນບ້ານໃໝ່

 

ເມືອງຂວາ ແຂວງຜົ້ງສາລີ ເລີ່ມແຕ່ປີ 2022 ຊຶ່ງມີຫຼາຍກິດຈະກໍາເປັນຕົ້ນໄດ້ຊຸກຍູ້ສົ່ງເສີມປະຊາຊົນໃຫ້ມີສະບຽງອາຫານດີຂຶ້ນ, ພ້ອມໄດ້ເຂົ້າເຖິງລະບົບການສະໜອງນໍ້າທີ່ສະອາດ ແລະ ສຸຂະອານາໄມທີ່ດີຂຶ້ນ ໂດຍສະເພາະຕະຫຼອດໄລຍະ 2 ປີ ໄດ້ສະໜອງນໍ້າລິນສະອາດ ເຮັດໃຫ້ປະຊາຊົນບ້ານໃໝ່ມີຊີວິດການເປັນຢູ່ດີຂຶ້ນ.

ທ່ານ ວຽງ ວໍລະອຸນຄໍາ ຮອງເລຂາພັກບ້ານໆໃໝ່ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອພັດທະນາສີຂຽວໃນ ສປປ ລາວ ເມື່ອບໍ່ດົນມານີ້ວ່າ:ບ້ານໃໝ່ ເປັນໜຶ່ງບ້ານເປົ້າໝາຍຂອງໂຄງການKFSPຊຶ່ງປະຊາຊົນພາຍໃນບ້ານເປັນຊົນເຜົ່າກຶມມຸມີທັງໝົດ 38 ຫຼັງຄາເຮືອນ, ມີ 53 ຄອບຄົວ, ມີພົນລະເມືອງ 203 ຄົນ ຍິງ 98 ຄົນ. ອົງການແຄຣນາໆຊາດ ປະຈໍາ ສປປ ລາວ ໄດ້ເຂົ້າມາສະໜັບສະໜູນຊ່ວຍເຫຼືອແຕ່ປີ 2022ມີຫຼາຍກິດຈະກໍາເຊັ່ນ:ໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນພາຍໃນບ້ານໄດ້ມີການປູກ, ການລ້ຽງ, ປູກຜັກສວນຄົວຕ່າງໆ, ລ້ຽງເປັດ-ລ້ຽງໄກ່, ລ້ຽງງົວຈໍານວນໜຶ່ງ ໂດຍສະເພາະໃນປັດຈຸບັນໄດ້ສະໜອງນໍ້າລິນທີ່ສະອາດ ໃຫ້ປະຊາຊົນພາຍໃນບ້ານຢ່າງທົ່ວເຖິງ ແລະ ສະດວກສະບາຍ. ຈາກເມື່ອກ່ອນແມ່ຍິງ-ຊາຍ ອາໄສໃຊ້ແຮງງານໄປຕັກ, ແບກຫາບນໍ້າໄກໃຊ້ເວລາ 1ຊົ່ວໂມງ ຫາ 2 ຊົ່ວໂມງຈຶ່ງໄດ້ນໍ້າມາໄວ້ໃຊ້, ໄວ້ດື່ມ. ປັດຈຸບັນແມ່ນມີຄວາມສະດວກ, ສະບາຍຫຼາຍຂຶ້ນ, ແຕ່ລະຄົວເຮືອນແມ່ນມີກົງເຕີນໍ້າລິນສະອາດເຂົ້າໃນຄົວເຮືອນ ຊ່ວຍຫຼຸດຜ່ອນແຮງງານຂອງແມ່ຍິງ-ຊາຍ. ໃນນັ້ນ, ສວນຜັກກໍມີນໍ້າຫົດ, ມີຜັກກິນພາຍໃນຄອບຄົວ. ພ້ອມນັ້ນ, ຍັງມີເຄື່ອງນຸ່ງທີ່ສະອາດງາມຕາ ແລະ ອື່ນໆ ດີຂຶ້ນເປັນກ້າວ.

ທ່ານ ວຽງ ວໍລະອຸນຄໍາ ຍັງກ່າວດ້ວຍຄວາມດີໃຈຕື່ມວ່າ: ຂໍຂອບໃຈອົງການແຄຣນາໆຊາດ ປະຈໍາ ສປປ ລາວ ກໍຄືໂຄງການKFSP ທີ່ໃຫ້ການຊຸກຍູ້ຊ່ວຍເຫຼືອຕະຫຼອດໄລຍະ 2 ປີ ຜ່ານມາ, ໃນຕໍ່ໜ້າກໍຢາກສະເໜີ ໃຫ້ທາງອົງການແຄຣນາໆຊາດ ປະຈໍາ ສປປ ລາວ ກໍຄືໂຄງການຕ່າງໆ ເຂົ້າມາຊ່ວຍສະໜັບສະໜູນຕື່ມອີກເປັນຕົ້ນເສັ້ນທາງເຂົ້າຫາບ້ານ, ເສັ້ນທາງເຂົ້າຫາບ່ອນທໍາການຜະລິດ ເພື່ອຫຼຸດຜ່ອນການໃຊ້ແຮງງານ ແລະ ເວລາເດີນທາງໄປ-ມາ.

ປະຊາຊົນບ້ານໃໝ່ ຍັງກ່າວສະແດງຄວາມດີໃຈວ່າ: ນັບແຕ່ມີໂຄງການແຄຣນາໆຊາດ ປະຈໍາ ສປປ ລາວ ກໍຄືໂຄງການKFSPເຂົ້າມາຊ່ວຍເຫຼືອສະໜັບສະໜູນ ເຮັດໃຫ້ການດໍາລົງຊີວິດຂອງຄອບຄົວ ກໍຄືປະຊາຊົນພາຍໃນບ້ານດີຂຶ້ນ. ທີ່ສໍາຄັນດີໃຈຫຼາຍທີ່ມີນໍ້າລິນສະອາດໃຊ້ຮອດເຮືອນ, ໂດຍບໍ່ໄດ້ໃຊ້ແຮງງານໄປແບກຫາບໄກຈາກເຮືອນ. ພ້ອມນັ້ນ, ຍັງມີອາຫານການກິນພຽງພໍ ແລະ ອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ