ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ມູນຄ່າ 65 ລ້ານໂດລາ

ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ມູນຄ່າ 65 ລ້ານໂດລາ

ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ມູນຄ່າ 65 ລ້ານໂດລາ
ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 2 ກັນຍານີ້ ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີການນໍາກະຊວງ, ຜູ້ຕາງໜ້າ EDCF ປະຈໍາລາວ, ຜູ້ຕາງໜ້າອົງການກອຍກ້າປະຈໍາລາວ, ກຸ່ມບໍລິສັດ BKYC ຜູ້ກໍ່ສ້າງໂຄງ ການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 
ໂຄງການກສາງໂຮງໝທນສະໄໝຂອງກະຊວງ ປກສ ມນຄາ 65 ລານໂດລາ - image 1
 

ທ່ານ ພົນຈັດຕະວາ ໜູຈອນ ກ້ອນທອງດໍາ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ກ່າວວ່າ: ກົມໃຫຍ່ພະລາທິການໃນນາມຄະນະຮັບຜິດຊອບໂຄງການ ຮ່ວມກັບກຸ່ມບໍລິສັດ BKYC ພ້ອມກັນຈັດພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ຊຶ່ງເປັນໂຄງການໜຶ່ງທີ່ມີຄວາມສໍາຄັນໃນການພັດທະນາວຽກງານສາທາລະນະສຸກຂອງ ສປປ ລາວ ເວົ້າສະເພາະມີຄວາມສໍາຄັນທາງດ້ານສາທາລະນະສຸກ ຂອງກໍາລັງ ປກສ ແນໃສ່ເພື່ອຮັບປະກັນທາງດ້ານສຸຂະພາບຂອງກໍາລັງ ປກສ ແລະ ປະຊາຊົນລາວ, ດ້ານພື້ນຖານໂຄງລ່າງໃຫ້ມີຄວາມທັນສະໄໝ ມີຄວາມພ້ອມ ແລະ ອໍານວຍຄວາມສະດວກໃນການບໍລິການປິ່ນປົວພະຍາດ, ມີອຸປະກອນການແພດທີ່ທັນສະໄໝຊ່ວຍໃນການບົ່ງມະຕິ, ພະຍາດຊັດເຈນ, ຮັບປະກັນໄດ້ທາງດ້ານຄຸນນະພາບຂອງການປິ່ນປົວ.

ຄວາມຈໍາເປັນກ່ອນຈະມີໂຄງການນີ້, ຍ້ອນວ່າໂຮງໝໍທີ່ມີໃນປັດຈຸບັນສະຖານທີ່ບໍ່ອໍານວຍຄວາມສະ ດວກ, ພື້ນຖານໂຄງລ່າງເກົ່າ, ແອອັດ, ຫ້ອງເຕັກນິກການແພດບໍ່ພຽງພໍ ຊຶ່ງບໍ່ສາມາດຕອບສະໜອງການບໍລິ ການດ້ານການປິ່ນປົວໄດ້ທຸກຂະແໜງການ, ເຄື່ອງມືອຸປະກອນການແພດບໍ່ຄົບຖ້ວນ, ອັນທີ່ມີໃນປັດຈຸບັນກໍເກົ່າ ແລະ ຫຼ້າສະໄໝ, ແຕ່ມີຄວາມຈຳເປັນເພື່ອຮັບປະກັນທາງດ້ານສຸຂະພາບຂອງກໍາລັງ ປກສ ແລະ ປະຊາຊົນລາວໃຫ້ມີສຸຂະພາບແຂງແຮງເພື່ອຮັບໃຊ້ວຽກງານ ປກສ.

ລັດຖະບານແຫ່ງ ສປປ ລາວ ເຫັນຄວາມຈໍາເປັນດັ່ງກ່າວຈຶ່ງອະນຸມັດໃຫ້ກະຊວງ ປກສ ກໍ່ສ້າງໂຮງໝໍບ່ອນໃໝ່ໃຫ້ມີຄວາມທັນສະໄໝ ແລະ ລັດຖະບານໄດ້ອະນຸມັດແຫຼ່ງທຶນກູ້ຢືມຈາກກອງທຶນຮ່ວມເພື່ອພັດທະນາເສດຖະກິດ ສ ເກົາຫຼີ (EDCF) ໃນມູນຄ່າທັງໝົດ 65,000,000 ໂດລາ, ໂຄງການດັ່ງກ່າວຈະສ້າງໃຫ້ເປັນໂຮງໝໍທີ່ມີລະບົບພື້ນຖານໂຄງລ່າງທີ່ທັນສະໄໝ ສາມາດບັນຈຸຕຽງຄົນເຈັບໄດ້ 300 ຕຽງ ປະກອບຄົບທຸກຂະ ແໜງປິ່ນປົວທາງດ້ານການແພດ, ປະກອບອຸປະກອນການແພດທີ່ທັນສະໄໝຄົບຊຸດ ແລະ ລະບົບຂໍ້ມູນຂ່າວ ສານການແພດທີ່ທັນສະໄໝ.

ໂຄງການກສາງໂຮງໝທນສະໄໝຂອງກະຊວງ ປກສ ມນຄາ 65 ລານໂດລາ - image 2
 

ໂຄງການດັ່ງກ່າວ, ກົມໃຫຍ່ພະລາທິການໄດ້ສົມທົບກັບຂະແໜງການ, ກະຊວງທີ່ກ່ຽວຂ້ອງ, ກອງທຶນຮ່ວມເພື່ອພັດທະນາເສດຖະກິດ ສ ເກົາຫຼີ (EDCF), ປະຕິບັດຕາມລະບຽບຫຼັກການ ແລະ ປະຕິບັດຕາມຂັ້ນຕອນໂດຍຜ່ານຂະບວນການຕ່າງໆໄດ້ເຊັນສັນຍາທີ່ປຶກສາໂຄງການໃນວັນທີ 30 ພຶດສະພາ 2025 ລະຫວ່າງ ກົມໃຫຍ່ພະລາທິການກະຊວງ ປກສ ກັບມະຫາວິທະຍາໄລສູນການແພດຢອງນາມ ສ ເກົາຫຼີ, ທີ່ປຶກສາໄດ້ເປັນຜູ້ດໍາເນີນການສໍາຫຼວດ-ອອກແບບສຳເລັດ, ໂດຍຜ່ານຂະບວນການປະມູນໂຄງການດັ່ງກ່າວໄດ້ເຊັນສັນຍາຮັບເໝົາກໍ່ສ້າງໂຄງການໃນວັນທີ 6 ພຶດສະພາ 2025 ລະຫວ່າງກົມໃຫຍ່ພະລາທິການ ກັບກຸ່ມບໍລິສັດ BKYC ໂຄງການປະກອບມີ: ອາຄານໂຮງໝໍ 6 ຊັ້ນ, ອາຄານປິ່ນປົວພະຍາດຊຶມເຊື້ອ ແລະ ໂຣກຈິດ, ອາຄານຫ້ອງອາຫານ, ອາຄານສ້ອມແປງອຸປະກອນການແພດ, ອາຄານສາງເຄື່ອງ, ອາຄານຕິດຕັ້ງເຄື່ອງໄຟຟ້າ ແລະ ໄຟຟ້າສໍາຮອງ ເມື່ອໂຄງການກໍ່ສ້າງສໍາເລັດຈະເປັນໂສມໜ້າໃໝ່ໃຫ້ກະຊວງ ປກສ ໂດຍສະເພາະວຽກງານສາທາລະນະສຸກໃນການຮັບປະກັນທາງດ້ານສຸຂະພາບຂອງກໍາລັງ ປກສ ແລະ ປະຊາຊົນລາວໃຫ້ມີສຸຂະພາບແຂງແຮງ ແລະ ໄດ້ຮັບການປິ່ນປົວທີ່ມີຄຸນນະພາບ.

ທີ່ມາ: ຄວາມສະຫງົບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ