ໂຄງການກໍ່ສ້າງ-ສ້ອມແປງ ລະບົບຊົນລະປະທານ ຄອງເໝືອງ

ໂຄງການກໍ່ສ້າງ-ສ້ອມແປງ ລະບົບຊົນລະປະທານນໍ້າແສງ ສາມາດສະໜອງນ້ຳ ກວມ 14 ບ້ານ

ໂຄງການກໍ່ສ້າງ-ສ້ອມແປງ ລະບົບຊົນລະປະທານນໍ້າແສງ ສາມາດສະໜອງນ້ຳ ກວມ 14 ບ້ານ
ໂຄງການກໍ່ສ້າງ-ສ້ອມແປງ ລະບົບຊົນລະປະທານ ຄອງເໝືອງຕົວແບບນໍ້າແສງ ເມືອງນານ ແຂວງຫຼວງພະບາງ ໄດ້ເລີມລົງມືຈັດຕັ້ງປະຕິບັດ ມາແຕ່ຕົ້ນເດືອນມັງກອນ ປີ 2022 ໃຊ້ເວລາກໍ່ສ້າງທັງໝົດ 36 ເດືອນ ໂດຍທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກທະນະຄານພັດທະນາອາຊີ (ADB)

ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງ ອ່າງໂຕ່ງແບບຢືນຍົງ, ໃນມູນຄ່າ 2,202,223 ກວ່າໂດລາສະຫະລັດ, ຮັບເໝົາການກໍ່ສ້າງໂດຍບໍລິສັດ ວີເອັສພີ ກໍ່ສ້າງ ຈໍາກັດ ຜູ້ດຽວ, ໜ້າວຽກປະກອບມີ: ສ້ອມແປງເບຕົງເສີມເຫຼັກທ້າຍຝາຍ, ເຈາະສັນຝາຍ ແລະ ຕິດຕັ້ງປະຕູລະບາຍຊາຍ ພ້ອມທັງຂົວເຫຼັກເຂົ້າຫາປະຕູລະບາຍຊາຍຄົບຊຸດ, ສ້ອມແປງທາງຈາກຫົວງານຝາຍນໍາແສງ ຫາ ຫົວງານຝາຍຫ້ວຍຫຼາ, ຄວາມຍາວຫຼາຍກວ່າ 12,354 ແມັດ, ກໍ່ສ້າງກັນເຈື່ອນກວຍຫີນຂ້າງທາງ ລວມ 14 ຈຸດ, ສ້ອມແປງບ່ອນລະບາຍນໍ້າເຂົ້າ-ອອກ 2 ຈຸດ, ຕິດຕັ້ງທໍ່ລອດທາງ 2 ຈຸດ, ກໍ່ສ້າງ-ສ້ອມແປງຄອງເໝືອງ 5 ຈຸດ, ຄວາມຍາວລວມ 242 ແມັດ ແລະ 4,321 ແມັດ, ອະນາໄມລວງຄອງເໝືອງ 6 ເສັ້ນ, ລວມຄວາມຍາວຫຼາຍກວ່າ 20,939 ແມັດ, ສ້ອມແປງອາຄານລະບາຍນໍ້າປ່າ ແລະ ທໍ່ລອດຄອງເໝືອງ ລວມ 12 ຈຸດ ຂອງຄອງເໝືອງ, ກໍ່ສ້າງອາຄານຕາມຄອງເໝືອງ 11 ປະເພດ, ຈຳນວນ 36 ຈຸດ, ຄອງເໝືອງຂັ້ນສາມ ກໍ່ສ້າງຄອງເໝືອງກໍ່ດ້ວຍດິນຈີ່ໂບກສອງໜ້າ 6 ເສັ້ນ ມີລວງຍາວທັງໝົດ 5,225 ແມັດ, ກໍ່ສ້າງອາຄານຕາມຄອງເໝືອງ 7 ປະເພດ, ລວມ 59 ຈຸດ, ສາມາດສະໜອງນ້ຳຊົມໃຊ້ຈໍານວນ 14 ບ້ານ ພາຍໃນເມືອງນານ,

ຜ່ານການກວດກາຕົວຈິງຂອງເຈົ້າຂອງໂຄງການເຫັນວ່າ ການກໍ່ສ້າງຊົນລະປະທານຄອງເໝືອງຕົວແບບນໍ້າແສງ ໄດ້ດຳເນີນການກໍ່ສ້າງຖືກຕ້ອງຕາມມາດຖານເຕັກນິກອອກແບບທີ່ລະບຸໄວ້ໃນສັນຍາ. ຈິ່ງໄດ້ຈັດພິທີມອບ-ຮັບຜົນສໍາເລັດຂອງໂຄງການຂຶ້ນໃນວັນທີ 25 ທັນວາຜ່ານມາ, ທີ່ເດີ່ນລະບົບຊົນລະປະທານ ຄອງເໝືອງຕົວແບບນໍ້າແສງ ເມືອງນານ, ຮ່ວມເຊັນບົດບັນທຶກ, ຝ່າຍເຈົ້າຂອງໂຄງການ ແມ່ນ ທ່ານ ສັນຍາ ຊຸມພົນພັກດີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ທ່ານ ວົນວິໄລ ໄຊຍະພອນ ປະທານ ບໍລິສັດ ວີເອັສພີ ກໍ່ສ້າງ ຈໍາກັດຜູ້ດ່ຽວ, ມີທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ບຸນທຽນ ວົງໄກສອນ ຮອງຫົວໜ້າ ກົມຊົນລະປະທານ ກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງນານ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການເຂົ້າຮ່ວມເປັນສັກຂີພິຍານ.

(ຂ່າວ-ພາບ: ທະນູນສີນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍໃຫ້ ການຕ້ອນຮັບຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຄຳມ່ວນ, ມີຄະນະປະຈຳພັກແຂວງ, ຜູ້ຊີ້ນຳການປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເຊກອງ ປ່ອຍປາ 10 ພັນໂຕ ສະຫລອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ຮ່ວມກັບ ຄະນະພັກ-ອົງການປົກຄອງເມືອງລະມາມ ຈັດພິທີປ່ອຍປາ 10 ພັນໂຕ ຄືນສູ່ທໍາມະຊາດ ເພື່ອສະຫຼອງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ (13 ກໍລະກົດ) ຂຶ້ນໃນວັນທີ 17 ກໍລະກົດນີ້ທີ່ວັງສະຫງວນວັງຊ້າງຕົກ ບ້ານເພຍໃໝ່ ເມືອງລະມາມ ໂດຍການເຂົ້າຮ່ວມ ຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ເຊັນສັນຍາສໍາປະທານໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງ

ວັນທີ​ 16​ ກໍລະກົດ​ຜ່ານມາ, ໄດ້ຈັດພິທີເຊັນສັນຍາສໍາປະທານ​ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ່ 50.4 ເຮັກຕາ ຢູ່ບ້ານໜອງ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ກະສິກຳ ລາວ​ - ຫວຽດ ຈຳກັດຜູ້ດຽວ, ຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ໂດຍການເຂົ້າຮ່ວມຂອງ​ ທ່ານ​ ສົມບູນ​ ເຮືອງວົງສາ​ ຮອງເຈົ້າແຂວງ​ຈໍາປາສັກ​.​
ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ປກສ ມອບເງິນ 100 ລ້ານກີບ ສະໜັບສະໜູນ ສະໂມສອນດັບເບິນຢູໄອຈີ ນາຄາ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ມອບເງິນສະໜັບສະໜູນ ຈຳນວນ 100 ລ້ານກີບ ໃຫ້ແກ່ນັກເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 13 ປີ ຂອງສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ເຈົ້າຂອງແຊັມລາຍການ ໄອເບີ ຄັບ 2025 ເພື່ອເປັນຂວັນກຳລັງໃຈໃຫ້ນັກກິລາ ສືບຕໍ່ພັດທະນາຄວາມສາມາດຂອງຕົນເອງ ໃຫ້ມີທ່າກ້າວທີ່ພົ້ນເດັ່ນກວ່າເກົ່າ ສາມາດຮັກສາມູນເຊື້ອເຂົ້າຮ່ວມແຂ່ງຂັນຍາດໄດ້ໄຊຊະນະ ຊຶ່ງນັກກິລາ ດັບເບິນຢູໄອຈີ ນາຄາ ມີເປົ້າໝາຍຈະເຂົ້າຮ່ວມແຂ່ງຂັນລາຍການຕ່າງໆລະດັບສາກົນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 -ກໍລະກົດ 2025) ໃນວັນທີ 17 ກໍລະກົດ ນີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ ຄະນະພັກ ຫ້ອງວ່າການສູນກາງພັກ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ ຄະນະພັກ ຄະນະບໍລິຫານງານ ຫົວໜ້າກົມໂຄສະນາ-ວັດທະນະທໍາ ຂອງສູນກາງສະຫະພັນແມ່ຍິງລາວ;​ ພ້ອມດ້ວຍ​ຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມຮັບຟັງ
ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ການແຂ່ງຂັນກິລາເປຕັງ ທົ່ວປະເທດຊີງຂັນແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດຮ່ວມກັບສະຫະພັນເປຕັງແຫ່ງຊາດລາວ ໄດ້ເປີດການແຂ່ງຂັນກິລາເປຕັງຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຂຶ້ນໃນວັນທີ 16 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນຫຼວງ, ກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມ.
ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ຈັດກອງປະຊຸມສຳມະນາວິທະຍາສາດ ລະດັບຊາດ ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ; ມີບັນດາທ່ານການນຳພັກ - ລັດ, ບັນດາທ່ານຄະນະທີ່ປຶກສາຂອງສູນກາງແນວລາວສ້າງ, ຄະນະປະຈໍາສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ຊຶ່ງກອງປະຊຸມ ໄດ້ຈັດຂຶ້ນ ໃນວັນທີ 16 ກໍລະກົດ ຜ່ານມາທີ່ຄະນະໂຄສະນາອົບຮົມສູນກາງພັກ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ການນໍາເມືອງອຸທຸມພອນປະເມີນຄືນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ

ໃນວັນທີ 16 ກໍລະກົດຜ່ານມາ ທີ່ສະໂມສອນເມືອງອຸທຸມພອນ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ,ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມພະນັກງານການນໍາເມືອງອຸທຸມພອນເພື່ອຮັບຟັງການລາຍງານ ກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງອົງຄະນະພັກເມືອງ
ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ແຂວງວຽງຈັນຈັດກິດຈະກຳຍ່າງ ແລະ ເຕັ້ນແອໂລບິກເພຶ່ອສຸຂະພາບ

ຕອນເຊົ້າຂອງວັນທີ 17 ກໍລະກົດນີ້, ແຂວງວຽງຈັນ ໄດ້ຈັດກິດຈະກໍາຍ່າງ ແລະ ເຕັ້ນແອໂລບິກ ອອກກຳລັງກາຍເພຶ່ອສຸຂະພາບ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 59 ປີ ຊຶ່ງກົງກັບວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ) ເປັນກຽດເຂົ້າຮ່ວມມີບັນດາທ່ານຮອງເຈົ້າແຂວງວຽງຈັນ, ທ່ານປະທານສະພາປະຊາຊົນແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ພະນັກງານ, ຫ້ອງການຂັ້ນເມືອງ, ພ້ອມດ້ວຍມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນ.
ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ  ມີການຫັນປ່ຽນຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ ມີການຫັນປ່ຽນຢ່າງຕັ້ງໜ້າ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ພິ ພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ), ມີບັນດາຮອງປະທານ ສປສສ, ປະທານສານປະຊາຊົນພາກ, ແຂວງ-ນະຄອນຫຼວງ ພ້ອມດ້ວຍບັນດາຜູ້ພິພາກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ເພີ່ມເຕີມ