ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ຢູ່ບ້ານເມືອງຫານ 

ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ຢູ່ບ້ານເມືອງຫານ 
ພິທີເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ຢູ່ບ້ານເມືອງຫານເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມັງກອນ ຜ່ານມາ ທີ່ ເມືອງດັ່ງກ່າວ. ລະຫວ່າງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ (ເຈົ້າຂອງໂຄງການ) ກັບ ບໍລິິສັດ ວິໄລພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ), ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ປະທານຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ, ມີບັນດາທ່ານຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ, ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ທ່ານ ໄຊຍະສິດ ພັນທະນະວົງ ຮອງຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ຜ່ານຮ່າງສັນຍາຮັບເໝົາໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ຢູ່ບ້ານເມືອງຫານຊຶ່ງໂຄງການນີ້, ຕັ້ງຢູ່ບ້ານ ເມືອງຫານ ເປັນໂຄງການ ກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ 4 ແຍກຮ່ອມ 10 ໃນບ້ານເມືອງຫານ ຫາ 3 ແຍກທາງຫຼວງແຫ່ງຊາດ 4A 
(ໜ້າໂຮງງານຫຍິບຊໍາ ) ແລະ 4 ແຍກໃນບ້ານ ຫາ ໂຮງຮຽນປະຖົມບ້ານເມືອງຫານ. ລວມຄວາມຍາວທັງໝົດ 1.200 ແມັດ ແລະ ລວງກວ້າງຂອງໜ້າທາງແມ່ນ 6 ແມັດ. ມີມູນຄ່າທັງໝົດ 2 ຕື້ 303 ລ້ານກວ່າກີບ. ໂດຍນໍາໃຊ້ແຫຼ່ງທຶນງົບປະມານຈາກກິດຈະການຂາຍສິ່ງເສດເຫຼືອຂອງໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ຊຶ່ງກໍານົດໄລຍະດໍາເນີນການກໍ່ສ້າງແມ່ນ 6 ເດືອນ (ເລີ່ມແຕ່ວັນທີ 5 ມັງກອນ ຫາ ວັນທີ 5 ກໍລະກົດ 2024) ໃຫ້ສຳເລັດ 100%. 
ຫຼັງຈາກນັ້ນ, ກໍໄດ້ຈັດພິທີເຊັນສັນຍາ ລະຫວ່າງ ທ່ານ ອ່ອນຈັນ ບຸນຍາວົງ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ບຸນລໍ່າ ສຸນາເຄນ ບໍລິິສັດ ວິໄລພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາ ໂດຍມີຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ເປັນສັກຂີພິຍານ.
ຂ່າວ-ພາບ: ກິດຕິສັກ ບົວໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຊຸດອົບຮົມວຽກງານໂຄສະນາຜ່ານສື່ ໃຫ້ແກ່ຕາໜ່າງຂ່າວເມືອງໄຊເສດຖາ, ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 1 ຕຸລາຜ່ານ​ມາທີ່ ເມືອງ​ໄຊ​ເສດ​ຖາ ໂດຍການ​ເປັນ​ປະ​ທານ​ຂອງທ່ານ ສຸລິກາ ຈັນທະຄໍາເມີ ຄະນະປະຈຳພັກເມືອງປະທານກວດກາພັກ-ລັດເມືອງ,ມີ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍສຳມະນາກອນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ວັນທີ 2 ຕຸລາ 2026 ນີ້ທີ່ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ)ຢູ່ແຂວງ ຈຳປາສັກ.
ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 5 ປີ ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 36 ປີ ປະຈຳປີ 2026 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ), ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະມາຊິກສະມາຄົມຜູ້ອາຍຸສູງ ເຂົ້າຮ່ວມ.
9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

ໄລຍະ 9 ເດືອນຜ່ານມາ, ຢູ່ແຂວງອັດຕະປື ມີອຸບັດເຫດຕາມທາງຖະໜົນເກີດຂຶ້ນ 375 ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 64 ຄັ້ງ ແລະ ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດດັ່ງກ່າວ 16 ຄົນ, ຍິງ 2 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຜູ້ເສຍຊີວິດຫຼຸດລົງ 3 ຄົນ, ຈາກອຸບັດເຫດດັ່ງກ່າວ ມີພາຫະນະເປ່ເພ 522 ຄັນ ໃນນີ້, ເປ່ເພເລັກນ້ອຍ 313 ຄັນ, ເປ່ເພສົມຄວນ 198 ຄັນ ແລະ ໃຊ້ການບໍ່ໄດ້ 11 ຄັນ, ມີຜູ້ໄດ້ຮັບບາດເຈັບ 503 ຄົນ, ບາດເຈັບເລັກນ້ອຍ 326 ຄົນ, ບາດເຈັບສົມຄວນ 142 ຄົນ, ບາດເຈັບສາຫັດ 19 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດເຫດ 2,4 ຕື້ກວ່າກີບ.
ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 1 ຕຸລາ 2026ນີ້ ພະແນກການເງິນແຂວງຄໍາມ່ວນ. ໄດ້ຈັດພິທີ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສສປ ລາວຄົບຮອບ 35 ປີ(15 ສິງຫາ 1991 -15 ສິງຫາ 2026),ວັນຢຶດອໍານາດ ຄົບຮອບ 81 ປີ (23 ສິງຫາ 1945 -23 ສິງຫາ 2026) ແລະ ວັນສ້າງຕັ້ງຊື່ມວນຊົນ ຄົບຮອບ 76 ປີ(13 ສິງຫາ 1950 -13 ສິງຫາ 2026), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ. ປາຖະກະຖາ ໂດຍທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ ຄໍາມ່ວນ. ມີຄະນະພັກ,ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການ ພາຍໃນພະແນກການເງີນເຂົ້າຮ່ວມຮັບຟັງ.
ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ວັນທີ 1 ຕຸລາ 2026, ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼູບວຽກ ງານ ປະຈຳ 9 ເດືອນ ແລະ ຜ່ານທິດທາງແຜນການ 3 ເດຶອນ ທ້າຍປີ 2026, ໂດຍມີ ທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຂົງເຂດປົກປ້ອງກົດໝາຍ, ມີທ່ານ ວິໄລວັນ ແກ້ວເຮຶອງສີ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື, ມີຄະນະອົງການໄອຍະການປະຊາຊົນ, ພະນັກງານ-ວິຊາການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ພິທີປະກາດການສ້າງຕັ້ງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 01 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ , ເປັນປະທານໂດຍທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ , ມີທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງ, ຕາງໜ້າກົມກ່ຽວຂ້ອງ, ບັນດາແຂກຖືກເຊີນ, ຫົວໜ້າຫ້ອງການຍຸຕິທໍາ 10 ຕົວເມືອງ ແລະ ຄະນະຂະແໜງການປິ່ນອ້ອມພະແນກເຂົ້າຮ່ວມ.
ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພີ່ມເຕີມ