ພິທີວາງສີລາລືກການກໍ່ສ້າງເສົາວັດແທກອຸຕຸນິຍົມແຫ່ງທຳອິດ (MetMast) ທີ່ບ້ານນາທູ້

ໂຄງການພະລັງງານລົມຢູ່ ເມືອງພີນ ແຂວງສະຫວັນນະເຂດ ເລີ່ມຕິດຕັ້ງເສົາວັດແທກ

ໂຄງການພະລັງງານລົມຢູ່ ເມືອງພີນ ແຂວງສະຫວັນນະເຂດ ເລີ່ມຕິດຕັ້ງເສົາວັດແທກ
ສະຫວັນນະເຂດ, ສປປ ລາວ - ບໍລິສັດນາແສງ-ວາໂຍ ຊັບພະຍາກອນທົດແທນ ແລະ ລົງທຶນ ຈຳກັດ ຮ່ວມກັບ ບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ ໄດ້ຈັດພິທີວາງສີລາລືກການກໍ່ສ້າງເສົາວັດແທກອຸຕຸນິຍົມແຫ່ງທຳອິດ (MetMast) ທີ່ບ້ານນາທູ້,

 

 ເມືອງພີນ, ແຂວງສະຫວັນນະເຂດ ໃນວັນທີ 22 ເດືອນສິງຫາ 2024.

ເຂົ້າຮ່ວມໃນພິທີວາງສີລາລືກການກໍ່ສ້າງເສົາວັດແທກອຸຕຸນິຍົມແຫ່ງທຳອິດ, ມີທ່ານ ສຸດໃຈ ໄຊຍະວົງ ເຈົ້າເມືອງເມືອງພີນ, ທ່ານ ບຸນຕາ ຈິມມາລາ ຮອງຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກຫ້ອງວ່າການແຂວງ ແລະ ຜູ້ຕາງໜ້າຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ, ທ່ານ ຄໍາສະຫວາດ ບຸນວິໄລ ຜູ້ອໍານວຍການ ບໍລິສັດນາແສງວາໂຍ ຈຳກັດ ແລະ ທ່ານ ລາມມິ່ງ ຜູ້ອໍານວຍການ ບໍລິສັດUPC ຫວຽດນາມ (ສິງກະໂປ) ຈໍາກັດ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາຫ້ອງການເມືອງພີນ, ພະນັກງານຂອງບໍລິສັດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ເສົາອຸຕຸນິຍົມແຫ່ງທຳອິດນີ້, ຈະຖືກສ້າງຂຶ້ນເພື່ອວັດແທກແຮງລົມ ແລະ ກວດສອບຄຸນລັກສະນະຂອງລົມ, ຂໍ້ມູນທີ່ເກັບກຳໄດ້ຈະຖືກນຳໃຊ້ ເພຶ່ອການສຶກສາຄວາມເປັນໄປໄດ້ຂອງໂຄງການພະລັງງານລົມ. ບັນດາເສົາວັດແທກອຸຕຸນິຍົມ ທີ່ຈະສືບຕໍ່ກໍ່ສ້າງ ແລະ ຕິດຕັ້ງແຫ່ງອື່ນໆ ຈະສືບຕໍ່ກໍ່ສ້າງຢູ່ເຂດຂອງໂຄງການໃນໄລຍະທີ່ຈະມາເຖິງເຊັ່ນ: ຢູ່ເມືອງວິລະບູລີ ແລະ ເມືອງອາດສະພອນ.

ຜູ້ລົງທຶນໄດ້ດໍາເນີນການ ແລະ ຈັດຕັ້ງປະຕິບັດ ຕາມລະບຽບການຂອງລັດຖະບານ ແລະ ຕາມມາດຕະຖານສາກົນ. ທຸກໆຂັ້ນຕອນທີ່ຈຳເປັນ ຕ້ອງໄດ້ສຳເລັດກ່ອນເລີ່ມລົງມືກໍ່ສ້າງ ລວມເຖິງ ການສຳຫຼວດສະຖານທີ່ຈຸດທີ່ຕັ້ງເສົາວັດແທກອຸຕຸນິຍົມ. ດ້ານການອອກແບບ ແລະ ທາງວິສະວະກຳ, ວິທີການຂົນສົ່ງວັດຖຸ, ເສົາ ແລະ ອຸປະກອນວັດແທກ, ການກວດກາ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກ (UXO), ເພຶ່ອໃຫ້ແນ່ໃຈວ່າ: ບໍ່ໃຫ້ເກີດມີຜົນສະທົບຕໍ່ສະພາບປ່າໄມ້ ໃນປັດຈຸບັນຢູ່ເຂດກໍ່ສ້າງ.

ໃນໄລຍະການກໍ່ສ້າງເສົາວັດແທກອຸຕຸນິຍົມ, ຜູ້ລົງທຶນໄດ້ຮັບການສະໜັບສະໜູນເປັນຢ່າງດີຈາກອໍານາດການປົກຄອງທ້ອງຖິ່ນບ້ານ, ເມືອງ ແລະ ແຂວງ, ລວມທັງຂັ້ນສູນກາງໃນດ້ານການອະນຸຍາດ, ການຢັ້ງຢືນ ແລະ ອໍານວຍຄວາມສະດວກຕ່າງໆ. ຜູ້ລົງທຶນໄດ້ສະໜັບສະໜູນບ້ານ ແລະ ເມືອງ ໃນການສ້ອມແປງເສັ້ນທາງພາຍໃນທ້ອງຖິ່ນຈໍານວນໜຶ່ງ ເພື່ອໃຫ້ປະຊາຊົນສາມາດໄປມາສະດວກໃນລະດູຝົນ ຢ່າງມີຄວາມສະດວກສະບາຍ.

ບໍລິສັດນາແສງ-ວາໂຍ ຊັບພະຍາກອນທົດແທນ ແລະ ລົງທຶນ ຈຳກັດ ແລະ ບໍລິສັດ UPC ຫວຽດນາມ (ສິງກະໂປ) ຈໍາກັດ (NSW-UPC) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 13 ພະຈິກ 2023 ເພື່ອສະເໜີໂຄງການກໍ່ສ້າງພະລັງງານລົມ ຢູ່ເມືອງພິນ, ເມືອງວິລະບູລີ ແລະ ເມືອງອາດສະພອນ ແຂວງສະຫວັນນະເຂດ ເພື່ອສົ່ງອອກພະລັງງານສະອາດໄປຍັງບັນດາປະເທດເພື່ອນບ້ານ, ປະເທດໄທ ຫຼື ສສ ຫວຽດນາມ. ໂຄງການດັ່ງກ່າວ ໄດ້ສຳເລັດບົດລາຍງານຄວາມເປັນໄປໄດ້ໃນເບື້ອງຕົ້ນ ແລະ ຢູ່ໃນຂັ້ນຕອນການລົງນາມ PDA ກັບລັດຖະບານລາວ.

ເຖິງແມ່ນວ່າຈະມີສິ່ງທ້າທາຍຫຼາຍຢ່າງ ຈາກສະພາບດິນຟ້າອາກາດ ໃນໄລຍະລະດູຝົນ,ສະພາບນໍ້າຖ້ວມ ແລະ ເສັ້ນທາງທີ່ຫຍຸ້ງຍາກ, ແຕ່ຜູ້ລົງທຶນ ກໍໄດ້ສະແດງຄວາມຕັ້ງໃຈທີ່ຈະກໍ່ສ້າງ ແລະ ຕິດຕັ້ງເສົາວັດແທກອຸຕຸນິຍົມແຫ່ງທຳອິດ ຊຶ່ງຄາດວ່າ: ຈະໃຫ້ສໍາເລັດໃນທ້າຍເດືອນກັນຍາ 2024. ບໍລິສັດ AUSLAO GROUP ຈໍາກັດ (ເປັນບໍລິສັດເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ຄູ່ຮ່ວມສັນຍາ) ແລະ ບໍລິສັດ VREE (ໃນຖານະຜູ້ຮັບເໝົາກໍ່ສ້າງ ແລະ ຕິດຕັ້ງເສົາວັດແທກອຸຕຸນິຍົມ) ໄດ້ໃຫ້ການສະໜັບສະໜູນວຽກງານອັນສຳຄັນຕໍ່ຄວາມພະຍາຍາມດັ່ງກ່າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ເຜີຍແຜ່ຮ່າງນິຕິກຳຫົວໜ່ວຍຊົດເຊີຍຜົນກະທົບໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ

ພິທີເຜີຍແຜ່ ຮ່າງນິຕິກຳວ່າດ້ວຍ ຫົວໜ່ວຍຊົດເຊີຍ ຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍໄລຍະເສັ້ນທາງບໍລິຄຳໄຊ-ແທງຖູຍ ຢູ່ຕາແສງ ບົວວຽງຄຳ ຈັດຂຶ້ຶນໃນວັນທີ 23 ກັນຍາຜ່ານມາ, ໂດຍມີທ່ານ ບຸນເລີດ ລັດທະພອນປະທານຄະນະກຳມະການປົກຄອງຕາແສງ ບົວວຽງຄຳ, ມີຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຂັ້ນແຂວງ,ຂັ້ນເມືອງ,ຕາງໜ້າໂຄງການ,ອຳນາດການປົກຄອງບ້ານ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝສາມັນ ຄັ້ງທີ 5 ສະໄໝທີ VII ໄດ້ເປີດຂຶ້ນໃນວັນທີ 25 ກັນຍານີ້, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 302

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທະຫານຮາບທີ 3 ທີ່ຈະໝູນວຽນມາບັນຈົບຄົບຮອບ 45 ປີ (ວັນທີ 25 ຕຸລາ 1981-25 ຕຸລາ 2026) ໃນວັນທີ 24 ກັນຍາຜ່ານມາ, ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວ ໄດ້ມອບເສື້ອໂປໂລແຂນສັ້ນຈໍານວນ 19 ຊຸດ, ເຄື່ອງຊຸດວອມ 5 ຊຸດ ແລະ ໝາກບູ່ນ 1 ຊຸດ ລວມມູນຄ່າ 3,268,000 ກີບ ມອບໃຫ້ກອງພັນໃຫຍ່ 302 ເພື່ອຊຸກຍູ້ຈິດໃຈຂອງພະນັກງານ-ນັກຮົບ ທີ່ກໍາລັງປະຕິບັດໜ້າທີ່ຢູໃນກົມກອງຂອງຕົນ, ທັງເປັນການຊຸກຍູ້ຂະບວນການກິລາ ຢູ່ກອງພັນໃຫຍ່ 302 ໃຫ້ມີບັນຍາກາດຟົດຟື້ນ, ໂດຍການກ່າວມອບຂອງສະຫາຍ ເຕີນ ລາດວົງສາ ຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກສິນຊັບເມືອງເໝືອ ສາຂາແຂວງບໍ່ແກ້ວ ພ້ອມດ້ວຍຄະນະໜ່ວຍງານ, ກ່າວຮັບໂດຍສະຫາຍ ພັນເອກ ຄຳອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 302 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ກອງພົນທີ​ 2​ ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ

ໃນວັນທີ​ 24 ກັນຍາ​ຜ່ານມາ​,​ ກອງພົນທີ​ 2​ ໄດ້ມອບ​ເງິນ​ອຸດໜູນເທື່ອດຽວໃຫ້ນາຍທະຫານ​ ໂດຍການເປັນປະທານຂອງສະຫາຍ ພັນໂທ​ ສົມຈິດ ແກ້ວ​ໄຊຍະວົງ​ ກຳມະການຄະນະພັກກອງພົນ​ ຮອງ​ຫົວໜ້າ​ຫ້ອງ ການ​ເມືອງ​ກອງພົນ​ທີ​ 2,​ ມີ​ພະແນກການກ່ຽວຂ້ອງ ແລະ ນາຍທະຫານ ທີ່ອອກການຮັບເງິນອຸດໜູນເທື່ອດຽວເຂົ້າຮ່ວມ.
9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

9 ເດືອນ ເມືອງເງິນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 6.29 ຕື້ກີບ

ຕາມການລາຍງານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ ຕໍ່ກອງປະຊຸມຄະນະກໍາມະການປົກຄອງເມືອງປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ຊຶ່ງຈັດຂຶ້ນໃນວັນທີ 25 ກັນຍາຜ່ານມາ, ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ - ບໍ່ຫານ

ໃນວັນທີ 24 ກັນຍານີ້ ທີ່ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງຮອງລັດຖະມົນຕີຮອງປະທານ ຄລທ ຜູ້ປະຈໍາການປະທານຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຜ່ານລະບົບທາງໄກ.
4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

4 ໜ່ວຍພັກ ຍທຂ ເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 4 ໜ່ວຍພັກ ປະກອບມີ ໜ່ວຍພັກຂະແໜງບໍລິຫານ, ຈັດຕັ້ງ, ກວດກາແຜນການ-ການເງິນ; ໜ່ວຍພັກຂະແໜງຂົນສົ່ງ, ຄຸ້ມຄອງພາຫະນະ, ເຄຫາ-ຜັງເມືອງ, ໜ່ວຍພັກລັດວິສາຫະກິດນໍ້າປະປາ ແລະ ໜ່ວຍພັກທາງບົກ-ທາງນໍ້າ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນປະຈຳປີ 2025 ຈັດຂຶ້ນໃນວັນທີ 24 ກັນຍາຜ່ານມາ, ໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.
ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກະຊວງ ຮສສ ຮ່ວມກັບຄູ່ຮ່ວມງານ ວາງແຜນດຸ່ນດ່ຽງແຮງງານ ໄລຍະສັ້ນ-ໄລຍະຍາວ

ກົມການຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ພ້ອມທັງກຳນົດແຜນການຮ່ວມກັນໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ຂຶ້ນ ໃນວັນທີ 24 ທັນວາ ນີ້ ທີ່ໂຮງແຮມລາວພຣາຊານະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ອານຸສອນ ຄໍາສິງສະຫວັດຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຫົວໜ້າຄະນະກອງເລຂາ ຄະນະດຸ່ນດ່ຽງທາງດ້ານການສະໜອງແຮງງານ.
ເພີ່ມເຕີມ