ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມອາຢີຊານຂອງເອທິໂອປີ ທີ່ຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດພິທີເປີດການຜະລິດໄຟຟ້າຢູ່ລັດໂຊມາລີຂອງເອທິໂອປີ, ໂດຍມີທ່ານ ອາບີ ອາເມັດ ອາລີ ນາຍົກລັດຖະມົນຕີເອທິໂອປີ, ທ່ານ ອິສເມວ ໂອມາ ກູເອລເລ ປະທານາທິບໍດີບູຕິ, ທ່ານ ຮາສຊານ ເຊກໂມຮາມຸດ ປະທານາທິບໍດີໂຊມາລີ ແລະ ທ່ານອື່ນໆ ເຂົ້າຮ່ວມພິທີດັ່ງກ່າວ.
ຕາມຂ່າວແຈ້ງວ່າ: ໂຄງການຜະລິດໄຟຟ້າດ້ວຍພະລັງງານລົມອາຢີຊານເລີ່ມລົງມືກໍ່ສ້າງໃນປີ 2017. ໂຄງການນີ້ໄດ້ຮັບການອອກແບບດ້ວຍກຳລັງຕິດຕັ້ງທັງໝົດ 120 ເມກາວັດ, ໂດຍມີກັງຫັນລົມ 48 ໜ່ວຍ, ໜ່ວຍລະ 2,5 ເມກາວັດ. ປັດຈຸບັນນີ້, ກັງຫັນລົມ 32 ໜ່ວຍທີ່ຢູ່ໃນໄລຍະທຳອິດໄດ້ຮັບການຕິດຕັ້ງສຳເລັດ ແລະ ເລີ່ມຜະລິດໄຟຟ້າສົ່ງເຂົ້າເຄືອຂ່າຍແລ້ວ.
ຄໍາເຫັນ