ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງນຳໃຊ້ເຕັກໂນໂລຊີທັນສະໄໝ

ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດຫຼວງນຳໃຊ້ເຕັກໂນໂລຊີທັນສະໄໝ
ໂດຍ:ສຳນານ ພົມພັກດີ
ໂຄງການອ້ອມອາຊີສາກົນ, ໂຄງການວຽງຈັນ ນະຄອນສີຂຽວ ແລະ ໂຄງການຈົງເທິງສາກົນ ທີ່ກຳລັງພັດທະນາເປັນ ຄອນໂດ,ຕຶກສໍານັກງານ ແລະ ຕຶກອາພາດເມັ້ນໃນເຂດເສດຖະກິດສະເພາະ  ບຶງທາດຫຼວງນະຄອນຫຼວງວຽງຈັນ ແມ່ນໄດ້ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າມາພັດທະນາໂຄງການ ປະກອບເຄື່ອງຮັບໃຊ້ພາຍໃນທຸກອາຄານເປັນຍີ່ຫຍໍ້ດັງຂອງໂລກ,ຮັບປະກັນມີຄວາມປອດໄພສູງ.
ທ່ານ ຢາງ ຢົງ ສຽນ ຮອງປະທານບໍລິສັດ ອ້ອມອາຊີພັດທະນາອະສັງຫາລິມະຊັບ ຈຳກັດ ໄດ້ໃຫ້ສຳພາດຕໍ່ໜັງສືພິມປະຊາຊົນເມື່ອວັນທີ 27 ທັນວານີ້ວ່າ: ໃນປີ 2011  ບໍລິສັັດ ບຶງທາດຫຼວງ ພັດທະນາໄດ້ມາສຳປະທານດິນເຂດບຶງທາດຫຼວງ ແລະ ໄດ້ເລີ່ມພັດທະນາບຸກເບິກເຂດດັ່ງກ່າວ ໃນເນື້ອທີ່ 200 ກວ່າເຮັກຕາ.ໃນປີ2019 ທາງບໍລິສັດ ພວກເຮົາໄດ້ເລີ່ມເຂົ້າມາພັດທະນາ 3 ໂຄງການ ໃນເນື້ອທີ່ 8ແສນຕາແມັດ ແລະ ໄດ້ສ້າງຕັ້ງ 3 ບໍລິສັດຂຶ້ນມາຄື:ບໍລິສັດ ອ້ອມອາຊີສາກົນ,ບໍລິສັດວຽງຈັນ ນະຄອນສີຂຽວ ແລະ ບໍລິສັດ ຈົງເທິງສາກົນ,ໃນສາມໂຄງການນີ້,ໄດ້ພັດທະນາກໍ່ສ້າງຕຶກຄອນໂດ,ຕຶກອາພາດເມັ້ນ 3 ຕຶກໃນເນື້ອທີ່ 2 ແສນກວ່າຕາແມັດ ແລະກໍາລັງຈະສ້າງຕຶກສໍານັກງານໃຫຍ່ຂອງໂຄງການ.
ການພັດທະນາໂຄງການດັ່ງກ່າວຖືວ່າເປັນໂຄງການທີ່ທັນສະໄໝອັນດັບໜຶ່ງໃນ ສປປ ລາວ ທີ່ໄດ້ນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າມາພັດທະນາໂຄງການ,ໃນນັ້ນການປະກອບເຄື່ອງໃຊ້ ໃນແຕ່ລະຫ້ອງ ແມ່ມີຄວາມປອດໄພສູງ,ບໍ່ວ່າຈະເປັນການນຳໃຊ້ແກັສໃນຫ້ອງຄົວກໍໄດ້ນຳໃຊ້ແກັສຈາກສະຖານນີແກັສ ໂດຍກົງແລ້ວສົ່ງຜ່ານທໍ່ແກັສເຂົ້າແຕ່ລະຫ້ອງຄົວ ໂດຍຫຼີກລ່ຽງການນຳໃຊ້ແກັສເປັນຖັງເພື່ອຮັບປະກັນຄວາມປອດໄພ,ສໍາລັບລະບົບນໍ້າປະປາກໍນໍາໃຊ້ລະບົບກັ່ນກອງນໍ້າທີ່ສະອາດສາມາດດື່ມໄດ້ເລີຍ, ນັບວ່າເປັນໂຄງການທຳອິດໃນນະຄອນຫຼວງວຽງຈັນທີ່ນຳໃຊ້ລະບົບນີ້.
ທ່ານ ຢາງ ຢົງ ສຽນ ກ່າວຕື່ມວ່າ:ສໍາລັບຕຶກຄອນໂດ,ອາພັດເມັ້ນ ແມ່ນມີຫຼາຍຂະໜາດນັບແຕ່ຫ້ອງຂະໜາດນ້ອຍຫ້ອງດ່ຽວ ເຖິງ 4 ຫ້ອງນອນເພື່ອໃຫ້ຄົນລາວໄດ້ມີທາງເລືອກໃນການຊົມໃຊ້,ສຳລັບຄອນໂດ ແມ່ນມີ ຄວາມສູງ 31 ຊັ້ນ(ມີ288ຫ້ອງ),ຕຶກສໍານັກງານໃຫຍ່ມີຄວາມສູງ 25 ຊັ້ນ(ມີ 184ຫ້ອງ) ແລະ ຕຶກອາພາດເມັ້ນສູງ 14 ຊັ້ນ(ຫ້ອງດຽວມີ 222 ຫ້ອງ)ຈຸດເດັ່ນຂອງໂຄງການ ທຸກຫ້ອງ ແມ່ນຈະມີສະລອຍນໍ້າ ຖືເປັນໂຄງການພິເສດທີ່ສຸດໃນໂລກກໍວ່າໄດ້ ເພາະບໍ່ໄດ້ມີຫຼາຍໂຄງການມີແບບນີ້ ແມ່ນແຕ່ ຢູ່ ສປ ຈີນກໍຍັງບໍ່ມີ.
ສໍາລັບອຸປະກອນທີ່ມານໍາໃຊ້ເຂົ້າໃນໂຄງການກໍ່ສ້າງຕ່າງໆ ແມ່ນໄດ້ມີການປະເມີນເຖິງສິ່ງແວດລ້ອມໃຫ້ເປັນຕົວເມືອງທີ່ບໍ່ມີມົນລະພິດໂດຍອຸປະກອນນຳໃຊ້ເຂົ້າໃນການກໍ່ສ້າງ ແລະ ອຸປະກອນອຳນວຍຄວາສະດວກກໍໄດ້ນຳໃຊ້ສິນຄ້າທີ່ມີຍີ່ຫໍ້ອັນດັບໜຶ່ງ ຂອງ ສປຈີນແລະ ປະເທດອື່ນໆທີ່ໄດ້ມາດຕະຖານສາກົນ.
ປັດຈຸປັນ,ມີລູກຄ້າຫຼາຍປະເທດເຂົ້າມາຈັບຈອງຫ້ອງແລ້ວ ສ່ວນຫຼາຍ ຈະເປັນຄົນຈີນ, ສ ເກົາຫຼີ ແລະ ຄົນລາວ, ຄາດວ່າຕຶກອາພາດເມັ້ນທີ່ກໍາລັງກໍ່ສ້າງຈະມີການມອບ-ຮັບໃຫ້ລູກຄ້າໃນປີ 2024 ທີ່ຈະມາເຖິງນີ້.
ສ່ວນຕຶກຫ້ອງການຂອງໂຄງການແມ່ນໄດ້ສ້າງສຳເລັດ 1 ຕຶກ ແລະ ກຳລັງດຳເນີນການກໍ່ສ້າງຕື່ມອີກ 2 ຕຶກ,ສຳລັບໂຄງການອ້ອມອາຊີສາກົນ ລວມມີ 9 ຕຶກ ປັດຈຸບັນສ້າງສຳເລັດແລ້ວ 4 ຕຶກ, ຍັງເຫຼືອ 5 ຕຶກ, ໃນສາມໂຄງການໄດ້ສ້າງວຽກເຮັດງານທຳໃຫ້ແກ່ຄົນລາວເປັນຈຳນວນຫຼາຍ ໃນນັ້ນເປັນພະນັກງານທີ່ຢູ່ຫ້ອງຂາຍປະມານ 100 ກວ່າຄົນ, ກໍາມະກອນປະມານ 100 ກວ່າຄົນ ແລະ ທາງບໍລິສັດຍັງໄດ້ເອົາໃຈໃສເບິ່ງແຍງດ້ານສະຫວັດດີການສັງຄົມຂອງພະນັກງານ-ກຳມະກອນຕາມກົດໝາຍຂອງ ສປປ ລາວ, ໃນຂະນະດຽວກັນຍັງໃຫ້ຄ່າຈ້າງແຮງງານສູງ ແລະ ໃນກໍລະນີເຮັດວຽກເກີນໂມງ ທາງບໍລິສັດກໍມີເງິນເພີ່ມໃຫ້ຕື່ມອີກ,ມີມື້ພັກໃຫ້, ສ່ວນອາກອນລາຍໄດ້ຂອງພະນັກງານ ແລະ ກຳມະກອນທາງບໍລິສັດກໍຮັບຜິດຊອບຈ່າຍໃຫ້ທັງໝົດ.
ທ່ານກ່າວຕື່ມວ່າ:ເຖິງວ່າການພັດທະນາຢູ່ ສປປລາວຍັງຊັກຊ້າແຕ່ໃນນາມທີ່ເປັນບໍລິສັດອະສັງຫາລິມະຊັບ ເຊື່ອວ່າຢູ່ລາວຈະສາມາດພັດທະນາໄປໄດ້ໄກກວ່ານີ້  ໃນຂະນະທີ່ທາງບໍລິສັດເຂົ້າມາພັດທະນາໃນຮູບແບບນີ້ ແມ່ນຈະເຮັດໃຫ້ກົດໝາຍກ່ຽວກັບອາສັງຫາລິມະຊັບຢູ່ລາວສາມາດປັບປຸງໄດ້ໄວຂຶ້ນ ແລະ ພວກເຮົາກໍພະຍາຍາມເລັ່ງສ້າງເຂດເສດຖະກິດສະເພາະແຫ່ງນີ້ ໃຫ້ມີຄວາມສົມບູນແບບໂດຍໄວ ຊຶ່ງໃນປັດຈຸບັນແມ່ນຢູ່ໃນຂັ້ນຕອນການອອກແບບ ໂດຍໄດ້ຈ້າງບໍລິສັດ ທີ່ໃຫຍ່ ຈາກ ຊຽງໄຮ ສປ ຈີນ ເຂົ້າມາອອກແບບກ່ຽວກັບເຂດອ້ອມບຶງ ທີ່ຈະເຮັດເປັນແຫຼ່ງທ່ອງທ່ຽວ ແລະ ເຊື່ອວ່າຖ້າຕຶກຫ້ອງການສໍານັກງານໃຫຍ່ສໍາເລັດຄາດວ່າຈະມີບໍລິສັດ ເຂົ້າມາລົງທຶນຫຼາຍຂຶ້ນ ແລະ ຈະເຮັດໃຫ້ລັດຖະບານມີລາຍຮັບເລື່ອງພາສີ-ອາກອນຫຼາຍຂຶ້ນເຊັ່ນດຽວກັນ.
ສັງລວມແລ້ວ 3ໂຄງການທີ່ກຳລັງພັດທະນາຢູ່ໃນເຂດເສດຖະກິດສະເພາະບຶງທາດຫຼວງແມ່ນສະແດງເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ 3 ບໍລິສັດ ເພື່ອປະກອບສ່ວນເຮັດໃຫ້ ສປປ ລາວ ມີການພັດທະນາ ທາງດ້ານພື້ືນຖານໂຄງລ່າງທີ່ຫຼາກຫຼາຍ ແລະ ສ້າງໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ທັງເປັນຈຸດດຶງດູດເອົານັກລົງທຶນຕ່າງປະເທດເຂົ້າມາລົງທຶນໃນ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອສ້າງຖານລາຍຮັບໃຫ້ ສປປ ລາວນັບມື້ເຂັ້ມແຂງຂຶ້ນເລື້ອຍໆ.

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ເພີ່ມເຕີມ