ໂຄງການປູກເຂົ້າສາມລະດູ ຂອງ ອາຊີ-ໂປຕາສ ສາກົນການເກັບກ່ຽວຂອງລະດູທໍາອິດເຮັກຕາໜຶ່ງຜົນຜະລິດ 7,7 ໂຕນ

ໂຄງການປູກເຂົ້າສາມລະດູ ຂອງ ອາຊີ-ໂປຕາສ ສາກົນການເກັບກ່ຽວຂອງລະດູທໍາອິດເຮັກຕາໜຶ່ງຜົນຜະລິດ 7,7 ໂຕນ
ອາຊີ-ໂປຕາສ ສາກົນ ໄດ້ສໍາເລັດການເກັບກ່ຽວຜົນຜະລິດຢ່າງໜ້າຊື່ນຊົມຂອງໂຄງການປູກເຂົ້າສາມລະດູໄລຍະທໍາອິດ ທີ່ ດອນຄອນ ເມືອງໂຂງ ແຂວງຈໍາປາສັກຊຶ່ງລະດູການທໍາອິດ ເຮັກຕາໜຶ່ງບັນລຸຜົນຜະລິດໄດ້7,7 ໂຕນ, ລື່ນຄາດໝາຍ 10%, ການປູກເຂົ້າທັງສາມລະດູໃນໜຶ່ງປີ ຈະບັນລຸຜົນຜະລິດເຖິງ 21 ໂຕນຂຶ້ນໄປ, ບາດກ້າວດັ່ງກ່າວເປັນການເລີ່ມຕົ້ນຂອງການພັດທະນາກະສິກໍາທັນສະໄໝຂອງ ສປປ ລາວ, ເພື່ອເປັນຂອງຂວັນຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 48 ປີ.
    ໃນເດືອນມິຖຸນາ 2023, ອາຊີ-ໂປຕາສ ສາກົນ ໄດ້ດຶງດູດເອົາວິສາຫະກິດລົງເລິກການປຸງແຕ່ງສະບຽງອາຫານ ທີ່ມີທີມງານປູກຝັງ ແລະ ເຕັກໂນໂລຊີທັນສະໄໝສູງສຸດຂອງ ສປ ຈີນ ເພື່ອພ້ອມກັນລົງທຶນ ແລະ ຮ່ວມມື, ເພື່ອດໍາເນີນໂຄງການສາທິດ ປູກເຂົ້າສາມລະດູ ທີ່ມີແນວພັນປະສົມຕ່າງໆຄັ້ງທໍາອິດຢູ່ ດອນຄອນ ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ. ດອນຄອນເປັນທົ່ງພຽງທີ່ຮາບພຽງດີມີພື້ນທີ່ດິນປູກຝັງເກືອບເຖິງ 1.100 ເຮັກຕາ, ປະຊາຊົນໃນດອນຄອນ ນໍາໃຊ້ແຕ່ວິທີການປູກເຂົ້າລະດູດຽວແບບພື້ນເມືອງຊຶ່ງຜົນຜະລິດໝົດປີ ເຮັກຕາໜຶ່ງມີພຽງແຕ່ 2 ໂຕນເທົ່ານັ້ນ, ສະນັ້ນຈຶ່ງຍັງມີທ່າແຮງຫຼາຍໃນການພັັດທະນາປູກເຂົ້າສາມລະດູ. ພາຍໃຕ້ການສະໜັບສະໜູນຢ່າງໃຫຍ່ຫຼວງຂອງອໍານາດການປົກຄອງທ້ອງຖິ່ນ, ໃນເດືອນສິງຫາ ບໍລິສັດ ຊີໂນ-ໂປຕາສ ສາກົນ ຈຶ່ງໄດ້ເລີ່ມພັດທະນາໂຄງການສາທິດປູກເຂົ້າສາມລະດູ ໄລຍະທໍາອິດໃນເນື້ອທີ່ 110 ເຮັກຕາ, ໂຄງການດັ່ງກ່າວ ນໍາໃຊ້ຮູບແບບການປູກຝັງກະສິກໍາທັນສະໄໝໂດຍຫັນໄປສູ່ການໃຊ້ເຄື່ອງກົນຈັກ, ຂະໜາດໃຫຍ່ ແລະ ລວມສູນ, ດໍາເນີນການຫວ່ານເມັດ, ໃສ່ຝຸ່ນ (ປຸ໋ຍ), ການປະສົມເກສອນ ແລະ ການຈັດການຄຸ້ມຄອງອື່ນໆເທິງໄຮ່ນາ ໂດຍການໃຊ້ໂດຣນ, ພ້ອມທັງດໍາເນີນວຽກງານເກັບກ່ຽວໂດຍເຄື່ອງຈັກເກັບກ່ຽວເປັນລະບົບ, ນອກນັ້ນຍັງມີການປັບປຸງລະບົບຊົນລະປະທານ, ລະບາຍນໍ້າ, ເພື່ອຮັບປະກັນຜົນຜະລິດເຂົ້າ. ຈາກສະພາບການເກັບກ່ຽວຕົວຈິງເຫັນວ່າໄລຍະການເຕີບໂຕຂອງເຂົ້າສໍາລັບລະດູການທຳອິດນີ້ມີພຽງແຕ່ 110 ມື້ ຊຶ່ງສັ້ນກວ່າໄລຍະເຕີບໃຫຍ່ 120 ມື້ຢູ່ຈີນ ແລະ ຜົນຜະລິດເຂົ້າ ກໍລື່ນຄາດໝາຍ 7 ໂຕນຕໍ່ເຮັກຕາ, ສິ່ງດັ່ງກ່າວເປັນການວາງຮາກຖານໃຫ້ແກ່ການປູກເຂົ້າລະດູການທີ 2 ແລະ 3 ໃນຕໍ່ໜ້າ, ປະກອບເປັນເສົາຄໍ້າສໍາລັບຜົນຜະລິດໝົດປີທີ່ຈະບັນລຸເຮັກຕາໜຶ່ງ 21 ໂຕນຂຶ້ນໄປ.
    ຄຽງຄູ່ກັບການຮັບປະກັນໃຫ້ບັນລຸຜົນຜະລິດຕາມເປົ້າໝາຍຂອງການປູກເຂົ້າສາມລະດູ, ອາຊີ-ໂປຕາສ ສາກົນ ຍັງໄດ້ປະຕິບັດບັນດາມາດຕະການກະສິກໍາທີ່ທັນສະໄໝຫຼາຍຢ່າງ ເພື່ອຫຼຸດຕົ້ນທຶນໃນການປູກຝັງ ແລະ ເພີ່ມມູນຄ່າຂອງດິນປູກຝັງຄື: ໜຶ່ງ ແມ່ນສ້າງແນວພັນເຂົ້າທີ່ສາມາດເກີດຄືນໃໝ່ໃນໄລຍະຫຼາຍປີ, ຄືການຫວ່ານເມັດພັນເທື່ອດຽວສາມາດເກັບກ່ຽວໄດ້ຕໍ່ເນື່ອງເຖິງ 6 ປີ, ໃນການຍົກສູງປະລິມານການຜະລິດ ກໍສາມາດຫຼຸດຕົ້ນທຶນແນວພັນໄດ້ຢ່າງຫຼວງຫຼາຍ, ສອງແມ່ນສ້າງລະບົບນິເວດໄຮ່ນາ ປູກເຂົ້າ ປະສົມກັບການລ້ຽງປາ, ປູກເຂົ້າ ປະສົມກັບການລ້ຽງກົບ, ພວກເຮົາໄດ້ຊື້ແນວພັນປາ, ພັນກົບຈາກປະຊາຊົນ ແລະ ບໍລິສັດພາຍໃນທ້ອງຖິ່ນຊຶ່ງບໍ່ພຽງແຕ່ເປັນການຂະຫຍາຍຊ່ອງທາງລາຍຮັບໃຫ້ຊາວກະສິກອນທ້ອງຖິ່ນເທົ່ານັ້ນ, ຍັງເປັນການສົ່ງເສີມການນໍາໃຊ້ເນື້ອທີ່ດິນແບບກວມລວມຢ່າງມີປະສິດທິພາບ, ໃນຕໍ່ໜ້າ ປານິນ ແລະ ກົບນາ ທີ່ເພາະລ້ຽງໃນນາເຂົ້າ ກໍຈະຖືກຈັດສົ່ງໃຫ້ແກ່ຮ້ານອາຫານ ແລະ ຕະຫຼາດກະສິກໍາຕ່າງໆ, ກາຍເປັນສ່ວນທີ່ສໍາຄັນໃຫ້ແກ່ໂຕະອາຫານຂອງປະຊາຊົນ.
    ໂຄງການ ປູກເຂົ້າສາມລະດູ ທີ່ແມ່ນກະສິກໍາທັນສະໄໝຢູ່ເມືອງໂຂງ ຂອງ ອາຊີ-ໂປຕາສ ສາກົນ ມີແຜນການຂະຫຍາຍເນື້ອທີ່ປູກຝັງເປັນ 200 ເຮັກຕາໃນປີ 2024 ແລະພາຍໃນ 3 ປີຕໍ່ໜ້າ ຈະຂະຫຍາຍເນື້ອທີ່ອອກເປັນ 2.000 ເຮັກຕາ, ແຜນການໄລຍະຍາວແມ່ນຈະຂະຫຍາຍໄປທຸກແຂວງໃນທົ່ວປະເທດ,ເພື່ອກະຕຸ້ນຢ່າງເຕັມສ່ວນ ຄຸນຄ່າຊັບພະຍາກອນກະສິກໍາຂອງລາວ. ຄຽງຄູ່ກັບການເພີ່ມຂຶ້ນຂອງຜົນຜະລິດ ອາຊີ-ໂປຕາສ ສາກົນ ກໍາລັງກະກຽມສ້າງຕັ້ງໂຮງງານປຸງແຕ່ງເຂົ້າທີ່ປະກອບຕິດພັນຄົບຊຸດ, ເພື່ອຈະຂະຫຍາຍເປັນຕ່ອງໂສ້ອຸດສາຫະກໍາລົງເລິກການປຸງແຕ່ງເຂົ້າຕື່ມອີກກ້າວໜຶ່ງ, ສ້າງລະບົບຜະລິດຕະພັນທີ່ຫຼາກຫຼາຍ ເຊັ່ນ: ເສັ້ນໝີ່ ແລະແປ້ງເຂົ້າ ພ້ອມທັງປະກອບສ້າງລະບົບການພັດທະນາກະສິກໍາທີ່ມີການປູກຝັງແບບທັນສະໄໝ, ການປຸງແຕ່ງໃຫ້ເປັນເສດຖະກິດ ແລະ ການຄ້າແບບສາກົນ, ບັັນລຸການທົດແທນການນໍາເຂົ້າຜະລິດຕະພັນກະສິກໍາ ແລະ ສົ່ງອອກເພື່ອສ້າງລາຍຮັບເງິນຕາຊຶ່ງໂດຍພື້ນຖານແລ້ວຈະສາມາດແກ້ໄຂໄດ້ບັນຫາເງິນເຟີ້ ທີ່ເກີດຈາກຊ່ອງວ່າງລະຫວ່າງການສະໜອງ ແລະ ຄວາມຕ້ອງການດ້ານຜະລິດຕະພັນກະສິກໍາ, ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
(ຂ່າວ:ຍຸພິນທອງ ຂໍ້ມູນຈາກ ອາຊີ-ໂປຕາສ ສາກົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ