ໂຄງການສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ

ໂຄງການສ້າງຄວາມທົນທານຕໍ່ດິນຟ້າອາກາດ ໃນລະບົບກະສິກໍາເຮັດໃຫ້ 31 ບ້ານໄດ້ຮັບຜົນປະໂຫຍດ

ໂຄງການສ້າງຄວາມທົນທານຕໍ່ດິນຟ້າອາກາດ ໃນລະບົບກະສິກໍາເຮັດໃຫ້ 31 ບ້ານໄດ້ຮັບຜົນປະໂຫຍດ
ໂຄງການສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງປະຊາຊົນ(Climate REAL)ໄດ້ເຮັດໃຫ້ປະຊາຊົນ 31 ບ້ານໃນ 3 ເມືອງຂອງແຂວງອັດຕະປືໄດ້ຮັບຜົນປະໂຫຍດ.

ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປືໄດ້ຮ່ວມກັນຈັດກອງປະຊຸມສະຫຼຸບໂຄງການ “ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງປະຊາຊົນຢູ່ແຂວງອັດຕະປື” (Climate REAL)ຊຶ່ງເປັນໜຶ່ງໃນອົງປະກອບຂອງແຜນງານການເສີມສ້າງຄວາມເຂັ້ມແຂງເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດແບບປະສົມປະສານ (IPCREA) ທີ່ໄດ້ຮັບທຶນຈາກອົງການຮ່ວມມືສາກົນ ສເກົາຫຼີ (KOICA).

ກອງປະຊຸມດັ່ງກ່າວຈັດຂຶ້ນເມື່ອບໍ່ດົນມານີ້ທີ່ແຂວງອັດຕະປືໂດຍມີຈຸດປະສົງເພື່ອນຳສະເໜີຜົນສຳເລັດຂອງໂຄງການ ລວມທັງການປະຕິບັດທີ່ດີ ແລະ ວິທີການທີ່ໄດ້ຮັບການພິສູດຜົນທີ່ໂຄງການໄດ້ນຳໃຊ້; ປຶກສາຫາລືບັນດາບົດຮຽນທີ່ຖອດຖອນໄດ້, ສິ່ງທ້າທາຍ ແລະ ວິທີແກ້ໄຂ;ສະເໜີຍຸດທະສາດພາຍຫຼັງສຳເລັດໂຄງການ, ພ້ອມທັງເສີມສ້າງຄວາມເຂັ້ມແຂງຂອງຍຸດທະສາດດັ່ງກ່າວໂດຍການຮັບເອົາຄໍາຄິດເຫັນຈາກພາກສ່ວນກ່ຽວຂ້ອງ.

ທ່ານ ຄໍາບູນ ດວງພະບາງຮອງເຈົ້າແຂວງອັດຕະປືກ່າວວ່າ: ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດມາແຕ່ເດືອນສິງຫາ 2020 ເປັນຕົ້ນມາ ເພື່ອຍົກລະດັບຄວາມທົນທານຕໍ່ດິນຟ້າອາກາດໃຫ້ແກ່ລັດຖະບານ ສປປ ລາວ ແລະ ປະຊາຊົນແຂວງອັດຕະປື ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນປີ 2018. ທ່ານຍັງໄດ້ຍົກໃຫ້ເຫັນຕື່ມວ່າ:ເປົ້າໝາຍສູງສຸດແມ່ນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າຕອນກ່ອນເກີດໄພພິບັດ, ໂດຍຜ່ານການປັບປຸງຜົນຜະລິດກະສິກໍາ, ການຜະລິດກະສິກໍາທີ່ມີຄວາມທົນທານຕໍ່ດິນຟ້າອາກາດ, ການພັດທະນາສີມືແຮງງານ, ການຄຸ້ມຄອງຄວາມສ່ຽງໄພພິບັດ ທີ່ສອດຄ່ອງກັບບັນດາບຸລິມະສິດການພັດທະນາກະສິກໍາຂອງລັດຖະບານ.ທ່ານຍັງໄດ້ເນັ້ນວ່າຖ້າປາສະຈາກການສະໜັບສະໜູນດ້ານເຕັກນິກຈາກອົງການ FAO ແລະ ການປະກອບສ່ວນດ້ານທຶນຮອນຈາກອົງການ KOICA, ຊີວິດການເປັນຢູ່ຂອງປະຊາຊົນທີ່ດຳລົງຊີວິດຢູ່ໃນຂົງເຂດເປົ້າໝາຍກໍຍາກທີ່ຈະໄດ້ຮັບການຟື້ນຟູໃຫ້ດີຂຶ້ນ.

ທ່ານນາງ ຄະຢອງ ມີ ຄິມຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວໄດ້ຍົກໃຫ້ເຫັນວ່າ:ໂຄງການ Climate REAL ໄດ້ຖືກອອກແບບມາເພື່ອຊຸກຍູ້ທຸລະກິດກະສິກຳຂະໜາດນ້ອຍ ໂດຍຜ່ານ ຕ່ອງໂສ້ມູນຄ່າລວມ, ພ້ອມທັງ ສະໜັບສະໜູນຊຸມຊົນເພື່ອປັບປຸງ ແລະ ຄຸ້ມຄອງການເຂົ້າເຖິງນໍ້າ, ການນຳໃຊ້ທີ່ດິນ ແລະ ປັບປຸງຄຸນນະພາບຂອງດິນຢ່າງຍືນຍົງ.

ທ່ານຍັງໄດ້ກ່າວອີກວ່າ: ໂຄງການນີ້ຍັງໄດ້ເສີມຂະຫຍາຍຄວາມອາດສາມາດຂອງທ້ອງຖິ່ນ ແລະ ຊຸມຊົນໃນການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂະແໜງກະສິກຳນໍາໄປສູ່ການຫຼຸດຜ່ອນຄວາມສ່ຽງ ແລະ ເພີ່ມທະວີການກຽມຄວາມພ້ອມຮັບມືກັບໄພພິບັດ.ທ່ານນາງ ຄິມ ໄດ້ສະແດງຄວາມຂອບໃຈມາຍັງບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ອຸທິດຕົນໃຫ້ແກ່ວຽກງານຂອງອົງການ FAO ໃນແຂວງອັດຕະປື ຕະຫຼອດໄລຍະໂຄງການ ໃຫ້ໄດ້ຮັບຜົນດີ ແລະ ປະສົບຜົນສໍາເລັດ.

ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງສຳເລັດຜົນຢູ່ໃນ 31 ບ້ານເປົ້າໝາຍ ໃນ 3 ເມືອງຂອງແຂວງອັດຕະປື (ເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງສະໜາມໄຊ), ໂດຍມີການປະສານສົມທົບກັນຢ່າງແໜ້ນແຟ້ນກັບໜ່ວຍງານລັດຂັ້ນສູນກາງ ແລະ ທ້ອງຖິ່ນ.ເຖິງແມ່ນວ່າຈະຊັກຊ້າໃນການເລີ່ມຕົ້ນການຈັດຕັ້ງປະຕິບັດໂຄງການເນື່ອງຈາກສະພາບການ ໂຄວິດ-19, ຊາວກະສິກອນ 2.641 ຄົວເຮືອນ (ລວມທັງຊາວກະສິກອນຕົວແບບ 307 ຄົນ) ແລະ ພະນັກງານລັດ ແລະ ອໍານາດການປົກຄອງບ້ານ ຈໍານວນ 181 ຄົນ ກໍໄດ້ຮັບຜົນປະໂຫຍດຈາກການຈັດຕັ້ງປະຕິບັດຂອງໂຄງການ.

ນທາງອ້ອມ, ໂຄງການ Climate REAL ໄດ້ສ້າງຜົນປະໂຫຍດໃຫ້ແກ່ 7.873 ຄົວເຮືອນ, ປະມານ 37.091 ຄົນ ໃນ 31 ບ້ານ ໂດຍຜ່ານພື້ນຖານໂຄງລ່າງຂອງຊຸມຊົນ ແລະ ການສ້າງຂີດຄວາມອາດສາມາດ, ລວມທັງ ພະນັກງານຂອງລັດໃນຂັ້ນສູນກາງ ແລະ ທ້ອງຖິ່ນປະມານ 235 ຄົນ ໂດຍຜ່ານການສ້າງຂີດຄວາມອາດສາມາດໃຫ້ແກ່ເຂົາເຈົ້າ.

ຂ່າວ: ຄຳປະສິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ