ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ

ໂຄງການ​ສາຍສົ່ງ 500 ກວ ລາວ-ຈີນ ເປີດໂຄງການກໍ່ສ້າງຊ່ວຍເຫຼືອ
ຫວ່າງບໍ່ດົນມານີ້, ໂຄງການຊ່ວຍເຫຼືອ ດ້ານ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ ຂອງ​ໂຄງການ​ສາຍສົ່ງ 500 ກິໂລວັດ (ກວ) ລາວ-ຈີນ ໄດ້ເລີ່ມກໍ່ສ້າງຢ່າງເປັນທາງການຢູ່ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ; ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T), ໜ່ວຍງານອອກແບບໂຄງການ ແລະ ບໍລິສັດກໍ່ສ້າງໂຄງການ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງດັ່ງກ່າວ.
ໂຄງການ​ສາຍສງ 500 ກວ ລາວ-ຈນ ເປດໂຄງການກສາງຊວຍເຫອ - image 1
 

 

ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ກ່າວວ່າ: ການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານນາໝໍ້ໃຕ້ ແມ່ນມີຄວາມໝາຍສໍາຄັນຕໍ່ການສ້າງພືຶ້ນຖານໂຄງລ່າງດ້ານການສຶກສາຢູ່ແຂວງອຸດົມໄຊ ແລະ ສະແດງເຖິງ ບໍລິສັດ EDL-T ໄດ້ມີຄວາມເອົາໃຈໃສ່ໃນການເບິ່ງແຍງຊີວິດການເປັນຢູ່ຂອງລູກຫຼານປະຊາຊົນແຂວງອຸດົມໄຊຢ່າງແທດເຖິງ. ພາຍຫຼັງກໍ່ສ້າງສຳເລັດ ຈະສ້າງສະພາບແວດລ້ອມແຫ່ງການຮຽນຮູ້ທີ່ສະດວກສະບາຍ ມີມາດຖານທີ່ດີ ໃຫ້ແກ່ນັກຮຽນຫຼາຍຮ້ອຍຄົນທີ່ຈະເຂົ້າຮໍ່າຮຽນໃນໂຮງຮຽນແຫ່ງນີ້.

ຕາມຂໍ້ມູນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ ແມ່ນໂຄງການຊ່ວຍເຫຼືອຂອງ ບໍລິສັດ EDL-T ຊຶ່ງມີມູນຄ່າການລົງທຶນເກືອບ 300,000 ໂດລາ, ຄາດວ່າຈະກໍ່ສ້າງສຳເລັດ ແລະ ສົ່ງມອບໃນເດືອນພະຈິກນີ້. ການກໍ່ສ້າງປະກອບມີ 6 ຫ້ອງຮຽນໃໝ່ ແລະ 1 ຫ້ອງການຄູ-ອາຈານ, ຍັງຈະມີອຸປະກອນກິລາ ແລະ ສິ່ງອຳນວຍຄວາມສະດວກໃນການດຳລົງຊີວິດປະຈໍາວັນ, ສຳລັບເດັກນ້ອຍລະດັບອະນຸບານ ແລະ ປະຖົມຈໍານວນຫຼາຍກວ່າ 100 ຄົນ. ໂຄງການດັ່ງກ່າວບໍ່ພຽງແຕ່ຈະປັບປຸງເງື່ອນໄຂການຮຽນໃຫ້ແກ່ເດັກນ້ອຍຢູ່ເຂດພູດອຍເທົ່ານັ້ນ, ຫາກຍັງນຳຄວາມຫວັງດ້ານການສຶກສາມາສູ່ຄອບຄົວອີກດ້ວຍ. ພາຍຫຼັງໂຄງການດັ່ງກ່າວສຳເລັດແລ້ວ, ບໍລິສັດ EDL-T ຍັງຈະສ້າງກົນໄກສະໜັບສະໜູນການຮຽນ-ການສອນເປັນປະຈໍາ ເພື່ອສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງຈີນ-ລາວ.

ໂຄງການສາຍສົ່ງ 500 ກວ ລາວ-ຈີນ ເປັນໂຄງການໃຫຍ່ທີ່ຖືກລວມເຂົ້າໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໂຄງການດັ່ງກ່າວແບ່ງອອກເປັນ 2 ພາກສ່ວນຄືພາກສ່ວນລາວ ແລະ ພາກສ່ວນພາຍໃນປະເທດຈີນ ຊຶ່ງລົງທຶນ ແລະ ກໍ່ສ້າງໂດຍບໍລິສັດ EDL-T ແລະ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ.

(ຂ່າວ: ຕະວິນຍານ)

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 28 ກັນຍາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ວັນທີ 25 ກັນຍາຜ່ານມາ, ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ແລະ ວິທະຍຸ-ໂທລະ ພາບສູນກາງຈີນປະຈຳລາວ ໄດ້ຈັດງານ "ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ຂຶ້ນທີ່ໂຮງລະຄອນສາກົນຫຼວງພະບາງ, ມີທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງພາກເໜືອຂອງລາວ, ພະນັກງານ, ນັກຮຽນ-ນັກສຶກສາ ໃນນະຄອນ-ຫຼວງພະບາງ, ລວມທັງນັກທຸລະກິດຊາວຈີນ ແລະ ຊາວຈີນຕ່າງດ້າວ ທີ່ອາໄສຢູ່ແຂວງຫຼວງພະບາງເຂົ້າຮ່ວມຮັບຊົມ.
ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ບໍລິສັດທາງລົດໄຟລາວ-ຈີນ ໄດ້ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດ ຂອງຂະບວນລົດໄຟຖ້ຽວ C95 ໃນວັນທີ 28 ກັນຍາ ນີ້, ໂດຍມີ ທ່ານ ລູ່ ຫາຍໂຈວ (Lu haizhou) ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວຈີນຮ່ວມເດີນທາງໃນຂະບວນລົດໄຟ ທ່ຽວທຳອິດໄດ້ເຄື່ອນອອກຈາກສະຖານີບໍ່ເຕ່ນ ເພື່ອມຸ້ງໜ້າໄປສູ່ສະຖານີນະຄອນຫຼວງວຽງຈັນ, ນີ້ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງມິດຕະພາບລະຫວ່າງສອງຊາດລາວ-ຈີນຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.
ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ວັນທີ 26 ກັນຍາຜ່ານມາ, ທີ່ໂຮງແຮມເມືອງຫຼວງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງ ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານສື່ມວນຊົນແຂວງ ແລະ ທ່ານ ຊະວະຣົງ ລີ້ມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງຊາດ ປະເທດໄທ ພ້ອມດ້ວຍສື່ມວນຊົນທັງສອງຝ່າຍເຂົ້າຮ່ວມ.
ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊີ້ນໍາກອງທຶນພັດທະນານໍ້າເທີນ 2ໄດ້ຈັດຂຶ້ນໃນວັນທີ 24 ກນຍາຜ່ານມາທີ່ຫ້ອງວ່າການແຂວງຄໍາມ່ວນ ເພື່ອທົບທວນຜົນການດໍາເນີນງານ, ຮັບຮອງແຜນງານ ແລະ ກໍານົດທິດທາງພັດທະນາກອງທຶນໃນໄລຍະຕໍ່ໜ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະປົກຄອງແຂວງຄໍາມ່ວນ ແລະ ທ່ານ ມາກ-ອັງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.
ເພີ່ມເຕີມ