ຂົງເຂດການເງິນແຂວງຄຳມ່ວນ ເປັນຂະແໜງສຳຄັນປະກອບສ່ວນພັດທະນາເສດຖະກິດ-ສັງຄົມ 

ຂົງເຂດການເງິນແຂວງຄຳມ່ວນ ເປັນຂະແໜງສຳຄັນປະກອບສ່ວນພັດທະນາເສດຖະກິດ-ສັງຄົມ 
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023)ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄຳມ່ວນ ໄດ້ກ່າວສະແດງຄວາມຮູ້ສຶກໃນນາມທີ່ເປັນພະນັກງານນຳພາຂົງເຂດການເງິນເພື່ອຂັບເຄື່ອນເສດຖະກິດຂອງແຂວງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງບັນດາບັນພະບູລຸດຂອງຊາດ ຜູ້ນຳພາການຕໍ່ສູ້ກູ້ຊາດ ນຳພາປວງຊົນລາວທັງຊາດຫຼຸດພົ້ນອອກຈາກການປົກຄອງຂອງຈັກກະພັດຕ່າງດ້າວ ກ້າວໄປເຖິງການສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນປັດຈຸບັນ ແລະ ສະແດງຄວາມເຄົາລົບນັບຖືມາຍັງພະນັກງານອາວຸໂສບຳນານ, ບັນດາການນຳພັກ-ລັດທີ່ໄດ້ນຳພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະພາຍໃຕ້ການນຳພາ-ຊີ້ນຳຂອງຄະນະພັກແຂວງ ມາຮອດປັດຈຸບັນເຫັນວ່າແຂວງຄຳມ່ວນໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະວຽກງານເສດຖະກິດຂອງແຂວງ.ສິ່ງທີ່ໂດດເດັ່ນແມ່ນການພັດທະນາຕົວເມືອງທ່າແຂກໃຫ້ມີໃບໜ້າໃໝ່. 
ທ່ານ ຄຳສິງ ໄຊສິດທິເດດ ກ່າວໃຫ້ຮູ້ອີກວ່າ: ແຂວງຄຳມ່ວນເປັນແຂວງທີ່ມີໂຄງການລົງທຶນໃຫຍ່ຫຼາຍໂຄງການທີ່ເປັນທ່າແຮງໃນການຈັດເກັບລາຍຮັບເຂົ້າງົບປະມານ ເຮັດໃຫ້ແຂວງຄຳມ່ວນກາຍເປັນແຂວງທີ່ສາມາດເກັບລາຍຮັບໄດ້ເກີນແຜນເປັນເວລາ 3 ປີຕິດຕໍ່ກັນ. ນັບແຕ່ປີ 2021 ເປັນຕົ້ນມາຂະແໜງການເງິນເປັນຂະແໜງການຫຼັກປະກອບສ່ວນເຮັດໃຫ້ມີຜົນສຳເລັດໃນຫຼາຍດ້ານ.ເພື່ອສະແດງເຖິງນໍ້າໃຈຮັກຊາດຂອງພະນັກງານໃນຂະແໜງການເງິນຕະຫຼອດໃນໄລຍະ 1 ປີຜ່ານມາ,ຂະແໜງການເງິນໄດ້ປະຕິບັດພາລະບົດບາດ, ສິດ, ໜ້າທີ່ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດທີ່ສະພາ ແລະ ລັດຖະບານຮັບຮອງໃນແຕ່ລະປີ ແລະ ວຽກງານດັ່ງກ່າວປະກອບເຂົ້າໃນການພັດທະນາແຂວງ ກໍຄືການດຳລົງຊີວິດຂອງພະນັກງານ, ທະຫານ, ຕຳຫຼວດໃນທົ່ວແຂວງ ຊຶ່ງໃນປີ 2023 ແຂວງໄດ້ຫັນເປັນກຸ້ມຕົນເອງທາງດ້ານລາຍຈ່າຍງົບປະມານ ສາມາດສ້າງລາຍຮັບໄດ້ກຸ້ມລາຍຈ່າຍ ແລະ ເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານໄດ້ເປັນປົກກະຕິໃນແຕ່ລະເດືອນ, ສາມາດຕອບສະໜອງທາງດ້ານລາຍຈ່າຍບໍລິຫານຂອງກົງຈັກລັດໄດ້ຕາມແຜນ ນັ້ນຄືຜົນງານຂອງການຫັນເປັນແຂວງກຸ້ມຕົນເອງທາງດ້ານລາຍຈ່າຍງົບປະມານ. ພິເສດໃນປີ 2023 ດ້ານການເກັບລາຍຮັບແຂວງຄຳມ່ວນສາມາດຈັດຕັ້ງປະຕິບັດໄດ້ເກີນແຜນ ແລະ ປະຕິບັດເງິນເກີນດຸນໃຫ້ກັບສູນກາງຈຳນວນໜຶ່ງ ສ່ວນເງິນທີ່ເກີນແຜນຂອງແຂວງໄດ້ນຳໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງເປັນຕົ້ນນຳໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງລະຫວ່າງແຂວງຫາເມືອງ ແລະ ເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ ແລະ ບັນດາໂຄງການອື່ນໆທີ່ສຳຄັນ. 
    ໃນໂອກາດນີ້ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເຊີດຊູມູນເຊື້ອການປະຕິວັດ ແລະ ມູນເຊື້ອອັນດີງາມຂອງຊາດ, ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຂະແໜງການເງິນໃນການຈັດຕັ້ງປະຕິບັດວຽກງານເພື່ອເປັນເງື່ອນໄຂເຮັດໃຫ້ການຈັດເກັບລາຍຮັບໃນແຕ່ລະປີບັນລຸ ແລະ ລື່ນແຜນການ ເພື່ອພັດທະນາແຂວງຄຳມ່ວນໃຫ້ມີບາດກ້າວຂະຫຍາຍຕົວດີຂຶ້ນ,ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ພ້ອມພາກັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນດັ່ງກ່າວໃຫ້ເປັນຂະບວນການຟົດຟື້ນ.
ຂ່າວ-ພາບ: ກອງຄຳ  

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ