ຂ່າວລະບຸວ່າ: ປະລິມານຂອງເຄື່ອງພິມ 3 ມິຕິທີ່ຜະລິດໃນປະເທດຈີນໄດ້ເພີ່ມຂຶ້ນ 48.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການສົ່ງອອກລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ ໄດ້ເພີ່ມຂຶ້ນຢ່າງສູງດ້ວຍລະດັບ 90%. ປັດຈຸບັນ, ຈີນກວມເອົາສ່ວນແບ່ງໃນຕະຫຼາດເຄື່ອງພິມ 3 ມິຕິຂອງໂລກເຖິງ 90%. ໂດຍອາໄສຕ່ອງໂສ້ເອເລັກໂຕຣນິກທີ່ຄົບຖ້ວນຂອງນະຄອນເຊິນເຈິ້ນ ແລະ ໜ້າຈໍຄວາມລະອຽດສູງ 16K ເຮັດໃຫ້ຕົ້ນທຶນດ້ານອຸປະກອນຫຼຸດລົງຢ່າງຫຼວງຫຼາຍ, ຂະນະທີ່ການນໍາໃຊ້ປັນຍາປະດິດ ຫຼື AI ເຂົ້າໃນການສ້າງແບບຈຳລອງ ໄດ້ຊ່ວຍຫຼຸດຜ່ອນອຸປະສັກໃນການໃຊ້ງານເຮັດໃຫ້ບໍລິສັດຕ່າງໆ ມີການສັ່ງຊື້ລ່ວງໜ້າເຕັມຕະຫຼອດປີແລ້ວ.
ນອກນີ້, ສູນປະມວນຜົນ AI ໄດ້ເຮັດໃຫ້ເກີດຄວາມຕ້ອງການໄຟຟ້າສຳຮອງຢ່າງມະຫາສານ, ໃບສັ່ງຊື້ຂອງບໍລິສັດແບັດເຕີຣີລີທຽມໃນ 6 ເດືອນທຳອິດຂອງປີນີ້ໄດ້ເພີ່ມຂຶ້ນ 30 ເທົ່າ, ຂະນະທີ່ການຜະລິດໄດ້ເພີ່ມຂຶ້ນ 39.3% ແລະ ປະລິມານການຈັດສົ່ງແບັດເຕີຣີກັກເກັບພະລັງງານໄດ້ເພີ່ມຂຶ້ນຫຼາຍກວ່າ 80%.
ຄໍາເຫັນ