ວິທະຍາກອນຈາກກະຊວງ ຍຸຕະທຳໄດ້ນຳສະເໜີ ຄວາມຮູ້ກ່ຽວກັບໜ່ວຍໄກ່ເກ່ຍ ແລະ ຜູ້ໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ,ຫຼັກການພື້ນຖານໃນການໄກ່ເກ່ຍ,ຂໍ້ຂັເແຍ່ງທີ່ນຳມາໄກ່ເກ່ຍ,ບາດກ້າວຂອງການດຳເນີນການໄກ່ເກ່ຍ,ການຖາມ ແລະ ການຈັບໃຈຄວາມ,ການໄຈ້ແຍກຄວາມຈຳເປນ ແລະ ຄວາມຕ້ອງການ ແລະ ຫຼາຍຫົວຂໍ້ທີ່ກ່ຽວພັນ.ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແມ່ນຂະບວນການແກ້ໄຂຂໍ້ຂັດແຍ່ງທາງແພ່ງ, ຂໍ້ຂັດແຍ່ງໃນຄອບຄົວ ຫຼື ການກະທຳຜິດທາງອາຍາໃນສະຖານເບົາ ທີ່ເກີດຂຶ້ນພາຍໃນທ້ອງຖິ່ນ ໂດຍມີ ໜ່ວຍງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານເປັນຜູ້ອຳນວຍຄວາມສະດວກ ເພື່ອໃຫ້ຄູ່ກໍລະນີສາມາດຕົກລົງເຫັນດີ ແລະ ປະນີປະນອມຍອມຄວາມກັນ ໂດຍສັນຕິວິທີ, ແນໃສ່ສ້າງຄວາມສາມັກຄີອັນດີງາມ ແລະ ຮັກສາຄວາມສະຫງົບສຸກພາຍໃນບ້ານ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ຊ່ວຍແກ້ໄຂບັນຫາລະຫວ່າງເພື່ອນບ້ານ, ຍາດຕິພີ່ນ້ອງ ຫຼື ຄົນໃນຊຸມຊົນດຽວກັນ ບໍ່ໃຫ້ບານປາຍກາຍເປັນເລື່ອງໃຫຍ່ຫຼຸດຜ່ອນພາລະຂອງສານ ຊ່ວຍໃຫ້ຄູ່ກໍລະນີບໍ່ຕ້ອງເສຍເວລາ ແລະ ຄ່າໃຊ້ຈ່າຍໃນການຂຶ້ນສານ , ເນັ້ນການເຈລະຈາແບບ "ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ" ເພື່ອໃຫ້ທັງສອງຝ່າຍຍັງສາມາດດຳລົງຊີວິດຢູ່ຮ່ວມກັນໄດ້ຢ່າງມີຄວາມສຸກ.ຫ້າມໄກ່ເກ່ຍຄະດີອາຍາຮ້າຍແຮງ ເຊັ່ນ: ການຄາດຕະກຳ, ການປູ້ນຊັບ, ຢາເສບຕິດ ຫຼື ຄະດີທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ,ຄະດີເຫຼົ່ານີ້ຕ້ອງສົ່ງໃຫ້ເຈົ້າໜ້າທີ່ຕຳຫຼວດ ຫຼື ອົງການໄອຍະການດຳເນີນຄະດີຕາມກົດໝາຍ.ການໄກ່ເກ່ຍຂໍ້ຂັດແຍ່ງ ແມ່ນຂະບວນການແກ້ໄຂບັນຫາໂດຍສັນຕິວິທີ, ເຊິ່ງອາໄສຄົນກາງ (ຜູ້ໄກ່ເກ່ຍ) ເປັນຜູ້ຊ່ວຍເຫຼືອໃຫ້ຄູ່ກໍລະນີສາມາດຕົກລົງເຫັນດີ ແລະ ຊອກຫາທາງອອກຮ່ວມກັນໄດ້.ຜູ້ໄກ່ເກ່ຍຕ້ອງວາງໂຕເປັນກາງຢ່າງເດັດຂາດ. ບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ, ບໍ່ມີຜົນປະໂຫຍດທັບຊ້ອນກັບຄູ່ກໍລະນີ ແລະ ບໍ່ຕັດສິນວ່າໃຜຖືກຫຼືຜິດ,ຜູ້ໄກ່ເກ່ຍມີໜ້າທີ່ພຽງແຕ່ "ອຳນວຍຄວາມສະດວກ" ໃຫ້ທັງສອງຝ່າຍລົມກັນໄດ້ງ່າຍຂຶ້ນເທົ່ານັ້ນ.ນອກຈາກພາກທິດສະດີແລ້ວ ສຳມະນາກອນຍັງໄດ້ແບ່ງກູ່ມ ທົດລອງພາກປະຕິບັດຕົວຈິງໃນຖານສົມມຸດ,ພ້ອມຍົກຫຼາຍບັນຫາປຶກສາຫາລືແລກປ່ຽນຖອດຖອນບົດຮຽນວຽກງານໄກ່ເກ່ຍຢູ່ທ້ອງຖີ່ນຮາກຖານຂອງຕົນ.ໃນຕອນທ້າຍ ທ່ານ ປະທານ ໄດ້ຮຽກຮ້ອງໃຫ້ຜູ້ຮັບຜິດຊອບວຽກງານຂົງເຂດຍຸຕິທຳແຕ່ລະຂັ້ນ ຈົ່ງໄດ້ນຳເອົາບົດຮຽນໃນຄັ້ງນີ້ນຳໄປຈັດຕັ້ງຜັນຂະຫຍາຍຢູ່ທ້ອງຖິ່ນຂອງຕົນໃຫ້ມີຜົນສຳເລັດ.ຂ່າວ_ພາບ: ສາຍສະໝອນ
ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ສ້າງ “ແລນມາກໃໝ່” ຂອງເມືອງທ່າແຂກ
ໃນວັນທີ 15 ກໍລະກົດ 2026 ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຄະນະຕິດຕາມ ໄດ້ຮ່ວມກັບການຈັດຕັ້ງບ້ານ ລົງກວດກາສະຖານທີ່ເຮືອນໄມ້ ຫຼື ຫໍຄອຍພໍ່ເຖົ້າບຸນອຸ້ມ ທີ່ຕັ້ງຢູ່ບ້ານໂພນສະອາດ ເມືອງທ່າແຂກ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາເປັນຫໍຊົມວິວ, ຈຸດພັກຜ່ອນ ແລະ ຮ້ານກາເຟ ໃຫ້ກາຍເປັນແລນມາກໃໝ່ຂອງເມືອງທ່າແຂກ ແຂວງຄຳມ່ວນ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຜູ້ເດີນທາງຜ່ານແຂວງ.
ຄໍາເຫັນ