![]() |
ມູນເຊື້ອວັນສໍາຄັນທາງປະຫວັດສາດ ທີ່ໄດ້ຍົກໃຫ້ເຫັນ ກໍແມ່ນຂະບວນການຕໍ່ສູ້ ເພື່ອປົດປ່ອຍຊາດ ເມື່ອຫວນຄືນ 50 ປີກ່ອນນີ້, ປະເທດລາວເຮົາ ຕົກຢູ່ພາຍໃຕ້ການປົກຄອງ ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ, ປະຊາຊົນລາວບັນດາເຜົ່າ ຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ລະບົບການບໍລິຫານ ແມ່ນຖືກຄວບຄຸມບັນຊາດ້ວຍຂ້າລາດຊະການຈັກກະພັດ ແລະ ຜູ້ທີ່ມີອຳນາດຢູ່ແຕ່ລະທ້ອງຖິ່ນ. ພາຍຫຼັງ, ທີ່ຈັກກະພັດລ່າເມືອງຂຶ້ນແບບເກົ່າ ຍອມເຊັນສັນຍາເຊີແນວ 1954 ແລະ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ກໍໂດດເຂົ້າມາແທນພວກເຂົາ ໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວ ຍິ່ງໜັກໜ່ວງກວ່າເກົ່າ ແລະ ການຕໍ່ສູ້ຂອງປະຊາຊົນລາວ ແມ່ນປະເຊີນກັບສັດຕູໂຕຮ້າຍກາດ ແລະ ເຂັ້ມແຂງທີ່ສຸດ, ແຕ່ກອງທັບ ແລະ ປະຊາຊົນລາວເດັດຂາດບໍ່ຍອມຈໍານົນ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນ ຊຶ້ງໄດ້ຖືກຈາລຶກໄວ້ ໃນໜ້າປະຫວັດສາດ ຂອງຊາດລາວ ເປັນຕົ້ນແມ່ນ ການຜ່າວົງປິດລ້ອມ ຂອງກອງພັນທີ 2 ຂອງຝ່າຍປະເທດລາວ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ, ການຢຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດແບບບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ໝົດ ແລະ ເຫດການອື່ນໆ ຈົນໃນທີ່ສຸດ ກໍກ້າວໄປເຖິງໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພ້ອມນັ້ນ, ກໍຍັງມີຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີຜ່ານມາ; ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ຕະຫຼອດໄລຍະແຫ່ງການເປັນຜູ້ນໍາ ຂອງພັກ ແລະ ລັດເຮົາ ຊຶ່ງຍາມໃດ ທ່ານ ກໍຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະ ຂອງການປະຕິວັດລາວ; ເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ມີແບບແຜນວິທີນໍາພາ, ວິທີເຮັດວຽກທີ່ດີ, ມີຄຸນສົມບັດສິນທໍາປະຕິວັດໜັກແໜ້ນ ແລະ ເປັນແບບຢ່າງນໍາພາເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວບັນດາເຜົ່າ.
![]() |
ການຫວນຄືນທັງ 2 ສອງວັນປະຫວັດສາດຄັ້ງນີ້, ກໍເພື່ອໃຫ້ສະມາຊິກພັກ ແລະ ພະນັກງານ ໄດ້ຮັບຮູ້ເລິກເຊິ່ງ ຄວາມໝາຍທາງປະຫວັດສາດ ຂອງຊາວລາວເຮົາ, ປະຫວັດແຫ່ງການນໍາພາ ຂອງພັກ, ແບບແຜນນໍາພາ ຂອງຜູ້ນໍາທີ່ມີຄວາມປີຊາສາມາດ ນໍາພາຕໍ່ສູ້ກູ້ຊາດ ລວມທັງແນວທາງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ມີຄວາມຈະເລີນຮຸ່ງເຮືອງ ສັງຄົມມີຄວາມສະຫງົບ.
(ຂ່າວ: ອັດສະວິນ)


ຄໍາເຫັນ