![]() |
ກອງປະຊຸມຄັ້ງນີ້, ໄດ້ຮັບອະນຸຍາດຈາກທ່ານປະທານສະພາວິທະຍາສາດ ກະຊວງ ປກສ, ອະນຸຍາດໃຫ້ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ເປີດກອງປະຊຸມສະພາວິທະຍາສາດ ປກສ ເພື່ອຄົ້ນຄວ້າຮັບຮອງເອົາກາເຄື່ອງໝາຍ ຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດໃຫ້ຖືກຕ້ອງຕາມຂັ້ນຕອນ, ຫຼັກການ ແລະ ມີວິທະຍາສາດ ແທດເໝາະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ ແລະ ຍາວນານຊຶ່ງໄດ້ຄົ້ນຄວ້າໃນ 5 ຮູູບແບບກາໝາຍ ໂດຍສະເພາະຄວາມໝາຍຂອງກາເຄື່ອງໝາຍ ຂອບ ແລະ ສີພື້ນ ກຳລັງ ປກສ, ດ້ານເທິງ ທີ່ຂຽນຊື່ເຕັມຂອງປະເທດ, ດ້ານກາງ ທີ່ເປັນສັນຍາລັກເຄື່ອງໝາຍຂອງຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ແລະ ດ້ານລຸ່ມ ທີ່ຂຽນຊື່ເຕັມພາສາລາວ ແລະ ພາສາອັງກິດ ຂອງຄະນະກຳມະການລະດັບຊາດ.
![]() |
ຜ່ານການຄົ້ນຄວ້າ ແລະ ພິຈາລະນາ ສາມາດຄົ້ນຄວ້າໄດ້ 3 ຮູບແບບກາໝາຍ ເພື່ອຮັບຮອງແລ້ວນໍາສະ ເໜີກອງປະຊຸມຄະນະປະຈຳພັກ ກະຊວງ ປກສ ຄົ້ນຄວ້າພິຈາລະນາ.
ຂ່າວ: ບຸນພະຈັນ


ຄໍາເຫັນ