![]() |
ທ່ານ ເດດສັກດາ ມະນີຄຳ ເນັ້ນວ່າ: ການສ້າງ, ປັບປຸງ ແລະ ປະເມີນຜົນນິຕິກຳໃຕ້ກົດໝາຍ ແມ່ນວຽກງານສຳຄັນໃນການຫັນເອົາກົດໝາຍ ແລະ ນະໂຍບາຍຂອງພັກ-ລັດ ມາສູ່ການຄຸ້ມຄອງລະດັບທ້ອງຖິ່ນໃຫ້ຊັດເຈນ ແລະ ສອດຄ່ອງກັບສະພາບຕົວຈິງ ພາຍໃຕ້ແຜນດຳເນີນງານ 5 ປີ (2026-2030) ຂອງແຂວງ.
ກອງປະຊຸມໄດ້ພິຈາລະນາ 5 ຫົວຂໍ້ສຳຄັນ ປະກອບມີ ນິຕິກໍາສ້າງໃໝ່ 1 ສະບັບ : ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊາວໜຸ່ມ-ເຍົາວະຊົນແຂວງຄຳມ່ວນ. ປັບປຸງນິຕິກຳ 2 ສະບັບ: ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງເມືອງທ່າແຂກ ແລະ ການຄຸ້ມຄອງສິ່ງເສດເຫຼືອທີ່ມີຜົນກະທົບຕໍ່ສິ່ງແວດລ້ອມໃນແຂວງ. ປະເມີນຜົນນິຕິກຳ 2 ສະບັບ: ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ກອງທຶນໄພພິບັດ ແລະ ການບໍລິການຜ່ານປະຕູດຽວຢູ່ແຂວງຄຳມ່ວນ.
ທ່ານປະທານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ສຸມໃສ່ການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງຮອບດ້ານ, ມີເຫດຜົນ, ສອດຄ່ອງກັບນິຕິກຳຂັ້ນເທິງ ແລະ ເໝາະສົມກັບສະພາບເສດຖະກິດ-ສັງຄົມຂອງແຂວງ ເພື່ອໃຫ້ຮ່າງນິຕິກຳມີເນື້ອໃນຄົບຖ້ວນ ສາມາດນຳໄປປະກາດໃຊ້ ແລະ ຈັດຕັ້ງປະຕິບັດຕົວຈິງ.
ກອງປະຊຸມຄັ້ງນີ້, ນັບເປັນກ້າວສຳຄັນໃນການຍົກລະດັບລະບຽບການຄຸ້ມຄອງທ້ອງຖິ່ນ ມຸ່ງສູ່ການບໍລິຫານລັດ ແລະ ສັງຄົມດ້ວຍກົດໝາຍຢ່າງມີປະສິດທິຜົນ. ຂ່າວ : ມະນີວັນ

ຄໍາເຫັນ