ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ

ຄົນລາວທຸກຄົນຈົ່ງຮຽນຮູ້ລັດຖະທໍາມະນູນ ແລະ ກົດໝາຍໃຫ້ເລິກເຊິ່ງ

ຄົນລາວທຸກຄົນຈົ່ງຮຽນຮູ້ລັດຖະທໍາມະນູນ ແລະ ກົດໝາຍໃຫ້ເລິກເຊິ່ງ
ໂດຍ: ແສງຈັນ ທ່ານຈະເລີນ ເຢຍປາວເຮີຮອງປະທານສະພາແຫ່ງຊາດໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີ(15 ສິງຫາ 1991 - 15 ສິງຫາ 2024) ທີ່ນະຄອນຫຼວງວຽງຈັນ ວ່າ:

ຂ້າພະເຈົ້າ ໃນຖານະທີ່ໄດ້ຕິດພັນກັບການສ້າງ ແລະ ປັບປຸງລັດຖະທຳມະນູນມາ ໂດຍຕະຫຼອດ, ເມື່ອໄດ້ຫວນຄືນເຖິງຂະບວນການສ້າງ ແລະ ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ທີ່ເປັນກົດໝາຍພື້ນຖານຂອງຊາດລາວເຮົາ.ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ພັກ ແລະ ລັດເຮົາ ໄດ້ແຕ່ງຕັ້ງຂ້າພະເຈົ້າຜູ້ໜຶ່ງ ເຂົ້າຮ່ວມ ແລະ ປະກອບສ່ວນໃນວຽກງານສ້າງ ແລະ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຂອງລັດເຮົາຊຶ່ງເປັນກຽດສັກສີທີ່ຫາຍາກ ແລະ ເປັນຄວາມຮັບຜິດຊອບອັນສູງສົ່ງສໍາລັບຕົນ.

ຄືດັ່ງບັນດາທ່ານໄດ້ຮັບຊາບແລ້ວວ່າ: ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກເຮົາ, ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ຖືກປະກາດໃຊ້ຢ່າງເປັນທາງການ ໂດຍລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991ຊຶ່ງເປັນບາດລ້ຽວໃໝ່ໃນການຫັນໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດຂອງພວກເຮົາ.

ເວົ້າເຖິງການຂະຫຍາຍຕົວຂອງລັດຖະທຳມະນູນ, ລັດຖະທຳມະນູນ ປີ 1991 ມີ 10 ໝວດ,

80 ມາດຕາ; ລັດຖະທຳມະນູນ ປີ 2003 ມີ 11 ໝວດ, 98 ມາດຕາ ແລະ ລັດຖະທຳມະນູນ ປີ

2015 ມີ 14 ໝວດ ແລະ 119 ມາດຕາ. ໃນດ້ານອື່ນ, ຕະຫຼອດໄລຍະ 33 ປີທີ່ຜ່ານມາ, ລັດເຮົາໄດ້

ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໄດ້ທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75

ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ,

ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ ແລະ ຂົງເຂດການຕ່າງປະເທດ 5 ສະບັບ. ນີ້ ແມ່ນການຂະຫຍາຍຕົວຂອງລັດຖະທຳມະນູນ ຈາກກົດໝາຍແມ່ມາເປັນກົດໝາຍລູກ ເຮັດໃຫ້ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ນັບມື້ເປັນລະບົບ, ຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ກາຍເປັນພາຫະນະແຫຼມຄົມປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ ແລະ ນິຕິບຸກຄົນ ກໍຄືປະຊາຊົນລາວບັນດາເຜົ່າ.

ລັດຖະທຳມະນູນ ໄດ້ຮັບການປັບປຸງມາແລ້ວ 2 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 3 ຊຶ່ງໄດ້ມີການປັບປຸງເນື້ອໃນ, ຄືດັ່ງໄດ້ກ່າວແລ້ວ ລັດຖະທຳມະນູນ ປີ 1991 ມີ 10 ໝວດ ແລະ 80 ມາດຕາ. ຜ່ານການຈັດຕັ້ງປະຕິບັດມາເປັນເວລາ 12 ປີ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ V ໄດ້ຮັບຮອງລັດຖະທຳມະນູນ ສະບັບປັບປຸງເປັນເທື່ອທຳອິດປີ 2003 ແລະ ປະກາດໃຊ້ໂດຍ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 32/ສປປ, ລົງວັນທີ 28 ພຶດສະພາ 2003. ເນື້ອໃນ ຂອງລັດຖະທຳມະນູນສະບັບນີ້ ມີ 11 ໝວດ ແລະ 98 ມາດຕາ, ເພີ່ມຂຶ້ນ 1 ໝວດ ຄື: ໝວດວ່າດ້ວຍ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 18 ມາດຕາ.

ຜ່ານການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 2003 ມາເປັນເວລາ 12 ປີ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງໃໝ່ເປັນເທື່ອທີ 2 ແລະ ຖືກປະກາດໃຊ້ໂດຍລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015. ເນື້ອໃນຂອງລັດຖະທຳມະນູນ ປີ 2015 ມີ 14 ໝວດ ແລະ 119 ມາດຕາ, ເພີ່ມຂຶ້ນ 3 ໝວດຄື: ໝວດວ່າດ້ວຍວຽກງານກວດສອບແຫ່ງລັດ, ໝວດວ່າດ້ວຍສະພາປະຊາຊົນທ້ອງຖິ່ນ ແລະ ໝວດວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທ້ອງຖິ່ນ ແລະ ເພີ່ມຂຶ້ນ 71 ມາດຕາ.

ຜ່ານການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 2015 ມາເປັນເວລາ 9 ປີ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກໄປສູ່ລວງເລິກ, ກົມການເມືອງສູນກາງພັກ ໄດ້ອອກມະຕິສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ສະບັບປີ 2015. ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນດັ່ງກ່າວ ໄດ້ວາງແຜນການປັບປຸງລັດຖະທຳມະນູນ ໃຫ້ສໍາເລັດໃນກາງປີ

2025. ປັດຈຸບັນນີ້, ຫາກໍສໍາເລັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນທົ່ວ

ປະເທດ ຊຶ່ງມີພະນັກງານນໍາພາ-ຄຸ້ມຄອງ ຂັ້ນກະຊວງ, ອົງການ, ຂັ້ນສູນກາງ ແລະ ທ້ອງຖິ່ນ, ຂັ້ນແຂວງ,ຂັ້ນເມືອງ ເຂົ້າຮ່ວມຈໍານວນ 11.567 ທ່ານຍິງ 2.011 ທ່ານ. ໃນກອງປະຊຸມປະເມີນຜົນດັ່ງກ່າວ ໄດ້ມີຄໍາເຫັນ, ຂໍ້ສະເໜີ ຕໍ່ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ການປັບປຸງເນື້ອໃນຂອງລັດຖະທຳມະນູນ ຢ່າງຫຼາກຫຼາຍ ຊຶ່ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ພວມສະຫຼຸບສັງລວມ ເປັນຂໍ້ມູນໃຫ້ແກ່ການປັບປຸງລັດຖະທຳມະນູນໃນໄວໆນີ້.

ທ່ານຈະເລີນ ເຢຍປາວເຮີ ກ່າວຕື່ມອີກວ່າ:ໃນໂອກາດວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 33 ປີຈຶ່ງຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ຈົ່ງຮຽນຮູ້ລັດຖະທໍາມະນູນ ແລະ ກົດ

ໝາຍ ໃຫ້ເລິກເຊິ່ງ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ເປັນຕົ້ນ: ປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນ ໝວດ IV ຂອງລັດຖະທາມະນູນ ສະບັບປີ 2015, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ຍົກສູງນໍ້າໃຈສາກົນອັນຜ່ອງໃສ, ເດັດດ່ຽວຜ່ານຜ່າອຸປະສັກຕ່າງໆ, ຮ່ວມແຮງຮ່ວມໃຈປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອບັນລຸຈຸດໝາຍ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ