ຄອນວ ປາຖະກະຖາ 75 ປີວັນສ້າງຕັ້ງກອງທັບ ແລະ ວັນເກີດ ປະທ່ານ ຄໍາໄຕ ຄົບຮອບ 100 ປີ

ຄອນວ ປາຖະກະຖາ 75 ປີວັນສ້າງຕັ້ງກອງທັບ ແລະ ວັນເກີດ ປະທ່ານ ຄໍາໄຕ ຄົບຮອບ 100 ປີ
ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ (ຄອນວ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949-20/1/2024) ແລະ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ຂຶ້ນໃນວັນທີ 5 ມັງກອນ ນີ້ ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານ ແລະ ກ່າວປາຖະກະຖາ ໂດຍສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີບັນດາສະຫາຍໃນອົງຄະນະພັກ ນວ, ເລຂາພັກເມືອງ-ເຈົ້າເມືອງ, ເລຂາຄະນະພັກກອງບັນຊາການທະຫານ ນວ, ເລຂາຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບ ນວ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນການປາຖະກະຖາ ມູນເຊື້ອກອງທັບປະຊາຊົນລາວ,75 ປີ ພາຍໃຕ້ການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຍົກໃຫ້ເຫັນເຖິງສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຊຶ່ງໃນບາງຕອນໄດ້ກ່າວວ່າ: ໃນໄລຍະປີ 1946-1949, ປະຕິບັດຕາມແນວທາງການຕໍ່ຕ້ານ “ຍືດເຍື້ອຍາວນານເດັດຂາດມີໄຊ” ຂອງພັກ, ທຸກກໍາລັງໄດ້ຫັນລົງສູ່ຊົນນະບົດ ສ້າງເຂດທີ່ໝັ້ນ, ກໍ່ສ້າງຮາກຖານໃນໝູ່ປະຊາຊົນ, ປຸກລະດົມຂົນຂວາຍປະຊາຊົນ ກໍ່ສ້າງກຳລັງປະກອບອາວຸດຢູ່ທ້ອງຖິ່ນ, ປະຕິບັດຍຸດທະສາດສົງຄາມກອງຫຼອນ ຊຶ່ງໄລຍະນີ້ ສົງຄາມກອງຫຼອນໄດ້ປະກົດຕົວຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ການຈັດຕັ້ງກຳລັງປະກອບອາວຸດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງລຽນຕິດເຊັ່ນ: ສ້າງຕັ້ງກອງຟ້າງຸ່ມ ຢູ່ວຽງຈັນ, ກອງໄຊຈັກກະພັດ ຢູ່ພາກໃຕ້, ກອງປັດໄຈ ຢູ່ຊຽງຂວາງ, ກອງໄຊເຊດຖາ ຢູ່ພາກກາງ, ສ້າງຕັ້ງຄະນະຕະລຸມບອນລາວເໜືອ, ກອງໂຄສະນາປະກອບອາວຸດ. ຈາກສະພາບແວດລ້ອມດັ່ງກ່າວ, ມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນທາງການ ແລະ ໃນມື້ດຽວກັນ ພາຍໃຕ້ການນໍາພາອັນແທດເຖິງຂອງສາຂາພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ກໍໄດ້ຈັດຕັ້ງກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະ ຢ່າງເປັນທາງການ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. ຖັດຈາກນັ້ນມາ, ກໍໄດ້ປະກາດຮັບເອົາບັນດາກອງເອກະລາດອື່ນໆ ເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບລາວອິດສະຫຼະ. ນັບແຕ່ນັ້ນມາ, ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງ “ກອງທັບປະຊາຊົນລາວ”.
    ພ້ອມດຽວກັນນີ້, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ຍັງໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນພາວະວິໄສຂອງການສ້າງຕັ້ງກອງທັບປະຊາຊົນລາວ, ຄວາມໝາຍຄວາມສຳຄັນຂອງການສ້າງຕັ້ງກອງທັບປະຊາຊົນລາວ, ລວມເຖິງຍົກໃຫ້ເຫັນຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະ, ຍົກໃຫ້ເຫັນເຖິງທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ, ບັນດາໜ້າທີ່ຈັດຕັ້ງປະຕິບັດ ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ.
    ຈາກນັ້ນ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ກໍໄດ້ສືບຕໍ່ປາຖະກະຖາ ລະນຶກວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ໂດຍໄດ້ຍົກໃຫ້ເຫັນເຖິງຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນການເຄື່ອນໄຫວປະຕິວັດຂອງປະທານຄໍາໄຕ ສີພັນດອນ; ພ້ອມດຽວກັນນີ້, ກໍໄດ້ຍົກໃຫ້ເຫັນການເຄື່ອນໄຫວປະຕິວັດໃນແຕ່ລະໄລຍະຂອງເພິ່ນ ນັບແຕ່ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານຈັກກະພັດໂຕເກົ່າ ຢູ່ພາກໃຕ້, ການນໍາພາຕໍ່ຕ້ານຢູ່ພາກກາງ, ການຊີ້ນໍາບັນຊາຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ປະຕິບັດຄວາມຖືກຕ້ອງປອງດອງ ຄັ້ງທີ I, ການນໍາພາຕໍ່ສູ້ຕ້ານສົງຄາມຂອງຈັກກະພັດໂຕໃໝ່ ແລະ ລູກມື ຈົນພາໄປເຖິງເຊັນສັນຍາວຽງຈັນ 1973, ການນໍາພາຕໍ່ສູ້ປະຕິບັດສັນຍາວຽງຈັນ ປີ 1973 ແລະ ຍຶດອຳນາດທົ່ວປະເທດ ໂດຍການນໍາໃຊ້ 3 ບາດຄ້ອນຍຸດທະສາດ ປີ 1975.
    ສະຫາຍ ພົນໂທ ແສງນວນ ໄຊຍະລາດ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດອັນສຳຄັນຂອງ ປະທານ ຄໍາໄຕ ສີພັນດອນ ໃນການຊີ້ນໍາ-ນໍາພາ ປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ພາລະກິດປ່ຽນແປງໃໝ່ຂອງພັກ, ການເຄື່ອນໄຫວຂອງເພິ່ນ ພາຍຫຼັງອອກພັກຜ່ອນ ຮັບບໍານານ ນັບແຕ່ປີ 2006 ເປັນຕົ້ນມາ ຊຶ່ງເວລາສ່ວນໃຫຍ່ແມ່ນຢູ່ແຂວງຈໍາປາສັກ ຊຶ່ງເພິ່ນໄດ້ສືບຕໍ່ອຸທິດຕົນເພື່ອສືບຕໍ່ສ້າງພັກໃຫ້ເຂັ້ມແຂງ ແລະ ມີຄວາມສາມາດປະຕິບັດພາລະກຳປະຫວັດສາດ ສ້າງລະບອບສັງຄົມນິຍົມໃຫ້ເປັນຈິງ ເທື່ອລະກ້າວ ແລະ ເພິ່ນຢາກນໍາພາຈັດຕັ້ງປະຕິບັດແນວທາງຂອງພັກ ໃຫ້ໄດ້ຮັບຜົນ ເພື່ອບັນລຸເປົ້າໝາຍທີ່ວ່າ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ພ້ອມນີ້, ກໍຍັງໃຫ້ເຫັນເຖິງທິດທາງການຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ເສີມຂະຫຍາຍຄຸນງາມຄວາມດີຂອງ ປະທານ ຄໍາໄຕ ສີພັນດອນ ເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ