ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3

ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3

ຄອບຄົວຕົວແບບປູກອ້ອຍ ຕາມກົນໄກ 2+3
ປັດຈຸບັນ ມີຫຼາຍໆຄອບຄົວທີ່ມີຄວາມສົນໃຈ ແລະຫັນສູ່ການຜະລິດກະສິກຳປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວໃຫ້ພຽງພໍ, ຫຼຸດຜ່ອນການຊື້ຈາກພາຍນອກ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຄືດັ່ງຄອບຄົວຂອງລຸງ ຄໍາພັນ ວໍລະແສງໃນໄວ 54 ປີ, ອາຊີບຊາວສວນ, ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື, ເພິ່ນເປັນຄອບຄົວຕົວແບບ ໃນການປູກອ້ອຍ ຕາມກົນໄກ 2+3 ການລົງທຶນແບບມີສ່ວນຮ່ວມ ສາມາດສ້າງລາຍຮັບໃຫ້ຄອບຄົວ 1 ຕື້ 146 ລ້ານກີບ/ປີ.
ຄອບຄວຕວແບບປກອອຍ ຕາມກນໄກ 2+3 - image 1
 

ລຸງ ຄໍາພັນ ວໍລະແສງ ກ່າວເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນ ຄອບຄົວຂອງຂ້າພະເຈົ້າມີສະມາຊິກທັງໝົດ 7 ຄົນ, ຍິງ 3 ຄົນ, ໃນນັ້ນມີແຮງງານຕົ້ນຕໍ 4 ຄົນ, ຍິງ 2 ຄົນ ແລະ ແຮງງານສໍາຮອງ 3 ຄົນ ຍິງ 1 ຄົນ; ເມື່ອກ່ອນຢູ່ຖິ່ນຖານເດີມບ້ານຫ້ວຍແຫ້, ເມືອງຈຳປາສັກແຂວງຈໍາປາສັກ ຕອນນັ້ນຊີວິດການເປັນຢູ່ລໍາບາກສົມຄວນ, ມີເນື້ອທີ່ນາປູກເຂົ້າໜ້ອຍ, ບໍ່ສາມາດຂະຫຍາຍເພີ່ມໄດ້, ໄດ້ຜົນຜະລິດພໍກຸ້ມກິນ. ມາຮອດປີ 2017 ຈຶ່ງຕັດສິນໃຈຍົກຍ້າຍມາຢູ່ເມືອງພູວົງແຂວງອັດຕະປື ເພື່ອຫາຊ່ອງທາງທຳມາຫາກິນໂດຍສະເພາະການປູກຝັງ-ລ້ຽງສັດ, ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກ. ເບື້ອງຕົ້ນ ໄດ້ເຂົ້າຮ່ວມກິດຈະກໍາປູກມັນຕົ້ນ ເຊິ່ງສະໜັບສະໜູນໂດຍໂຄງການອີຟັດ ໃນເນື້ອທີ 3 ຮຕ ຜົນຜະລິດໄດ້ 6 ໂຕນ/ຮຕ ລາຍຮັບສະເລ່ຍປະມານ35 ລ້ານກີບ ຕໍ່ປີ, ແຕ່ເຫັນວ່າຕະຫຼາດເກັບຊື້ມັນຕົ້ນ ຕອນນັ້ນບໍ່ກວ້າງຂວາງ ແລະລາຄາຕົກ ຈຶ່ງຫັນມາປູກອ້ອຍນໍາບໍລິສັດທີທີຊີ ຕາມກົນໄກ 2+3 (ການລົງທຶນແບບມີສ່ວນຮ່ວມ) ເລີ່ມແຕ່ປີ 2018 ເຖິງປັດຈຸບັນ, ໂດຍໄດ້ຮຽນຮູ້ ແລະນໍາໃຊ້ເຕັກນິກວິທະຍາສາດກະສິກໍາແບບໃໝ່ ເຂົ້າໃນການຜະລິດ ເຮັດໃຫ້ໄດ້ຮັບປະສິດທິຜົນສູງ. ໃນປີ 2019 ເລີ່ມຕົ້ນປູກອ້ອຍໃນເນື້ອທີ່ 22 ຮຕ ໄດ້ຜົນຜະລິດ 65 ໂຕນ/ຮຕລາຍຮັບຈາກການຂາຍອ້ອຍສະເລ່ຍປະມານ371 ລ້ານກວ່າກີບ ທຽບໃສ່ຕົ້ນທຶນແມ່ນຍັງໄດ້ເງິນໜ້ອຍຢູ່ ເພາະປີທໍາອິດໄດ້ລົງທຶນຫຼາຍ, ແຕ່ກໍຍັງບົວລະບັດຕໍອ້ອຍໃໝ່ອີກ ໄດ້ 1-2 ປີ ລວມເນື້ອທີ່ທັງໝົດຕອນນີ້ 42 ຮຕ.

ປັດຈຸບັນ, ຜົນຜະລິດ ແລະລາຍຮັບຈາກການຂາຍອ້ອຍດີຂຶ້ນເລື້ອຍໆ ສະເລ່ຍ 570 ລ້ານກວ່າກີບ/ປີ; ນອກຈາກປູກອ້ອຍແລ້ວ ກໍຍັງມີລາຍຮັບຈາກການບໍລິການບຸກເບີກສວນ, ໄຖສວນ, ຄີບອ້ອຍ, ຂົນອ້ອຍ ສະເລ່ຍໄດ້ 258 ລ້ານກວ່າກີບ/ປີ, ໄດ້ຈາກການຂາຍມັນຕົ້ນ 270 ລ້ານກວ່າກີບ ແລະໄດ້ຈາກການຂາຍສັດລ້ຽງອື່ນໆອີກ 50 ລ້ານກີບ/ປີ ລວມລາຍຮັບທັງໝົດ 1,164 ລ້ານກີບ/ປີ.

ຄອບຄວຕວແບບປກອອຍ ຕາມກນໄກ 2+3 - image 2
 

ທັງໝົດນັ້ນໄດ້ມາຈາກເຫື່ອແຮງ ຄວາມດຸໝັ່ນອົດທົນຂອງຕົນ ແລະສະມາຊິກໃນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນເທື່ອລະກ້າວ. ປັດຈຸບັນ, ຂ້າພະເຈົ້າມີເຮືອນຢູ່ຖາວອນ 3 ຫຼັງ, ລົດໄຖຄູໂບຕາ 2 ຄັນ, ມີພາຫະນະ, ລົດຄີບອ້ອຍ 1 ຄັນ ແລະມີເຄື່ອງອຸປະກອນຮັບໃຊ້ການຜະລິດຢ່າງພຽງພໍ, ມີລະບົບນໍ້າໂຊລາເຊວ 3 ບໍ່ ນໍາໃຊ້ເຂົ້າໃນການຫົດອ້ອຍໃນຍາມແລ້ງ.

ຜົນສໍາເລັດທັງໝົດນັ້ນ ກໍຍ້ອນແນວທາງນະໂຍບາຍຂອງພັກ-ລັດ ກໍຄືຄວາມເອົາໃຈໃສ່ ຂອງຄະນະພັກ-ອົງການປົກຄອງເມືອງພູວົງ, ບັນດາຂະແໜງການທີ່ກ່ຽວຂ້ອງ ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ຊີ້ທິດເຍືອງທາງ ແລະຊີ້ນໍາ-ນໍາພາ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນບັນດາເຜົ່າຊາວເມືອງພູວົງ ໃຫ້ໄດ້ຮັບການພັດທະນາ, ແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວໃຫ້ພົ້ນທຸກເທື່ອລະກ້າວ.

(ພາບ-ຂ່າວ: ມີໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳປາຖະກະຖາວັນສຳຄັນຂອງຊາດ

ກະຊວງຍຸຕິທຳທຳ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດຄື:ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025),ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ປະດັບຫຼຽນກາລະນິກ 50 ປີ ວັນສະຖາປານາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ຄຳພັນ ບຸນພາຄົມ ຮອງລັດຖະມົນຕິກະຊວງຍຸຕິທຳ ມີບັນດາພະນັກງານພາຍໃນກະຊວງເຂົ້າຮ່ວມຮັບຟັງ.
ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ວັນທີ່ 25 ພະຈິກ 2025 ນີ້, ສະຫະພັນແມ່ນຍິງແຂວງຫຼວງພະບາງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງວັນທີ 25 ພະຈິກ ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ມີເອື້ອຍນ້ອງແມ່ຍິງ ແລະຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນໄດ້ຮັບລາງວັນນັກທຸລະກິດຊັ້ນນຳດີເດັ່ນ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ດຳເນີນທຸລະກິດກ່ຽວກັບການໃຫ້ບໍລິການດ້ານການເງິນເປັນຕົ້ນ: ການປ່ອຍກູ້ຂະໜາດນ້ອຍ ແລະ ຮັບຝາກເງິນ ຊຶ່ງໄດ້ກໍ່ຕັ້ງຂຶ້ນໃນປີ 2007 ເປັນບໍລິສັດຖືຮຸ້ນໂດຍເອກະຊົນ ປ່ອຍກູ້ໃຫ້ແກ່ຜູ້ເຮັດທຸລະກິດຂະໜາດນ້ອຍ, ພະນັກງານ-ລັດຖະກອນ, ພະນັກງານລັດວິສາຫະກິດ ແລະ ເອກະຊົນ. ສຳລັບຜູ້ທີ່ເປັນພະນັກງານສາມາດນຳໃຊ້ເງິນເດືອນເປັນຫຼັກຊັບຄໍ້າປະກັນເພື່ອຂໍກູ້ຢືມເງິນໂດຍບໍ່ມີການຄໍ້າປະກັນດ້ວຍວັດຖຸ ຫຼື ອະສັງຫາລິມະຊັບ ແລະ ຜູ້ຝາກເງິນໄດ້ຮັບຝາກຈາກບຸກຄົນທົ່ວໄປໃນສະກຸນເງິນກີບ.
ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ.

ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ.

ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ການສະຖາປະນາ ສປປ ລາວ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ. ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ວັນທີ 2 ທັນວາ 1975 ແມ່ນວັນປະຫວັດສາດທີ່ຍິ່ງໃຫຍ່ທີ່ສຸດຂອງຊາດລາວ, ຊຶ່ງເປັນການສິ້ນສຸດການປົກຄອງຂອງພວກຈັກກະພັດ ແລະ ປະກາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເປັນວັນທີ່ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ, ເປັນການຢືນຢັນເຖິງໄຊຊະນະອັນສະຫງ່າລາສີຂອງການຕໍ່ສູ້ອັນຍາວນານ, ເດັດດ່ຽວໜຽວແໜ້ນ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເພື່ອປົດປ່ອຍປະເທດຊາດ, ນຳເອົາເອກະລາດ, ອິດສະຫຼະພາບ ແລະ ສັນຕິພາບມາສູ່ປະຊາຊົນລາວບັນດາເຜົ່າຢ່າງສົມບູນ.
ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ກຸ່ມບໍລິສັດຕ້າຖັງຈີນ ສົ່ງຄວາມອົບອຸ່ນສູ່ນັກຮຽນຊົນນະບົດບ້ານຫ້ວຍເງີຍ

ທ່ານຢູບົວ ຮອງອຳນວຍການອາວຸໂສຄົນທຳອິດຂອງກຸ່ມບໍລິສັດຕ້າຖັງຈີນພ້ອມ​ຄະ​ນະໄດ້ລົງ​ຢ້ຽມ​ຢາມ-ຖາມຂ່າວສະພາບນັກຮຽນທີ່ໂຮງຮຽນປະຖົມບ້ານຫ້ວຍເງີຍ ເມືອງເງິນ ແຂວງໄຊຍະບູລີ ພ້ອມທັງໄດ້ມອບເຄື່ອງນຸ່ງຫົ່ມ (ຊຸດກັນໜາວ) ແລະ ອຸປະກອນການຮຽນໃຫ້ແກ່ນ້ອງໆນັກຮຽນໃນ​ວັນ​ທີ 25 ພະ​ຈິກ 2025 ນີ້.
ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານສະຫຼອງວັນຊາດທີ 2 ທັນວາ

ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານສະຫຼອງວັນຊາດທີ 2 ທັນວາ

ປັດຈຸບັນກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ (ປກສ ນວ) ໄດ້ກຽມຄວາມພ້ອມຮອບດ້ານການປ້ອງກັນໃນງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີທີ່ໃກ້ຈະມາເຖິງນີ້, ໂດຍສະເພາະໄດ້ກຽມຄວາມພ້ອມດ້ານກໍາລັງພົນ 900 ກວ່າຄົນເພື່ອປະຈໍາຢູ່ແຕ່ລະຈຸດຮັກສາຄວາມສະຫງົບປອດໄພເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ດໍາເນີນໄປຢ່າງໂລ່ງລ່ຽນ ແລະ ສໍາເລັດຕາມເປົ້າໝາຍ.
ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ນວ ປະດັບປະດາຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 50 ປີ

ວັນຊາດທີ 2 ທັນວາ ປີນີ້ພໍດີຄົບຮອບ 50 ປີ ຊຶ່ງເປັນອີກໜຶ່ງວັນທີ່ມີຄວາມໝາຍ-ຄວາມສຳຄັນທີ່ສຸດ ແລະ ເປັນວັນເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ. ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍ-ຄວາມສຳຄັນເລິກເຊິ່ງ ໃນໂອກາດວັນສຳຄັນດັ່ງກ່າວ ຈະເຫັນໄດ້ວ່າຢູ່ຕາມສະຖານທີ່ຕ່າງໆທົ່ວປະເທດ ກໍຄືໃນນະຄອນຫຼວງວຽງຈັນ (ນວ) ກໍຈະມີການປະດັບປະດາເອຍ້ອງຫຼາຍສີສັນສວຍງາມ, ສ້າງຂະບວນການຕ່າງໆ, ມີຫຼາກຫຼາຍກິດຈະກຳ ເພື່ອຂໍ່ານັບຮັບຕ້ອນ, ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວໃກ້ມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ.
ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ນຳໃຊ້ ແລະ ອານຸລັກຊ້າງບ້ານ

ກອງປະຊຸມທາບທາມຮ່າງຂໍຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການຄຸ້ມຄອງ ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ເຜີຍແຜ່ກົດໝາຍວ່າດ້ວຍສະຫະກອນ ແລະ ເຜີຍແຜ່ດຳລັດ ວ່າດ້ວຍກະສິກຳແບບມີສັນຍາ ໄດ້ຈັດຂຶ້ນໃນວັນທີ 25 ພະຈິກນີ້ ຢູ່ທີ່ສະໂມສອນ ເມືອງເງິນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ແສງຈັນ ພານຸເດດ ຫົວໜ້າຂະແໜງກວດກາ ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ຍທຂ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນໃນວັນທີ 25 ພະຈິກນີ້ ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ໂດຍມີ ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ, ພະນັກງານກະຊວງ ຍທຂ ເຂົ້າຮ່ວມຮັບຟັງ.
ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ຮັບປະກັນການບິນຮັບໃຊ້ຕາມຄຳສັ່ງຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ສະແດງຄວາມປິຕິຍິນດີ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ວັນໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວເຮົາ. ວັນດັ່ງກ່າວ, ເປັນວັນສໍາຄັນຍິ່ງ ເພາະປວງຊົນລາວທັງຊາດໄດ້ມີອິດສະຫຼະພາບອອກຈາກແອກປົກຄອງຂອງຈັກກະພັດ ແລະ ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ນັບແຕ່ມື້ສະຖາປະນາ ຈົນມາເຖິງປະຈຸບັນ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບ
ເພີ່ມເຕີມ