ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກິດຈະກຳປູກຕົ້ນໄມ້ ຂຶ້ນໃນວັນທີ 31 ພຶດສະພານີ້ ຢູ່ ສູນຝຶກອົບຮົມຄົບວົງຈອນ ຂອງ ຄອສພ ທີ່ບ້ານຫ້ວຍຍາງ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຄັ້ງນີ້, ມີ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ກອງຄໍາ ທໍາມະເທວາ ກຳມະການຄະນະພັກ ຫົວໜ້າກົມອົບຮົມ, ທ່ານ ວັນລາຕີ ຄໍາວານວົງສາ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ ວາລະສານອາລຸນໃໝ່ ພ້ອມດ້ວຍທ່ານຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ບັນດາພະນັກງານພາຍໃນ ຄອສພ.
![]() |
ຄໍາເຫັນ