ຄອສພ ຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດຳເນີນລາຍການວິທະຍຸ-ໂທລະພາບ

ຄອສພ ຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດຳເນີນລາຍການວິທະຍຸ-ໂທລະພາບ
ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດຳເນີນລາຍການວິທະຍຸ-ໂທລະພາບ ຂຶ້ນໃນ ວັນທີ 26 ກັນຍາ ນີ້ ທີ່ຫ້ອງປະຊຸມໂຕະມົນ ຊັ້ນ 2 ຂອງ ຄອສພ. ໂດຍການເປັນປະທານ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ທັງເປັນປະທານກວດກາ, ມີຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ: ເພື່ອຝຶກອົບຮົມເຕັກນິກການຖ່າຍທຳວິດີໂອ, ຖ່າຍພາບນິ້ງ, ຕັດຕໍ່, ຜູ້ດຳເນີນລາຍການວິທະຍຸ-ໂທລະພາບ ແລະ ການຂຽນບົດໂຄສະນາຜ່ານສື່ ໃຫ້ພະນັກງານວິຊາການ ພາຍໃນກົມໂຄສະນາ (ຄອສພ) ແລະ ສື່ມວນຊົນອ້ອມຂ້າງ ໃນນະຄອນຫຼວງວຽງຈັນຈຳນວນໜຶ່ງ. ຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 4 ວັນ, ນັບແຕ່ 26-29 ກັນຍາ 2023 ຊຶ່ງບົດຮຽນທີ່ຈະນຳມາຝຶກອົບຮົມແມ່ນ: 7 ບົດຄື: 1. ບົດຮຽນ, ເຕັກນິກ, ທັກສະການເປັນໂຄສົກລາຍການວິທະຍຸ, 2. ບົດຮຽນການຂຽນຂ່າວ ອອກໜັງສືພິມ ແລະ ເວັບໄຊ ນຳສະເໜີໂດຍ ທ່ານ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າ ຄອສພ ຫົວໜ້າ ບກ ໃຫຍ່ ໜັງສືພິມປະຊາຊໍົນ, 3. ບົດຮຽນ, ເຕັກນິກ ແລະ ທັກສະການເປັນໂຄສົກລາຍການໂທລະພາບ ນຳສະເໜີໂດຍ ທ່ານ ຫຸມແພງ ວິໄລພອນ. 4. ການຕັດຕໍ່ວິດີໂອ ນຳສະເໜີໂດຍ ທ່ານ ສີຫາ ຈັນທະລັງສີ. 5. ການນຳໃຊ້ ແລະ ການຖ່າຍວິດີໂອ ນຳສະເໜີໂດຍ ທ່ານ ພູວິພັດ ເພັງສະຫວັດ. 6. ບົດຮຽນການຂຽນບົດ ອອກວາລະສານ ແລະ ລາຍການວິທະຍຸກະຈາຍສຽງ ນຳສະເໜີໂດຍ ທ່ານ ໂພເມກ ວິໄລສັກ. 7. ເຕັກນິກການນຳໃຊ້ກ້ອງຖ່າຍຮູບ ແລະ ການຖ່າຍຮູບນິ້ງ ນຳສະເໜີໂດຍ ຂ່າວສານປະເທດລາວ.
ທ່ານ ນາງ ວິລະວອນ ພັນທະວົງ ຍັງໄດ້ເນັ້ນຕື່ມອີກວ່າ: ການຈັດຝຶກອົບຮົມເຕັກນິກການຖ່າຍທຳວິດີໂອ, ຖ່າຍພາບນິ້ງ, ຕັດຕໍ່, ຜູ້ດຳເນີນລາຍການວິທະຍຸ-ໂທລະພາບ ແລະ ການຂຽນບົດໂຄສະນາຜ່ານສື່ ໃຫ້ພະນັກງານວິຊາການ ກໍເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່; ໃນນີ້, ການປັບປຸງເຄື່ອງມືໃນການໂຄສະນາ ໂດຍສະເພາະແມ່ນ ສື່ມວນຊົນໃຫ້ມີຄຸນນະພາບ ແມ່ນຄວາມຈຳເປັນ ຂອງ ຄອສພ ຂອງພວກເຮົາ ຊຶ່ງປັດຈຸບັນເຄື່ອງມືໃນການໂຄສະນາ ຂອງ ຄອສພ ມີຄວາມອຸດົມສົມບູນສົມຄວນ. ຍ້ອນຜ່ານມາພວກເຮົາຍັງບໍ່ທັນໄດ້ໝູນໃຊ້ເຄື່ອງມືທີ່ເຮົາມີ ໃຫ້ມີປະສິດທິພາບ, ໂດຍສະເພາະແມ່ນວຽກງານໂຄສະນາຜ່ານສື່ ຈຶ່ງເນັ້ນ 7 ບົດດັ່ງທີ່ກ່າວມາຂ້າງເທິງນັ້ນ, ການຝຶກອົບຮົມວຽກງານໂຄສະນາຜ່ານສື່ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນຫຼາຍ ຊຶ່ງຈະເຮັດໃຫ້ວຽກງານຜ່ານສື່ຂອງພວກເຮົາມີການຫັນປ່ຽນໄປສູ່ຄຸນະພາບໃໝ່ ແລະ ເນື່ອງຈາກວ່າເວລາຮຽນມີຈຳກັດຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍນັກຝຶກອົບຮົມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ເຂັ້ມງວດໃນການປະຕິບັດໂມງເວລາ ເພື່ອໃຫ້ການຝຶກອົບຮົມໃນຄັ້ງນີ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ພັດ ລໍວັນໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ