![]() |
ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ແລະ ຜົນງານທີ່ໃຫຍ່ຫຼວງ, ຮອບດ້ານຂອງປະຊາຊົນ ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 80 ປີ ຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ຖືກຕ້ອງສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໝັ້ນທ່ຽງເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ,
ສະຫາຍ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ນຳພາຄະນະມາອວຍພອນໃນໂອກາດວັນລະນຶກການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 80 ປີ. ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ ຊຶ່ງນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນພື້ນຖານອັນສຳຄັນ ໃຫ້ແກ່ການພົວພັນຮ່ວມມືໃນຂົງເຂດຕ່າງໆ ຂອງສອງປະເທດ; ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສະຖານທູດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ, ອັນໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
![]() |
(ຂ່າວ-ພາບ: ສຳນານ)
ຄໍາເຫັນ