![]() |
ທ່ານ ນາງ ວິລະວອນ ພັນທະວົງ ໃຫ້ກຽດປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ໂດຍຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ຄົບຮອບ 75 ປີຜ່ານມາ, ຜົນງານພົ້ນເດັ່ນໃນແຕ່ລະໄລຍະຜ່ານມາຄື: ໄລະະປີ 1979-1993 ພັກເຮົາໄດ້ນໍາພາແນວລາວສ້າງຊາດດໍາເນີນກອງປະຊຸມໃຫຍ່ ແລະ ໄດ້ປ່ຽນຊື່ຈາກແນວລາວຮັກຊາດ ມາເປັນແນວລາວສ້າງຊາດມາຮອດປັດຈຸບັນ; ໄລຍະປີ 1993-2009; ໄລຍະປີ 2009-2020; ໄລຍະປີ 2020-2025. ພ້ອມນັ້ນ, ທ່ານຍັງຍົກໃຫ້ເຫັນມູນເຊື້ອສະຫງ່າງາມຂອງແນວລາວສ້າງຊາດ, ເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່; ບາງຈິດໃຈ ແລະ ແຜນວຽກໃນການສະຫຼອງ 75 ປີ.
![]() |
ຈາກນັ້ນ, ທ່ານ ຄໍາມອນ ຈັນທະຈິດ ໄດ້ໃຫ້ກຽດປາຖະກະຖາວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ ໂດຍຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນ ລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງຊາດ ທີ່ກຳນົດບັນຫາໃຫຍ່, ຫຼັກການໃຫຍ່ ກ່ຽວກັບລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງອໍານາດແຫ່ງລັດ (ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສະພາປະຊາຊົນທ້ອງຖິ່ນ, ອົງການປົກຄອງທ້ອງຖິ່ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ການກວດກາລັດ ແລະ ການກວດສອບແຫ່ງລັດ), ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ; ລັດຖະທໍາມະນູນ ແມ່ນກົດໝາຍແມ່ ຫຼື ແມ່ຂອງກົດໝາຍ ໂດຍອີງໃສ່ລັດຖະທໍາມະນູນ ລັດເຮົາໄດ້ຄົ້ນຄວ້າ ແລະ ປະກາດໃຊ້ກົດໝາຍໃນແຕ່ລະຂະ ແໜງການ, ແຕ່ລະຂົງເຂດ ໄດ້ທັງໝົດ 171 ສະບັບ. ໃນນັ້ນ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດເສດຖະກິດ 77 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 45 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 12 ສະບັບ, ຂົງເຂດການຕ່າງປະເທດ 5 ສະບັບ; ລັດຖະທຳມະນູນແມ່ນນິຕິກຳສູງສຸດຂອງລັດເຮົາ, ກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ມາດຕາ 4 ໄດ້ກຳນົດລະບົບນິຕິກຳທີ່ມີຜົນບັງຄັບໃຊ້ທົ່ວໄປຂອງປະເທດເຮົາ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນການຕີລາຄາດ້ານດີ ແລະ ດ້ານອ່ອນການຈັດຕັ້ງປະຕິບັດຕະຫຼອດ 34 ປີ, ບົດຮຽນທີ່ຖອດຖອນໄດ້ ແລະ ເນື້ອໃນສໍາຄັນຂອງລັດຖະທໍາມະນູນສະບັບປັບປຸງ ປີ 2025. ຈາກນັ້ນ, ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ໃຫ້ກຽດປາຖະກະຖາວັນຢຶດອໍານາດທົ່ວປະເທດ ຄົບຮອບ 80 ປີ ແລະ ຄົບຮອບ 50 ປີ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັດຢຶດອໍານາດເດືອນສິງຫາ ປີ 1945 ໃນແຕ່ລະໄລຍະຜ່ານມາ; ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
(ຂ່າວ-ພາບ: ວັນເພັງ)
ຄໍາເຫັນ