ຄອສພ ເຜີຍແຜ່ເອກະສານສຳຄັນຂອງພັກ

ຄອສພ ເຜີຍແຜ່ເອກະສານສຳຄັນຂອງພັກ
ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ75ປີ(20/1/1949-20/2024) ແລະ ລະນຶກວັນເກີດ ຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100ປີ (8/2/1924-8/2/2024) ຂຶ້ນໃນຕອນເຊົ້າວັນທີ 12 ມັງກອນ ນີ້ ທີ່ສະໂມສອນໃຫຍ່ ຄອສພ.ໃຫ້ກຽດເປັນປະທານໃນພິທີ ພ້ອມທັງເຜີຍແຜ່ເອກະສານ ໂດຍ ທ່ານ ຄຳພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄອສພເຂົ້າຮ່ວມຮັບຟັງມີ ຄະນະພັກ, ຫົວໜ້າກົມ,ຮອງຫົວໜ້າກົມ,ຫົວໜ້າພະແນກ,ຮອງຫົວໜ້າພະແນກ ຕະຫຼອດຮອດພະນັກງານ-ລັດຖະກອນທົ່ວ ຄອສພ ເຂົ້າຮ່ວມຮັບຟັງ.
ໃນພິທີດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນວ່າ:ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ,ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສໍາເລັດຢ່າງມີໄຊ ແລະນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ, ປະທານ ຄຳໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄື ພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ, ປະທານ ຄຳໄຕ ສີພັນດອນ ໄດ້ຮັບມອບໝາຍຫຼາຍໜ້າທີ່ສໍາຄັນເປັນລໍາດັບມາ ຈາກຜູ້ແທນລັດຖະບານລາວອິດສະຫຼະປະຈຳເຂດໃຕ້ລາວ, ເປັນປະທານຄະນະກໍາມະການຕໍ່ຕ້ານເຂດກາງ, ເປັນກຳມະການສູງກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນກຳມະການສູນກາງພັກ, ໄດ້ຮັບການປະດັບຊັ້ນພົນເອກ ແລະ ຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະເປັນກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ. ນອກຈາກນັ້ນ ທ່ານ ຄຳພັນ ເຜີຍຍະວົງ ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຮຽນຮູ້ ແລະ ເສີມຂະຫຍາຍຄຸນງາມຄວາມດີ ຂອງປະທານ ຄຳໄຕ ສີພັນດອນ ເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. 6 ບັນຫາຄື: 1). ຕັ້ງໜ້າຄົ້ນຄວ້າສຶກສາຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ, ຄວາມມານະອົດທົນ, ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນ, ເອົາການເອົາງານ ແລະ ໄຫວພິບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເພື່ອອຸທິດຕົນໃຫ້ພາລະກິດປະຕິວັດ, ເພື່ອຊາດ ເພື່ອປະຊາຊົນ; ມີນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ແບບແຜນດຳລົງຊີວິດ ແລະ ແບບແຜນເຮັດວຽກທີ່ປອດໃສຂາວສະອາດ, ກະທັດຮັດ, ປະຢັດມັດທະຢັດ, ໃກ້ຊິດມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ; ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນຊຶ່ງອັນນີ້ແມ່ນປັດໄຈພື້ນຖານເຮັດໃຫ້ສໍາເລັດໜ້າທີ່ອັນສູງສົ່ງ ແລະ ສ້າງຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ຄວາມເຄົາລົບນັບຖືຂອງມະຫາຊົນຕໍ່ການນຳພາຂອງພັກ, 2). ຕ້ອງຕັ້ງໜ້າເສີມຂະຫຍາຍຜົນງານ ແລະ ມູນເຊື້ອອັນດີງາມທີ່ພັກ-ລັດ ຍາດມາໄດ້ໃນໄລຍະຜ່ານມາ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ພ້ອມກັນນັ້ນ ຕ້ອງຕັ້ງໜ້າແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວກົງຈັກການຈັດຕັ້ງ, ສະມາຊິກພັກ-ພະນັກງານ ໃຫ້ນັບມື້ນັບຫຼຸດລົງ, ສ້າງໃຫ້ພັກຂອງພວກເຮົາມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງ, ຄວາມເປັນແບບຢ່າງນຳໜ້າ, ຄວາມສາມັກຄີເປັນປຶກແຜ່ນ, ຈິດໜຶ່ງໃຈດຽວອ້ອມຂ້າງພັກ, 3). ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ຍົກສູງນ້ຳໃຈຮັກຊາດອັນດູດດື່ມ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກຳລັງແຮງສັງລວມຂອງທົ່ວທັງຊາດ, ຕັ້ງໜ້າແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປັດຈຸບັນ ໃຫ້ຜ່ານພົ້ນໄປ ແລະ ສ້າງທ່ວງທ່າໃໝ່ທີ່ໜັກແໜ້ນ ເຂັ້ມແຂງ ເພື່ອກ້າວຂຶ້ນພັດທະນາປະເທດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດໄວ້,4). ສືບຕໍ່ເອົາໃຈໃສ່ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໃຫ້ມີຄວາມຮັບຮູ້ເຂົ້າໃຈແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ; ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມ ໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສີວິໄລ, ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ, 5) ເພີ່ມທະວີການພົວພັນຮ່ວມມືກັບພາຍນອກ ແລະ ອົງການຈັດຕັ້ງສາກົນຕ່າງໆ ໃຫ້ກວ້າງຂວາງໂດຍຄວາມເປັນເຈົ້າການ, ເປັນຕົ້ນແມ່ນກັບບັນດາປະເທດ ເພື່ອນມິດຍຸດທະສາດ, ກັບບັນດາປະເທດໃກ້ຄຽງ ເພື່ອຍາດຍາດແຍ່ງເອົາການຊ່ວຍເຫຼືອ-ຮ່ວມມື ແລະ ດຶງດູດການລົງທຶນໃຫ້ນັບມື້ເພີ່ມຂຶ້ນ, 6). ຄະນະພັກ ແຕ່ລະຂັ້ນຕ້ອງຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ເຊື່ອມຊຶມມະຕິ, ຄຳສັ່ງແນະນຳ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນເພື່ອຕັ້ງໜ້າກະກຽມໃຫ້ດີ ແລະ ດຳເນີນໃຫ້ຖຶກຕ້ອງ.
ໃນກອງປະຊຸມຍັງໄດ້ຮັບຟັງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ75ປີໂດຍແມ່ນ ທ່ານ ຄຳມອນ ຈັນທະຈິດ ຮອງຫົວຫນ້າ ຄອສພ ໄດ້ກ່າວວ່າ: ຊາດລາວ ແມ່ນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີ, ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມູນເຊື້ອພະລະອາດຫານຕໍ່ສູ້ບໍ່ຍອມຈໍານົນສັດຕູ ເພື່ອປົກປັກຮັກສາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດໄວ້ໃຫ້ໝັ້ນຄົງ. ກອງທັບປະຊາຊົນລາວ ສ້າງຕັ້ງ 20 ມັງກອນ1949ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາເມືອງຊຽງຄໍ້ແຂວງຫົວພັນ.  ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະວົງ” ຂຶ້ນຢ່າງເປັນທາງການ, ນັບຕັງແຕ່ນັ້ນມາ ວັນດັ່ງກ່າວຈຶ່ງກາຍເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ.  ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ, ທາດແທ້ຂອງຊົນຊັນກໍາມະກອນ, ທາດແທ້ປະຕິວັດ, ທາດແທ້ປະຊາຊົນ ຍ້ອນກອງທັບປະຊາຊົນລາວ ແມ່ນກໍາເນີດມາຈາກປະຊາຊົນ, ໂດຍປະຊາຊົນ ຕໍ່ສູ້ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ.  ມູນເຊື້ອອັນສະຫງ່າຂອງກອງທັບປະຊາຊົນລາວ ແມ່ນມູນເຊື້ອຈົງຮັກພັກດີຕໍ່ພັກ,ຕໍ່ປະຊາຊົນ,ຕໍ່ອຸດົມການສັງຄົມນິຍົມ, ມູນເຊື້ອນໍ້າໃຈຕໍ່ສູ້ພິລະອາຫານ,ກ້າແກ່ນ,ໜຽວແໜ້ນ ແລະ ມີໄຫວພິບ, ມູນເຊື້ອນໍ້າໃຈດຸໝັ່ນຂະຫຍັນພຽນ,ອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ, ມູນເຊື້ອ ຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ, ມູນເຊື້ອພົວພັນຮ່ວມມືພາຍໃນ ແລະ ສາກົນຢ່າງກົມກຽວ ບົນພື້ນຖານຕ່າງຝ່າຍມີຜົນປະໂຫຍດ; ກອງທັບປະຊາຊົນ ເວລາໃດກໍຮັກສາມູນເຊື້ອອັນດີງາມ, ພາຍໃນມີປະຊາທິປະໄຕ ແລະ ມີລະບຽບວິໄນເຂັ້ມງວດ ແລະ ວຽກງານອື່ນໆ. ໂດຍປະຕິບັດຕາມການຊີ້ນຳ ຂອງສູນກາງພັກ, ໜ້າທີ່ຕົ້ນຕໍ ຂອງກອງທັບ ແມ່ນປົກປັກຮັກສາໝາກຜົນ ຂອງການປະຕິວັດ, ຮັກສາສັນຕິພາບ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງສປປ ລາວ.
ພາຍຫຼັງສຳເລັດພິທີປາຖະກະຖາ2ວັນດັ່ງກ່າວ,ຄອສພ ກໍໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ 2 ສະຫາຍຄື:ສະຫາຍ ນາງ ປານີ ມະນີທິບ ຮອງຫົວໜ້າ ບກ ໜັງສືພິມປະຊາຊົນ ແລະ ສະຫາຍ ນາງ ພອນແສງ ເທບພະວົງ ຫົວໜ້າພະແນກອົບຮົມພະນັກງານ-ສະມາຊິກພັກ ສັງກັດຢູ່ກົມອົບຮົມ ອອກພັກການ-ຮັບອຸດໜູນບຳນານແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງສະຫາຍນາງ ວັນນະທອນ ວົງນະຄອນ ເປັນຫົວໜ້າພະແນກອົບຮົມພະນັກງານ-ສະມາຊິກພັກຄົນໃໝ່.
ຂ່າວ-ພາບ: ພັດ ລໍວັນໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

​ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ  ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ເພີ່ມເຕີມ