ຜົນການສໍາຫຼວດພົບວ່າ: ຄູສອນຊາວສິງກະໂປ ຫຼາຍກວ່າ 75% ໃຊ້ AI ໃນການສອນ ຫຼື ສະໜັບສະໜູນການຮຽນຂອງນັກຮຽນ, ເມື່ອທຽບກັບຄ່າສະເລ່ຍທົ່ວໂລກທີ່ 36%. ຄູສອນຊາວສິງກະໂປຍັງເຫັນຜົນປະໂຫຍດທີ່ເປັນຮູບປະທຳຈາກການນໍາໃຊ້ AI, ໂດຍ 82% ເຫັນດີວ່າ AI ຊ່ວຍອອກແບບ ຫຼື ປັບປຸງແຜນການສອນ, ໃນຂະນະທີ່ 74% ກ່າວວ່າ AI ຊ່ວຍໃຫ້ວຽກງານບໍລິຫານເປັນໄປໂດຍອັດຕະໂນມັດ.
ນອກຈາກນີ້, ຄູສອນຊາວສິງກະໂປຍັງຕິດອັນດັບຕົ້ນໆຂອງໂລກ ໃນການສອນແບບອອນລາຍ ແລະ ແບບປະສົມປະສານ (hybrid), ໂດຍ 81% ຂອງຄູທີ່ໄດ້ສຳຫຼວດເຮັດວຽກຢູ່ໂຮງຮຽນທີ່ມີການສອນແບບດັ່ງກ່າວໃນໄລຍະໜຶ່ງເດືອນກ່ອນ.
ກະຊວງສຶກສາທິການສິງກະໂປ ລະບຸວ່າ: ເຖິງແມ່ນວ່າໃນໄລຍະທີ່ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຄູ-ອາຈານປັບຕົວເຂົ້າກັບການສອນທາງໄກຢ່າງວ່ອງໄວ, ແຕ່ຫຼັງຈາກນັ້ນ ຄູ-ອາຈານໄດ້ນຳເຄື່ອງມືດີຈີຕອນມາໃຊ້ໃນຫ້ອງຮຽນ ເພື່ອໃຫ້ນັກຮຽນຮຽນຮູ້ຢ່າງອິດສະຫຼະ ແລະ ມີຄວາມຮັບຜິດຊອບຕໍ່ການຮຽນຂອງຕົນ.
ທັງນີ້, ການສໍາຫຼວດດັ່ງກ່າວ ໄດ້ສອບຖາມຄູ-ອາຈານ ແລະ ຜູ້ບໍລິຫານໂຮງຮຽນປະມານ 3,500 ຄົນ ຈາກ 145 ໂຮງຮຽນມັດທະຍົມຂອງລັດ ແລະ ໂຮງຮຽນເອກະຊົນທີ່ສຸ່ມເລືອກມາອີກ 10 ແຫ່ງໃນສິງກະໂປ, ເພື່ອແນໃສ່ຄົ້ນຄວ້າຈຸດສໍາຄັນຂອງວິຊາຊີບຄູ ແລະ ຊ່ວຍໃຫ້ແຕ່ລະປະເທດນຳຂໍ້ມູນໄປທົບທວນນະໂຍບາຍການສຶກສາໄດ້.
ຄໍາເຫັນ