ວັນຊາດ2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບ 49 ປີ.

ຄວາມຮູ້ສຶກ ຂອງທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກໂຍທາ-ທິການ ແຂວງໄຊຍະບູລີ ຕໍ່ວັນຊາດທີ 2 ທັນວາ

ຄວາມຮູ້ສຶກ ຂອງທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກໂຍທາ-ທິການ ແຂວງໄຊຍະບູລີ ຕໍ່ວັນຊາດທີ 2 ທັນວາ
ໂດຍ:ວັນໄຊ ຕະວິນຍານ ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກໂຍທາ-ທິການ ແຂວງໄຊຍະບູລີ ໄດ້ສະແດງຄວາມຮູ້ສຶກຕໍ່ວັນຊາດທີ 2 ທັນວາວ່າ:ຂ້າພະເຈົ້າໃນນາມພະນັກງານ-ສະມາຊິກພັກຜູ້ໜຶ່ງ

 

ມີຄວາມຮູ້ສຶກເປັນກຽດ ແລະພາກພູມໃຈເປັນຢ່າງຍິ່ງ ທີ່ວັນຊາດ2 ທັນວາ ໄດ້ໝູນວຽນມາບັນຈົບຄົບຮອບ 49 ປີ.

ດັ່ງທີ່ພວກເຮົາຮູ້ຈັກກັນດີ,ຊາດລາວ ມີປະຫວັດສາດຄວາມເປັນມາແຕ່ດຶກດຳບັນ ຜ່ານປະຫວັດສາດການຕໍ່ສູ້ອັນລະອິດລະອ້ຽວ ແລະຍືດເຍື້ອຍາວນານມາຫຼາຍສະຕະວັດ ນັບຕັ້ງແຕ່ເຈົ້າຟ້າງຸ່ມທ້ອນໂຮມອານາຈັກລາວລ້ານຊ້າງເປັນອັນໜຶ່ງອັນດຽວກັນ ຈົນມາຮອດສະໄໝການປົກຄອງຂອງເຈົ້າສຸລິຍະວົງສາທຳມິກະລາດເຮັດໃຫ້ອານາຈັກລາວລ້ານຊ້າງມີຄວາມຈະເລີນຮຸ່ງເຮືອງ. ຍ້ອນຄວາມແຕກແຍກຄວາມສາມັກຄີພາຍໃນ ເຮັດໃຫ້ຕົກເປັນຫົວເມືອງຂຶ້ນຂອງອານາຈັກສະຫຍາມ ແຕ່ປີ 1779-1893, ຕົກມາຮອດສະໄໝລ່າເມືອງຂຶ້ນລາວເຮົາກໍໄດ້ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດ, ຮອດປີ 1954 ຈັກກະພັດ ຍອມເຊັນສັນຍາເຊີແນວ ແຕ່ເຖິງຢ່າງໃດກໍ່ຕາມພວກຈັກກະພັດໂຕໃໝ່ ໄດ້ເຂົ້າມາປົກຄອງລາວອີກ.ຈາກສະພາບການດັ່ງກ່າວ ປະຊາຊົນລາວເຮົາໄດ້ພ້ອມກັນລຸກຮືຂຶ້ນຕໍ່ສູ້ຢ່າງພິລະອາດຫານ ແຕ່ຍ້ອນເຫຼັກຫຼາຍກວ່າຖ່ານ ເຮັດໃຫ້ຂະບວນການຕໍ່ສູ້ບໍ່ໄດ້ຮັບໄຊຊະນະ ຈົນມາຮອດປີ 1955 ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງໄດ້ກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີບັນດາເຜົ່າຕໍ່ສູ້ກັບພວກຈັກກະພັດໂຕໃໝ່ ແລະ ລູກມື ເຮັດໃຫ້ການຕໍ່ສູ້ໄດ້ຮັບການນຳພາ, ຂົນຂວາຍປະຊາຊົນຜູ້ຮັກຊາດ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ຈຶ່ງໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດຢຶດອໍານາດຈາກການປົກຄອງຂອງພວກຈັກກະພັດລ່າຫົວເມືອງຂຶ້ນໃນວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ.

ພາຍຫຼັງໄດ້ຢຶດອຳນາດການປົກຄອງມາໄດ້ໃນທົ່ວປະເທດ ແລະ ສ້າງຕັ້ງລະບອບໃໝ່ຂຶ້ນໃນສະພາບສາກົນ ແລະ ພາກພື້ນ ຜັນແປໄປຢ່າງສັບສົນ; ໃນເວລາດຽວກັນນັ້ນປະເທດເຮົາຊ້ຳພັດດ້ອຍພັດທະນາເກີນໄປ, ພື້ນຖານວັດຖຸ, ເຕັກນິກເກືອບວ່າບໍ່ມີຫຍັງ, ຜົນຮ້າຍຕາມມາຂອງສົງຄາມແມ່ນໜັກໜ່ວງຫຼາຍ, ອັນເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນທີ່ສຸດໃນເວລາດຽວກັນນັ້ນຊ້ຳພັດປະເຊີນໜ້າກັບກົນອຸບາຍຫຼ່ຽມລາຍໃໝ່ຂອງບັນດາອິດທິກຳລັງປໍລະປັກກໍຄືພວກຄົນບໍ່ດີພາຍໃນປະເທດ.

ພັກເຮົາຈຶ່ງຕັດສິນໃຈປະຕິບັດແນວທາງປ່ຽນແປງໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຂອງຍຸກສະໄໝນັບຕັ້ງແຕ່ປີ 1986 ເປັນຕົ້ນມາ ມາຮອດປັດຈຸບັນ ສປປລາວ ໄດ້ໝູນວຽນມາບັນຈົບຄົບຮອບ 49 ປີພໍດີ. ສປປລາວ ພາຍໃຕ້ການນຳພາຂອງພັກໄດ້ເຮັດໃຫ້ປະເທດຊາດມີຄວາມສະຫງົບປອດໄພ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງກ້າວກະໂດດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການເບິ່ງແຍງ ແລະພັດທະນາຂຶ້ນເປັນກ້າວໆ, ເຮັດໃຫ້ລະບົບການເມືອງ ປະຊາທິປະໄຕປະຊາຊົນ ມີຄວາມໜັກແໜ້ນເຂັ້ມແຂງ, ຊື່ສຽງຂອງປະເທດໄດ້ຍົກສູງບົດບາດໃນເວທີສາກົນ ແລະພາກພື້ນ.

ທັງໝົດນັ້ນ,ແມ່ນຜົນງານອັນຍິ່ງໃຫຍ່ຂອງພວກເຮົາ.ໃນນາມທີ່ເປັນພະນັກງານ-ສະມາຊິກພັກຜູ້ສືບທອດພາລະກິດຂອງຊາດ ຂອງພັກ ຈະສືບຕໍ່ຢຶດໝັ້ນໃນແນວຄິດ, ທິດສະດີມາກ - ເລນິນ,ແນວຄິດ ໄກສອນ ພົມວິຫານ ກໍຄືເດີນຕາມຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ເປັນເຈົ້າການປະດິດສ້າງໃນການໝູນໃຊ້ທິດສະດີ, ບົດຮຽນດ້ານຕ່າງໆເຂົ້າກັບເງື່ອນໄຂຕົວຈິງ; ເສີມຂະຫຍາຍຄວາມສາມັກຄີເປັນເອກະພາບພາຍໃນ-ພາຍນອກໃຫ້ໜັກແໜ້ນ; ມີຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ; ຖືຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນຳໃຊ້ພະນັກງານ; ຢຶດໝັ້ນຈິດໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມແນວທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ຫຼາຍຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ