ໃນໂອກາດທີ່ ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ໄດ້ໝູນວຽນມາຄົບຮອບ 74 ປີ

ຄວາມຮູ້ສຶກຂອງ ຫົວໜ້າຫ້ອງການ ຖວທ ເມືອງທຸລະຄົມ ຕໍ່ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 74 ປີ

ຄວາມຮູ້ສຶກຂອງ ຫົວໜ້າຫ້ອງການ ຖວທ ເມືອງທຸລະຄົມ ຕໍ່ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 74 ປີ
ໂດຍ: ບ່າວທົ່ງ-ລ້ອງງື່ມ. ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ເມືອງທຸລະຄົມ ແຂວງວຽງຈັນ, ໂດຍຕາງໜ້າໃຫ້ພະນັກງານພາຍໃນຫ້ອງການ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງໃນໂອກາດທີ່ ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ໄດ້ໝູນວຽນມາຄົບຮອບ 74 ປີ; ປະຫວັດຄວາມເປັນມາຂອງການກໍາເນີດວັນດັ່ງກ່າວ

 ຍັງມີເນື້ອໃນຕິດພັນກັບວັນສໍາຄັນຂອງຊາດ ແລະ ຂອງພັກ ຊຶ່ງກົງກັບວັນສ້າງຕັ້ງໜັງສືພິມປະຊາຊົນ ແລະ ວັນສ້າງຕັ້ງອົງການແນວລາວສ້າງຊາດຄົບຮອບ 74 ປີ ອີກດ້ວຍ. ຊຶ່ງຕົນເອງ ໄດ້ຮັບການມອບໝາຍຈາກຂັ້ນເທິງ ເພື່ອປະຕິບັດໜ້າທີ່ກ່ຽວກັບວຽກງານຖະແຫຼງຂ່າວ-ສື່ມວນຊົນຢູ່ຂັ້ນເມືອງໄດ້ເອົາໃຈໃສ່ຄົ້ນຄວ້າແນວທາງນະໂຍບາຍຂອງພັກ-ລັດ ຕໍ່ວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃນແຕ່ລະໄລຍະ ເພື່ອໃຫ້ຮັບຮູ້, ກໍາໄດ້ມູນເຊື້ອອັນດີງາມຂອງນັກຂ່າວສື່ມວນຊົນຂອງພັກ; ໝູນໃຊ້ບົດຮຽນນັ້ນ ໃຫ້ເຂົ້າກັບສະພາບໃນປັດຈຸບັນ ຊຶ່ງແມ່ນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສູ້ຊົນນໍາພາອ້າຍນ້ອງພະນັກງານ ຈັດຕັ້ງ ແລະ ເຄື່ອນໄຫວປະຕິບັດວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຫຼ້ອນໜ້າທີ່, ຖືເອົາວຽກງານຖະແຫຼງຂ່າວ-ສື່ມວນຊົນ ເປັນວຽກສໍາຄັນຕົ້ນຕໍ, ກໍາແໜ້ນເນື້ອໃນສໍາຄັນຂອງກົດໝາຍວ່າດ້ວຍສື່ມວນຊົນ, ບົດແນະນໍາທີ່ກ່ຽວຂ້ອງສໍາລັບປັບປຸງພັດທະນາວຽກງານ; ຕິດຕາມການເຄື່ອນໄຫວຂອງຄະນະພັກ, ອົງການປົກຄອງເມືອງ, ການນໍາແຕ່ລະຂັ້ນ ທີ່ລົງມາເຄື່ອນໄຫວວຽກງານຢູ່ເມືອງທຸລະຄົມ ເພື່ອເກັບກໍາຂ່າວ, ຖ່າຍພາບ, ຖ່າຍທໍາ, ຂຽນຂ່າວ, ສົ່ງຂ່າວ ແລະ ອອກຂ່າວ ຢ່າງປົກກະຕິຕໍ່ເນື່ອງ; ມີສ່ວນຮ່ວມໂຄສະນາແນວທາງການເມືອງຂອງພັກ, ນະໂຍບາຍຂອງລັດ, ເປັນກະບອກສຽງນໍາສະ ເໜີຂ່າວເຮັດໃຫ້ສັງຄົມ, ປະຊາຊົນ ຮັບຮູ້ຂໍ້ມູນຂ່າວສານ, ສະພາບການສ້າງສາພັດທະນາບ້ານເມືອງ; ລາຍງານ ແລະ ຂໍທິດຊີ້ນໍາຈາກສາຍຕັ້ງ ແລະ ສາຍຂວາງຂັ້ນເທິງຖັດຕົນ, ພົວພັນປະສານງານຖອດຖອນບົດຮຽນຈາກນັກຂ່າວຂັ້ນສູນກາງ, ຂັ້ນແຂວງ, ກວດກາຮຽບຮຽງເນື້ອໃນຂ່າວ ຕາມຮູບແບບການຂຽນຂ່າວ ໃຫ້ມີເນື້ອໃນກະທັດຮັດ, ມີເນື້ອໃນ, ຄວາມໝາຍ, ມີປະໂຫຍດຕໍ່ຜູ້ຊົມໃຊ້ສື່ໂຄສະນາ, ຕ້ານແຫຼ່ງຂ່າວບໍ່ສ້າງສັນ, ແກ້ຂ່າວບິດເບືອນຄວາມຈິງ ບົນພື້ນຖານຈັນຍາບັນຂອງນັກຂ່າວໃນລະບອບປະຊາທິປະໄຕປະຊາຊົນ, ທັດສະນະຫຼັກໝັ້ນນັກຂ່າວໃນລະບອບສັງຄົມນິຍົມ ພາຍໃຕ້ການນໍາພາຂອງພັກ; ຊຸກຍູ້, ຕິດຕາມ, ອໍານວຍຄວາມສະດວກໃຫ້ນັກຂ່າວຂອງຂັ້ນສູນກາງ ເຊັ່ນ: ຄະນະນັກຂ່າວຂອງສໍານັກງານໃຫຍ່ໜັງສືພິມປະຊາຊົນສຽງຂອງສູນກາງພັກ; ສໍານັກຂ່າວສານປະເທດລາວ, ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ; ນັກຂ່າວແຂວງວຽງຈັນ ເຄື່ອນໄຫວເກັບກໍາຂ່າວ, ສໍາພາດການນໍາເມືອງ, ຫ້ອງການກ່ຽວຂ້ອງ, ລົງເກັບກໍາຂ່າວການຜະລິດຂົງເຂດກະສິກໍາ, ຫັດຖະກໍາ, ງານບຸນປະເພນີສໍາຄັນຢູ່ບັນດາບ້ານຂອງເມືອງ; ເຄື່ອນໄຫວເກັບກໍາຂ່າວໃນໂອກາດວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງທ້ອງຖິ່ນ, ລວມທັງຂ່າວຂະບວນການຮອບດ້ານຢູ່ພາຍໃນເມືອງ ໃຫ້ຂ່າວມີເນື້ອໃນ, ສີສັນທີ່ຫຼາກຫຼາຍ ຄຽງຄູ່ກັບຂ່າວຂົງເຂດການເມືອງ, ປກສ-ປກຊ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ ທີ່ເປັນປະໂຫຍດ.
ໃນ 6 ເດືອນ ຕົ້ນປີ 2024 ຜ່ານມາ ສາມາດເກັບກໍາຂ່າວໄດ້ທັງໝົດ 84 ຂ່າວ, ໃນນັ້ນລາຍງານຂ່າວຂັ້ນສູນກາງໄດ້ ພາກສ່ວນລະ 48 ຂ່າວ, ຂ່າວທີ່ລາຍງານໃຫ້ພະແນກ ຖວທ ແຂວງວຽງຈັນ ກໍປະຕິບັດຕາມຂ່າວທີ່ລາຍງານຂັ້ນສູນກາງ, ຂ່າວທີ່ເອົາລົງໜ້າຂ່າວທາງເຜດເຟດສບຸກ ຂອງຂ່າວປະຈໍາວັນເມືອງທຸລະຄົມ ຍັງມີຂ່າວສັ້ນປະຈໍາວັນ, ຂ່າວແຈ້ງການ, ຂ່າວການປ້ອງກັນເວນຍາມບ້ານ, ຍາມສໍານັກງານຫ້ອງການໃນໂອກາດວັນສໍາຄັນຕ່າງໆ ແລະ ມີຂ່າວສັ້ນອື່ນໆ, ຊຶ່ງມີຜູ້ຕິດຕາມ 9000 ກວ່າຄົນ, ຜູ້ກົດຖືກໃຈ 6438 ຄົນ. ໃນທ້າຍປີ 2024 ນີ້ ເມືອງທຸລະຄົມ ສືບຕໍ່ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງຄັ້ງທີ III, ຫ້າງຫາກະກຽມສະຫຼຸບສັງລວມຜົນງານຮອບດ້ານ 5 ປີ 2020-2024, ກະກຽມຄວາມພ້ອມຫັນໜ້າເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ VIII, ຊຶ່ງທາງຫ້ອງການພວກເຮົາ ຈະສືບຕໍ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນຢ່າງແຂງແຮງ ເພື່ອເຮັດໃຫ້ແຜນການທີ່ວາງໄວ້ມີຜົນສໍາເລັດ. ຕັ້ງໜ້າເກັບກໍາຂ່າວ, ລາຍງານຂ່າວ, ສົ່ງຂ່າວໃຫ້ທັນເຫດການ, ຈັດລຽງລໍາດັບຂອງຂ່າວ, ປັບປຸງຈຸດຄົງຄ້າງ ເຮັດໃຫ້ຂ່າວອອກຕໍ່ເນື່ອງ ແລະ ຮັກສາມູນເຊື້ອນັກຂ່າວທີ່ດີ ທີ່ການນໍາພັກ-ລັດທຸກຂັ້ນເຄີຍຊີ້ນໍາ-ນໍາພາຜ່ານມາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ