ຄວາມຮູ້ສຶກຂອງ ທ່ານ ບຸນທອງ ຈິດມະນີ ຕໍ່ງານວາງສະແດງຮູບພາບຊີວິດ  ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ຄໍາໄຕ ສີພັນດອນ

ຄວາມຮູ້ສຶກຂອງ ທ່ານ ບຸນທອງ ຈິດມະນີ ຕໍ່ງານວາງສະແດງຮູບພາບຊີວິດ  ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ຄໍາໄຕ ສີພັນດອນ
ໂດຍ: ສ.ບຸດປະຊາ
    ໜຶ່ງໃນເນື້ອໃນຂອງເຫດການປະຫວັດສາດ ໃນການຈັດຕັ້ງສະເຫຼີມສະຫຼອງ ວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924 – 8/2/2024) ທີ່ງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ທີ່ຈັດຂຶ້ນຢ່າງເປັນທາງການຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໃນວັນທີ 7 ກຸມພາຜ່ານມາ, ທ່ານ ບຸນທອງ ຈິດມະນີກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງນາມບົດບັນທຶດຄວາມຮູ້ສຶກຂອງເພິ່ນ ຕໍ່ງານດັ່ງກ່າວ ໂດຍມີເນື້ອໃນທີ່ມີຄວາມໝາຍສຳຄັນ ໂດຍສະເພາະດ້ານເຫດການປະຫວັດສາດຂອງພັກ ແລະ ລັດຖະບານເຮົາ.
    ບາງເນື້ອໃນທີ່ສຳຄັນໃນບົດສະແດງຄວາມຮູ້ສຶກໃນງານວາງສະແດງຮູບພາບ ທີ່ຫໍພິພິຕະພັນ ໄກສອນ ພົມວິຫານ ໄດ້ລະບຸວ່າ: ຕາງໜ້າກົມການເມືອງ, ຄະນະເລຂາທິການສູນກາງພັກ ກໍຄືໃນນາມ ສ່ວນຕົວຕະຫຼອດຮອດເຖິງສະມາຊິກພັກ, ພະນັກງານ,ທະຫານ-ຕໍາຫຼວດ, ປະຊາຊົນ ລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ລວມທັງຄະນະຮັບຜິດຊອບ ກະກຽມງານດັ່ງກ່າວ ຂໍຊົມເຊີຍງານວາງສະແດງຮູບພາບ ຄັ້ງນີ້ຢ່າງສຸດອົກສຸດໃຈ.
ງານວາງສະແດງພາຍໃຕ້ຫົວຂໍ້ “ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ຄໍາໄຕ ສີພັນດອນ” ໃນຄັ້ງນີ້ ເພື່ອສະແດງໃຫ້ເຫັນຄຸນງາມຄວາມດີ, ຄວາມເສຍສະຫຼະ, ບົດຮຽນ ກໍຄືຜົນງານອັນໃຫຍ່ຫຼວງຂອງປະທານ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດຕົນ ຕໍ່ພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງເປັນຂໍ້ມູນ ແລະ ເອກະສານ ສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຕໍ່ໆໄປໄດ້ຮໍ່າຮຽນເອົາເປັນບົດຮຽນ ໃນການປະຕິບັດຫນ້າທີ່ວຽກງານ ກໍຄືການດໍາລົງຊີວິດຂອງ ຕົນຕໍ່ໄປ.
ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນຄະນະນໍາຮຸ່ນທໍາອິດຂອງພັກເຮົາ ແລະ ເປັນໜຶ່ງໃນຜູ້ນໍາສູງສຸດຂອງພັກ-ລັດເຮົາຊຶ່ງຍາມໃດກໍມີຄວາມຈົງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດແລະ ຕໍ່ປະຊາຊົນ, ມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະເທດຊາດ; ປະທານເປັນລູກຮັກຫຼານຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ, ເປັນຜູ້ມີຄວາມປີຊາສາມາດ ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ  ໜັກແໜ້ນໃນທຸກສະຖານະການ, ທັງເປັນນັກຍຸດທະສາດ, ນັກຍຸດໂທບາຍ ທີ່ເບິ່ງກວ້າງເຫັນໄກ, ມີຄວາມສະດຸ້ງໄວ ແລະ ມີຫົວຄິດປະດິດສ້າງສູງ, ເປັນຜູ້ນໍາທີ່ມີແບບແຜນຊີ້ນໍາ-ບັນຊາແທດກັບຕົວຈິງ, ທັງກໍາແໜ້ນທິດສະດີ, ແນວທາງ, ທັງກໍາແໜ້ນບົດຮຽນ, ພຶດຕິກໍາ ແລະ ສະພາບ ຄວາມເປັນຈິງຂອງປະເທດ, ບໍ່ຄໍາພີຕາຍຕົວ ແລະ ບໍ່ຢຸດຈຶ້ງຢູ່ກັບຜົນງານອັນເກົ່າ; ເວລາໃດ, ເພິ່ນກໍມີອາລົມຈິດມຸ່ງໝັ້ນ, ສະແຫວງຫາຄວາມກ້າວໜ້າ ແລະ ຜົນສໍາເລັດອັນໃໝ່; ຍາມໃດ, ກໍຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ ແລະ ທັງຢາກໃຫ້ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ສະນັ້ນ, ຂໍຮຽກຮ້ອງມາຍັງບັນດາສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ປະຊາຊົນລາວບັນດາເຜົ່າ ກໍຄືຄົນຮຸ່ນຫຼັງ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ນໍາເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາ, ວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ ອັນດີງາມຕະຫຼອດຮອດແນວຄິດຊີ້ນໍາອັນຖືກຕ້ອງຂອງເພິ່ນ ໄປຄົ້ນຄວ້າຮ່ໍາຮຽນ, ຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານ, ການດໍາລົງຊີວິດ ແລະ ທໍາມາຫາກິນຂອງພວກເຮົາ, ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ຢ່າງມີໄຊ.
ເຊີດຊູຈິດໃຈເອກະລາດເປັນເຈົ້າຕົນເອງ!
ປະທານ ຄໍາໄຕ ສີພັນດອນ ໝັ້ນຍືນ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ຖວທ ສາລະວັນ ເຊື່ອມຊຶມມະຕິການປັບປຸງກົງຈັກການຈັດຕັ້ງ

ພະນັກງານສະມາຊິກພັກ, ພະນັກງານລັດຖະກອນຫຼັກແຫຼ່ງພາຍໃນຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ເຊື່ອມຊຶມມະຕິ 3 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຕ່າງໆທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 19 ພຶຶດສະພານີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງ.
ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ເມືອງເງິນ ປາຖະກະຖາ 4 ວັນປະຫັວດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນ

ວັນທີ 19 ພຶດສະພານີ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ສາກົນຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/2025), ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/1960-24/5/ 2025), ວັນເກີດປະທານ ໂຮ່ຈີ່ມິນ ຄົບຮອບ 135 ປີ (19/5/1890-19/5/2025) ແລະ ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ ຄົບຮອບ 80 ປີ (9/5/1945-9/5/2025) ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການປາຖະກະຖາຂອງສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງພາຍໃນເມືອງເຂົ້າຮ່ວມ.
ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ເຈົ້າແຂວງອັດຕະປື ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊານໄຊ

ໃນອາທິດຜ່ານມາ, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມຄະນະ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະບ້ານ, 6 ບ້ານ ໃນເຂດກຸ່ມບ້ານວັງຕັດ ຄື: ບ້ານໜອງໄກ່ໂອກ, ວັງຕັດນ້ອຍ, ວັງຕັດໃຫຍ່, ດາກບ໋ອກ, ຢຽງດາກ ແລະ ບ້ານນ້ຳຈາ ເພື່ອສືບຕໍ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນໃນ 6 ບ້ານ ເຮັດການຜະລິດເປັນສິນຄ້າໂດຍສະເພາະ ການປູກກາເຟ ແລະ ໄມ້ໃຫ້ໝາກອື່ນໆ ຕາມທ່າແຮງທີ່ເໝາະສົມ ໃນເຂດພື້ນທີ່ດັ່ງກ່າວ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບຊຸມຊົນ.
ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ບໍລິສັດ ລາວ ນິວຕຣ້າ (Laos Nutra) ໄດ້ຈັດສໍາມະນາ ໃນຫົວຂໍ້ ກິນອາຫານເປັນຢາ ຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ ທີ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງບໍລິສັດແມ່ນຈໍາໜ່າຍຜະລິດຕະພັນໃນຮູບແບບອາຫານເປັນຢາ ທີ່ເປັນນໍ້າໝາກໄມ້ ຜະລິດ ແລະ ສະກັດຈາກ ໝາກໄມ້ສົດ 100% ມີງານວິໄຈຮອງຮັບວ່າສາມາດ ຕ້ານ, ຊ້ອມແຊມບໍາບັດດ້ານໂຣກເຊື່ອມໄດ້ດີ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ແພງສີ ພົມມະວັນ ຜູ້ອໍານວຍການບໍລິສັດ ນິວຕຣ້າ; ມີບັນດາຄູ່ຮ່ວມ ພ້ອມດ້ວຍພະນັກງານເຂົ້າຮ່ວມ.
ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ສະພາບການຄຸ້ມຄອງ ປົກປັກຮັກສາປ່າໄມ້ ຢູ່ແຂວງສະຫວັນນະເຂດ

ໂດຍ: ວັນໄຊ ຕະວິນຍານ ພະແນກກະສິກໍາ-ປ່າໄມ້ ແຂວງສະຫວັນນະເຂດ ຍາມໃດກໍເຫັນຄວາມສໍາຄັນ ແລະ ເອົາໃຈໃສ່ ຕໍ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ຕ້ານ ແລະ ສະກັດກັ້ນ ການບຸກລຸກ ທໍາລາຍປ່າໄມ້ ຢ່າງເຂັ້ມງວດ.
ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ຈະພັດທະນາຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ

ໂດຍ: ສຳນານ ພົມພັກດີ ພັກ-ລັດຖະບານ ເວົ້າລວມກໍຄືກະຊວງການເງິນຈະຫັນວຽກງານຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດ ໂດຍປະຕິບັດບັນດາກິດຈະກຳທີ່ເປັນບຸລິມະສິດຂອງໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ຫຼື ໂຄງການ DRMM ຊຶ່ງຈະເຮັດໃຫ້ລາຍຮັບງົບປະມານພາຍໃນເພີ່ມຂຶ້ນ, ລວມສູນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້
ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫຼຸບຕີລາຄາວຽກງານຕ້ານການຄ້າມະນຸດ

ວັນທີ 19 ພຶດສະພານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງ.
ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ເພີ່ມເຕີມ