ຄວາມຮູ້ສຶກສ່ວນຕົວໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ

ຄວາມຮູ້ສຶກສ່ວນຕົວໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ
ຄວາມຮູ້ສຶກສ່ວນຕົວ ຂອງ ທ່ານດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ (2/12/1975-2/12/ 2023) ວ່າ: ຂ້າພະເຈົ້າມີຄວາມປິຕິຊົມຊື່ນຢ່າງລົ້ນເຫຼືອຫາອັນປຽດບໍ່ໄດ້ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີຊຶ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ກູ້ຊາດ ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ໃນທົ່ວປະເທດ ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດຊາດຂອງພວກເຮົາໄດ້ຮັບເອກະລາດຢ່າງສົມບູນ, ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງ ແລະຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ.ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປະຊາຊົນບັນດາເຜົ່າ ປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ເອົາໃຈໃສ່ສ້າງບັນດາປະຖົມປັດໄຈ ເພື່ອນໍາພາປວງຊົນລາວທັງຊາດກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.ມາຮອດປັດຈຸບັນ ເຮັດໃຫ້ປະເທດຊາດຂອງພວກເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ-ຖືກທິດ, ລະບົບການເມືອງປະຊາທິປະໄຕປະຊາຊົນ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງ ໜັກແໜ້ນ ຂຶ້ນເປັນກ້າວໆ.
ໃນໂອກາດທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ດັ່ງກ່າວນີ້ ຂ້າພະເຈົ້າຂໍຈົດຈຳ, ຈາລຶກບຸນຄຸນການນໍາ, ພັກ-ລັດ ແລະ ຂໍອວຍພອນໄຊອັນປະເສີດໃຫ້ ທ່ານຜູ້ນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ ສືບຕໍ່ນໍາພາປະເທດຊາດຂອງພວກເຮົາ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ ຢ່າງມີໄຊ.ອວຍພອນໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງມີຄວາມສຸກ ຄວາມຈະເລີນ ໃນການດໍາລົງຊີວິດຕະຫຼອດໄປ.
ຂໍຂອບໃຈ !

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອພສ ຈຳປາສັກ ປາຖະກະຖາທຳ ຢູ່ເມືອງປາກຊ່ອງ ເພື່ອສົ່ງເສີມສິນລະທຳ

ອພສ ຈຳປາສັກ ປາຖະກະຖາທຳ ຢູ່ເມືອງປາກຊ່ອງ ເພື່ອສົ່ງເສີມສິນລະທຳ

ວັນທີ 30 ກັນຍານີ້, ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຈຳປາສັກ ໄດ້ເຄື່ອນໄຫວຈັດພິທີປາຖະກະຖາທຳ ທີ່ສະໂມສອນເມືອງປາກຊ່ອງ ແຂວງຈຳປາສັກ. ໂດຍການເປັນປະທານຮ່ວມຂອງພະອາ ຈານໃຫຍ່ ມະຫາ ສຸວັນ ຈັນທະລາດ ປະທານ ອພສ ແຂວງ ພ້ອມຄະນະ, ໂດຍມີທ່ານ ບຸນລິດ ເທບບຸນສູງ ກຳມະການພັກແຂວງ, ເລຂາພັກເມືອງປາກຊ່ອງ, ພະອາຈານ ສຸພົນ ກອງມະນີວັນ ປະທານ ອພສ ເມືອງປາກຊ່ອງ, ມີບັນດາພະນັກງານການນຳຫຼັກແຫຼ່ງເມືອງ, ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ແຂວງຄໍາມ່ວນໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນຜົນ ແລະ ວາງແຜນຄຸ້ມຄອງ-ອະນຸລັກ ພື້ນທີ່ອຸທິຍານທໍລະນີຫີນບູນ (HinbounGeopark) ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ໂດຍມີທ່ານ ບຸນປັນ ພຸດທະອາມາດ ຫົວໜ້າພະແນກຄຸ້ມຄອງປ່າສະຫງວນ (ຜູ້ຕາງໜ້າຈາກກົມປ່າໄມ້ (ກະຊວງກະສິກໍາ ແລະ ສິ່ງແວດລ້ອມ), ທ່ານ ບຸນປອນ ທອງສຸວັນນະລາດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີຊ່ຽວຊານ ແລະ ນັກວິທະຍາສາດ ຈາກຫຼາຍສາຂາວິຊາຊີບ ທັງພາຍໃນ ແລະ ຕ່າງປະເທດແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ເມືອງປາກຊ່ອງແຂວງຈຳປາສັກໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີXII ແລະຜັນຂະຫຍາຍຈັດຕັ້ງຮ່ຳຮຽນເອກະສານ5ບົດອົບຮົມສະມາຊິກພັກທົ່ວເມືອງ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ປາກ​ຊ່ອງ, ພາຍໃຕ້ການເປັນປະທານຂອງສະຫາຍບຸນລິດເທບບຸນສູງກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງປາກຊ່ອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຂະ​ແໜງລ້ຽງສັດ ແລະ ການປະມົງພະ​ແນກ​ກະ​ສິ​ກຳແລະສິ່ງ​ແວດ​ລ້ອມແຂວງຄໍາມ່ວນຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດພິທີຝັງທໍາລາຍຊິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກ, ມີນໍ້າໜັກ 28 ໂຕນ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ສະໜາມຖິ້ມຂີ້ເຫຍື້ອ ເມືອງທ່າແຂກ.
ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ, ພ້ອມທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈເປັນອັນດຽວກັນ ແລະ ຍົກສູງປະສິດທິພາບການຄຸ້ມຄອງຊັບສິນແຫ່ງລັດ.
ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ວັນທີ 29 ກັນຍາຜ່ານມາ, ຄະນະຮັບຜິດຊອບເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ນຳໂດຍ ສະຫາຍ ພັອ ວັນນະເລດ ບຸດຕະວົງ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ວິທະຍາໄລຕຳຫຼວດປະຊາຊົນ ວຕຊ ເລກ II ສະຫວັນນະເຂດ ໂດຍການຕ້ອນຮັບຂອງສະຫາຍ ພັອ ວີຄຳ ຂຸນສຳນານ ເລຂາຄະນະພັກ ຫົວໜ້າວິທະຍາໄລ ມີຄະນະຮັບຜິດຊອບທັງສອງຝ່າຍ ເຂົ້າຮ່ວມ.
ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ວັນທີ 29 ກັນຍາຜ່ານມາ, ກອງພັນໃຫຍ່ 497 ຈັດພິທີປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ, ຂະແໜງການກ່ຽວຂ້ອງ, ຄູ-ອາຈານ ແລະ ກໍາລັງທະຫານໃໝ່ ເຂົ້າຮ່ວມ.
ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ແລະ ປະກາດເລື່ອນຊັ້ນນາຍ ແລະ ພົນ ຕໍາຫຼວດ ປກສ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 30 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ພັທ ສົມພອນ ພູມມາລີ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດເຂົ້າຮວມ.
ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ພິທີເປີດຊຸດຝຶກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະຊີ້ນໍາລວມ, ອະນຸກຳມະການ, ວິຊາການ ແລະ ນັກກວດສອບເລຂາ-ຮອງເລຂາ ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ແລະ ຄະນະໜ່ວຍພັກ ສາງນໍ້າມັນເຊື້ອໄຟເລກ 7 ກອງທັບ ເຂົ້າຮ່ວມ.
ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ວັນທີ 29 ກັນຍາຜ່ານມາ, ຄະນະສະພາວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານຂັ້ນທ້ອງ ຖິ່ນແຂວງອັດຕະປື ໄດ້ເປີດກອງປະຊຸມ ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື ແຕ່ປີ 1959-2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ປະທານ ສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນແຂວງ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນເຂົ້າຮ່ວມ.
ເພີ່ມເຕີມ